Author Archives: admin target

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ………

ໃນວັນທີ 24 ທັນວາ 2020 ຢູ່ທີ່ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ມີ​ພິທີມອບ​ຮັບ​​ເງິນ​ຊ່ວຍ​ເຫຼືອຈາກ​ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງ​ຮ້ອຍ​ຫົກ​ສິບ​ຫ້າ​ລ້ານ​ດົງ) ​ເພື່ອ​ນຳ​ໄປຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ກ່າວມອບ ໂດຍທ່ານ ທ່ານ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕ່າງໜ້າກ່າວຮັບ ໂດຍແມ່ນທ່ານ ​ເຫົາ​ ອາ ​ເລັ່ງ ( Hau A Lenh) ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕາງໜ້າລັດຖະບານ​ຫວຽດນາມ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.​ ເງິນ​ຈຳນວນ​ດັ່ງກ່າວ​ໄດ້​ມາຈາກການ​ປະກອບສ່ວນຂອງ​ຄະນະ​ນຳ​,​ ພະນັກງານ​ສະຖານທູດລາວ​ ທີ່​ຮ່າ​ໂນ້ຍ ພ້ອມ​ດ້ວຍນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່ ສສ ຫວຽດນາມ ​ພ້ອມ​ທັງ​ການ​ປະກອບສ່ວນ​ຂອງ​ບັນດາ​ກະຊວງ, ທະບວງ ກົມ​, ບັນດາອົງການ​ຈັດ​ຕັ້ງຂັ້ນ​ຕ່າງໆ​ຂອງ​ຫວຽດນາມ ທີ່ປ່ຽນຈາກການຊື້ກະຕ່າດອກໄມ້ ​ເນື່ອງ​ໃນ​ໂອກາດ​ມາ​ອວຍ ...

Read More »

ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນ ໃນວຽກງານຊາວໝຸ່ມ…….

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆກອງປະຊຸມທີ່ປິ່ນອ້ອມຂອງສູນກາງຊາວໜຸ່ມ. ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມມູນຄ່າຫລາຍຕື້ກີບ. ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນຂອງສະມາຄົມນັກທຸລະກິດໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ...

Read More »

ການພັດທະນາມະນຸດຂອງ ສປປ ລາວຍັງຕິດຢູ່ອັນດັບທີ່ 137 ໃນ 189 ປະເທດ ແລະ ເຂດແຄ້ວນທົ່ວໂລກ……

ໃນບົດລາຍງານການພັດທະນາມະນຸດໄດ້ຈັດອັນດັບບັນດາປະເທດໂດຍອີງໃສ່ດັດສະນີການພັດທະນາມະນຸດ (HDI) ເຊິ່ງວັດຜົນ ສຳເລັດໂດຍສະເລ່ຍໃນສາມດ້ານພື້ນຖານຂອງການພັດທະນາມະນຸດ, ອາຍຸຍືນ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ; ໃນລະຫວ່າງປີ 1990 ແລະ 2019, ຄ່າ HDI ຂອງ ສປປ ລາວ ໄດ້ເພີ່ມຂື້ນຈາກ 0.405 ເປັນ 0.613, ເພີ່ມຂື້ນ 51,4 ເປີເຊັນ, ແລະ ສົ່ງຜົນໃຫ້ຖືກຈັດຢູ່ອັນດັບ 137 ໃນ 189 ປະເທດ ແລະ ເຂດແຄວ້ນ, ອີງຕາມບົດລາຍງານການພັດທະນາມະນຸດ (HDR) 2020 ໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (ອົງການ UNDP) ໃນວັນພຸດທີ 23 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ. ບົດລາຍງານສະບັບນີ້ ຄົບຮອບ 30 ປີຂອງ HDR: ” ການພັດທະນາມະນຸດ ແລະ Anthropocene” ໄດ້ຮັບການແນະນຳຕົວຢ່າງເປັນທາງການໃນປະເທດລາວໂດຍອົງການ UNDP ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ ພາຍຫຼັງການເຜີຍແຜ່ທົ່ວໂລກ ໃນວັນທີ 15 ທັນວາ ...

