ປະທານາທິບໍດີ ສ ເກົາຫລີ ພ້ອມພັນລະຍາ ເດີນທາງເຖິງນະຄອນຫຼວງວຽງຈັນ

ສ ເກົາຫລີ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດ ທັງໝົດ ຢູ່ ສປປ ລາວ ລວມມູນຄ່າ 750 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນ ຄື: ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ. ສ ເກົາຫລີ ເປັນປະເທດໜຶ່ງທີ່ໃຫ້ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໃນຫລາຍດ້ານ ເຊັ່ນ: ການຮ່ວມມືດ້ານສາທາລະນະສຸກ, ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ເຕັກນິກການແພດແກ່ ສປປ ລາວ ຕໍ່ເນື່ອງ ພ້ອມທັງຍົກລະດັບວິຊາການຂອງໂຮງໝໍຕ່າງໆຂອງ ສປປ ລາວ ທັງໄລຍະສັ້ນ ແລະ ໄລຍະຍາວ, ຊ່ວຍສ້າງໂຮງໝໍເດັກ, ຊ່ວຍເຫລືອຜ່າຕັດເດັກນ້ອຍລາວຜູ້ທຸກຍາກ ທີ່ເປັນພະຍາດຫົວໃຈ ແລະ ພະຍາດອື່ນໆ ໂດຍບໍ່ເສຍຄ່າ.

ໃນຂົງເຂດການຮ່ວມມືດ້ານການສຶກສາ ແລະ ກິລາ, ສອງຝ່າຍໄດ້ມີການແລກປ່ຽນນັກສຶກສາ, ຄູ-ອາຈານ, ຄູຝຶກ ແລະ ສ ເກົາຫລີ ກໍໄດ້ຊ່ວຍສະໜອງທຶນການສຶກສາໃນລະດັບຕ່າງໆ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ນັກສຶກສາລາວໄປຮຽນ-ສຶກສາ ທີ່ ສ ເກົາຫລີ ໃນແຕ່ລະປີຫລາຍສົມຄວນ. ພ້ອມນີ້, ກໍໄດ້ຊ່ວຍສ້າງສະໝາມກິລາເບັສບອນແຫ່ງທໍາອິດຂອງ ສປປ ລາວ. ການຮ່ວມມືດ້ານແຮງງານ, ນັບແຕ່ປີ 2016 ເປັນຕົ້ນມາ ສອງຝ່າຍໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ຮ່ວມກັນມາເຖິງປັດຈຸບັນ ໄດ້ມີແຮງງານລາວຈຳນວນ 200 ກວ່າຄົນ ທີ່ເດີນທາງໄປເຮັດວຽກຢູ່ ສ ເກົາຫລີ. ການຮ່ວມມືດ້ານການທ່ອງທ່ຽວ ແຕ່ປີ 2012 ເປັນຕົ້ນມາ ສອງປະເທດໄດ້ເປີດສາຍການບິນໂດຍກົງ ເຊິ່ງເຮັດໃຫ້ການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດມີຄວາມສະດວກຫລາຍຂຶ້ນ. ພ້ອມນີ້ ສປປ ລາວ ກໍໄດ້ຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ສ ເກົາຫລີ ແລະ ສາ ມາດພັກເຊົາ ຢູ່ສປປ ລາວ ໄດ້ 30 ວັນຕໍ່ຄັ້ງ. ໃນປີ 2018 ໄດ້ມີນັກທ່ອງທ່ຽວຈາກ ສ ເກົາຫລີ ເດີນທາງເຂົ້າລາວຫລາຍກວ່າ 170.000 ເທື່ອຄົນ.

ການຮ່ວມມືດ້ານພະລັງງານ, ສອງຝ່າຍໄດ້ມີ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນການພັດທະນາໂຄງການຕົວແບບ ໝູ່ບ້ານເປັນມິດຕໍ່ສິ່ງແວດລ້ອມດ້ານພະລັງງານ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການຮ່ວມມື ທາງດ້ານຊັບພະຍາກອນພະລັງງານ ແລະ ດ້ານແຮ່ທາດ. ປັດຈຸບັນ ແມ່ນມີຫລາຍໂຄງການເຊັ່ນ: ໂຄງການສາທິດການນຳໃຊ້ນ້ຳມັນກາຊວນຊີວະພາບ; ໂຄງການສຶກສາຄວາມເປັນໄປໄດ້ໃນການສະໜອງພະລັງງານໄຟຟ້າແສງຕາເວັນ ແລະ ໂຄງການອື່ນໆ.

ນອກຈາກນັ້ນ, ຍັງມີການຮ່ວມມືທາງດ້ານວິທະຍາສາດ-ເຕັກໂນໂລຊີ, ຂ່າວສານ, ສິລະປະ-ວັດ ທະນະທຳ, ກົດໝາຍ, ການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ ແລະ ການຮ່ວມມືດ້ານອືນໆອີກ. ໃນໂອກາດການຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ມູນ ແຈ ອິນ ແຫ່ງ ສ ເກົາຫລີ ໃນວັນທີ 5-6 ກັນຍາ ທີ່ຈະມາເຖິງນີ້ ຄາດວ່າສອງປະເທດຈະໄດ້ລົງນາມເອກະສານຮ່ວມມືອີກ 4 ສະບັບ.
ແຫລ່ງຂ່າວ:ກະຊວງການຕ່າງປະເທດ

Comments