ລັດຖະບານເຮັດແທ້!!!! ໃຜທີ່ສວຍໂອກາດຂຶ້ນລາຄາສິນຄ້າ, ຂາຍເກີນລາຄາ ຈະຖືກປັບໃໝ.

ລັດຖະບານ ແຈ້ງໃຫ້ກວດກາເຂັ້ມງວດລາຄາສິນຄ້າໄລຍະນ້ຳຖ້ວມນີ້ ຫ້າມບໍ່ໃຫ້ສວຍໂອກາດ ຫາກກວດພົບຈະປັບໃໝຕາມສົມຄວນ, ທັ້ງນີ້ກໍ່ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ໂດຍສະເພາະຜູ້ທີ່ກຳລັງຕົກທຸກໄດ້ຍາກ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1151/ອຄ.ກຄພນ ລົງວັນທີ 6 ກັນຍາ 2019 ເຖິງທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຊ່ວງໄລຍະນໍ້າຖ້ວມ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລຳພັງໃຈ ແລະ ປະຕິບັດມາດຕະການຄຸ້ມຄອງລາຄາຢ່າງເຂັ້ມງວດ.

ພ້ອມນັ້ນ. ກໍຕ້ອງໄດ້ເອົາໃຈຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າຕົ້ນຕໍໃນທ້ອງຕະຫຼາດຢ່າງເປັນປົກກະຕິ ໂດຍສະເພາະແມ່ນສິນຄ້າ ທີ່ມີຜົນກະທົບໄວຕໍ່ການເປັນຢູ່ຂອງປະຊາຊົນ.ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ປະເພດ (ໝູ. ງົວ, ຄວາຍ, ໄກ່, ປາ) ແລະ ພືດຜັກຕ່າງໆ ຢູ່ພາຍໃນແຂວງຂອງຕົນໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ ໃນແຕ່ລະໄລຍະ.

ໃຫ້ແຕ່ງຕັ້ງພະນັກງານໝູນວຽນກັນ ລົງສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈຳ ໂດຍສະເພາະຕະຫຼາດຫຼັກ. ໃນກໍລະນີຫາກພົບເຫັນວ່າມີການລະເມີດ ຫຼື ຝ່າຝືນ ແມ່ນໃຫ້ໃຊ້ມາດຕະການຕາມໝວດທີ 6 ມາດຕາ 277  ບຸກຄົນໃດ ຫາກສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຫຼື ໄດ້ຂາຍວິນຄ້າແພງເກີນຊອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ ຫຼື ໃນເວລາທີ່ມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝແຕ່ 3 ລ້ານກີບ ຫາ 10 ລ້ານກີບ.  ທີ່ໄດ້ກໍານົດໃນດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ແລະ ລະບຽບການການອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ. 

Comments