Read More »

ຄວນຮູ້!!! ຂໍ້ຫ້າມໃນການນຳໃຊ້ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ

ການນຳໃຊ້ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມສະດວກສະບາຍ ແລະ ປະຢັດເວລາໃນການເດີນທາງຫລາຍສົມຄວນ, ແຕ່ຂະນະດຽວກັນ ກໍຍັງມີຫລາຍຄົນທີ່ອາດບໍ່ທັນຮູ້ ຫລື ບໍ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຂໍ້ຫ້າມຕ່າງໆໃນການນຳໃຊ້ທາງດ່ວນ ເນື່ອງຈາກວ່າທາງເສັ້ນນີ້ ເປັນທາງດ່ວນເສັ້ນປະຫວັດສາດຂອງ ສປປ ລາວ ແລະ ປະຊາຊົນລາວ ກໍບໍ່ທັນມີຄວານຊິນເຄີຍໃນການນຳໃຊ້ເທື່ອ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ບັນດາຂໍ້ຫ້າມໃນການນຳໃຊ້ທາງດ່ວນປະກອບມີຄື: ຫ້າມຂັບຂີ່ຍານພາຫະນະໃນສະພາບມຶນເມົາ, ຂັບຂີ່ເກີນຄວາມໄວທີ່ກົດໝາຍ, ລະບຽບການ ແລະ ປ້າຍຈະລາຈອນ ກຳນົດ, ຫ້າມຂັບຂີ່ເຈີດຊ້າຍເຈີດຂວາ, ຊ່ວງຊີງພາຫະນະອື່ນດ້ວຍຄວາມປະໝາດ ແລະ ບໍ່ຖືກຕ້ອງຕາມກົດຈະລາຈອນທາງບົກ ແລະ ຫ້າມຂັບຂີ່ຍານພາຫະນະທີ່ບັນທຸກວັດຖຸ ແລະ ສິນຄ້າຜິດກົດໝາຍຢ່າງເດັດຂາດ; ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບວີຊີດີ, ດີວີດີ ຫລື ເຄື່ອງຫລິ້ນເອເລັກໂຕຣນິກທຸກປະເພດ ໃນເວລາຂັບຂີ່ຍານພາຫະນະ, ຫ້າມຈອດຍານພາຫະນະຕາມທາງດ່ວນໂດຍບໍ່ມີຄວາມຈຳເປັນ, ຫ້າມຍານພາຫະນະທີ່ບັນທຸກຜູ້ໂດຍສານເກີນຈຳນວນ, ສິນຄ້າເກີນນຳໜັກ ຫລື ຂະໜາດ ຕາມມາດຕະຖານຂອງໂຮງງານຜະລິດກຳນົດ; ຫ້າມຜູ້ໂດຍສານນັ່ງກະບະລົດ, ຫ້າມແຂ່ງລົດທຸກປະເພດຕາມທາງດ່ວນ, ຫ້າມຖອຍຫລັງ, ຂັບສວນກັບ, ຂ້າມຮາວດອນກາງເພື່ອລ້ຽວກັບ, ຫ້າມລອງລົດ ແລະ ລົດທີ່ຮຽນຂັບເຂົ້າທາງດ່ວນ, ຫ້າມຈອດຕັນທາງເຂົ້າ, ຫ້າມຂັບຂີ່ຄວບຊ່ອງຈະລາຈອນ, ຫ້າມຊີງທາງເບື້ອງຂວາ ແລະ ພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ...

Read More »

ຄະນະສະເພາະກິດ ຮຽກຮ້ອງ ທົ່ວສັງຄົມຈົ່ງມີສະຕິໃນການປ້ອງກັນຕົນເອງ ຈາກພະຍາດໂຄວິດ-19

ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນວັນທີ 24 ທັນວາ 2020 ນີ້ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ພ້ອມທັງຮຽກຮ້ອງ ທົ່ວສັງຄົມ ກໍຄື ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິໃນການປ້ອງກັນໂຕ ຈາກພະຍາດດັ່ງກ່າວ, ພ້ອມກັນປະຕິບັດມາດຕະການ, ຄຳແນະນຳ ທີ່ທາງຄະນະສະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 23 ທັນວາ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.943 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 1.872 ຄົນ; ດ່ານລາວ-ຈີນ 90 ຄົນ, ດ່ານລາວ-ຫວຽດນາມ 840 ຄົນ, ດ່ານລາວ-ກຳປູເຈຍ 2 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 139 ...

Read More »

ມູນນິທິເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ມອບເຄື່ອງຊ່ວຍເຫຼືອຄອບຄົວຜູ້ທຸກຍາກບັນດາແຂວງພາກເໜືອ

ໃນຕອນບ່າຍຂອງ ວັນທີ 22 ທັນວາ 2020 ທີ່ຜ່ານມາ ທາງມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ໄດ້ມອບອຸປະກອນເຄື່ອງນຸ່ງຫົ່ມໃຫ້ແກ່ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ເພື່ອນໍາໄປມອບຕໍ່ໃຫ້ຄອບຄົວທີ່ທຸກຍາກ ຢູ່ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ ຢູ່ທີ່ອາຄານ ເຄແອນຊີ (K&C) ໃຫ້ກຽດມອບໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ແລະ ຕາງໜ້າຮັບໂດຍທ່ານ ນາງ ທັດສະດາພອນ ຈັນທະມາດ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດຊຸດທີ VIII (ປະຈໍາການທີ່ສະພາແຫ່ງຊາດທາດຫຼວງ). ເຄື່ອງນຸ່ງຫົ່ມທີ່ມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 13,125,000 ກີບ ເຊິ່ງປະກອບມີ ຜ້າຫົ່ມ ຈໍານວນ 200 ຜືນ, ເຊິ່ງຈະໄດ້ນໍາໄປມອບໃຫ້ຄອບຄົວຜູ້ທຸກຍາກຢູ່ທີ່ ບ້ານ ນາກຽວ , ບ້ານ ໜອງໃສ ເມືອງ ...

Read More »

ບາງມາດຕະການ ແກ້ໄຂອັດຕາເງິນເຟີ້

ໃນບົດຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ; ອັດຕາແລກປ່ຽນ; ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂນັ້ນ ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້ ໂດຍມີບາງມາດຕະການດັ່ງນີ້: ສັງລວມແລ້ວ ໃນໄລຍະ 2 ເດືອນຕົ້ນປີ 2020 , ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນ ແມ່ນໄດ້ຮັບແຮງກົດດັນທັງເບື້ອງຄວາມຕ້ອງການ (Demand Pull), ໃນສະພາບທີ່ພື້ນຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ ສົມທົບກັບທຸກປະເທດປະຕິບັດມາດຕະການການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະຍາດລະບາດໂຄວິດ-19 ໄດ້ເຮັດໃຫ້ຄວາມຕ້ອງການ ໂດຍສະເພາະ ສະບຽງອາຫານ, ສິນຄ້າອຸປະໂພກ-ບໍລິໂພກທີ່ຈໍາເປັນພື້ນຖານໃນຊີວິດປະຈໍາວັນ, ສິນຄ້າປະເພດຢາ ແລະອຸປະກອນປ້ອງກັນພະຍາດ ຍິ່ງມີສູງຂຶ້ນ ໃນຂະນະທີ່ຕ່ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້່າໄດ້ຮັບຜົນກະທົບ ແລະ ການຢຸດສະງັກ; ພ້ອມກັນນັ້ນ, ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍມີຜົນ ເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກ ຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ...

Read More »

ດ່ວນ..!! ກະຊວງ ອຄ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວອາຫານທະເລສົດ ແລະ ແຊ່ແຂງທຸກປະເພດທີ່ນໍາເຂົ້າມາຈາກໄທ………

ກະຊວງອຸດສາຫະກໍາ ແລະ ການຄເາ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດຈາກລາຊະອານາຈັກໄທ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ເຂົ້າມາປະເທດລາວ ຫຼັງ ໄທມີການລະບາດຮອບໃໝ່ຢູ່ເຂດຕະຫຼາດຈໍາໜ່າຍອາຫານທະເລ. ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1194/ອຄ.ກຂອ; ລົງວັນທີ 23 ທັນວາ 2020 ໃຫ້ຮູ້ວ່າ: ອີງໃສ່ການລະບາດຮອບໃຫມ່ຂອງພະຍາດໂຄວິດ-19 ຢູ່ໃນລາຊະອານາຈັກໄທ ທີ່ພົບເຫັນຢູ່ ເຂດຕະຫຼາດຈໍາຫນ່າຍອາຫານທະເລ ທີ່ມີຄວາມສ່ຽງວ່າພະຍາດໂຄວິດ-19 ອາດເຈືອປົນກັບອາຫານທະເລສົດ ແລະ ແຊ່ແຂງ. ສະນັ້ນ, ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ: 1 ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລ ສົດ ແລະ ແຊ່ແຂງ ທຸກປະເພດ ທີ່ນໍາເຂົ້າມາຈາກ ລາຊະອານາຈັກໄທ. 2 ມາດຕະການຫ້າມນໍາເຂົ້ານີ້ເປັນມາດຕະການຊົ່ວຄາວ ແລະ ຈະມີຜົນສັກສິດນໍາໃຊ້ຈົນກວ່າ ເຈົ້າຫນ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ແລະ ລາຊະອານະຈັກໄທ ...

Read More »

ມີຫລາຍກວ່າ 80 ຫົວໜ່ວຍທຸລະກິດ ຈະເຂົ້າຮ່ວມງານວາງສະແດງສິນຄ້າເຟີນີເຈີລາວ 2021………

ງານວາງສະແດງສິນຄ້າເຟີນີເຈີລາວຄັ້ງທີ 7 ປະຈໍາປີ 2021 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-17 ມັງກອນ 2021 ທີ່ຈະມາເຖິງນີ້ໂດຍຈະມີສິນຄ້າເຟີນີເຈີຢ່າງຫລວງຫລາຍທີ່ມາຈາກຜູ້ປະກອບການ, ຫົວໜ່ວຍຈາກນະຄອນຫລວງວຽງຈັນ ແລະ ມາຈາກຕ່າງແຂວງ ໄວ້ໃຫ້ຜູ້ທ່ຽວຊົມໄດ້ຊອກຊື້ເພື່ອນໍາໄປຕົບແຕ່ງປະດັບປະດາເຮືອນ, ອາຄານ ແລະ ອື່ນໆ ຊຶ່ງງານດັ່ງກ່າວຈັດໂດຍສະມາຄົມເຟີນີເຈີລາວ. ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫລງຂ່າວ ເມື່ອບໍ່ດົນນີ້ ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວ່າ: ທາງສະມາຄົມເຟີນີເຈີລາວໄດ້ກະກຽມຫ້ອງວາງສະແດງສິນຄ້າໄວ້ແລ້ວທັງໝົດ 175 ຫ້ອງ, ໃນນັ້ນ ສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນມີ 25 ຫ້ອງ. ຕະຫລອດ 9 ວັນຂອງການຈັດງານດັ່ງກ່າວຄາດວ່າຈະມີມູນຄ່າຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຜູ້ເຂົ້າຊົມງານຈະມີປະມານ 100.000 ຄົນ. ສໍາລັບກິດຈະກໍາພາຍໃນງານຈະມີການສາທິດການຜະລິດສິນຄ້າຕ່າງໆ, ກິດຈະກໍາມອບລາງວັນໃຫ້ແກ່ຜູ້ທີ່ໂຊກດີ, ການສະແດງສິລະປະ ແລະ ການແຂ່ງຂັນດົນຕີແບບເຕັມວົງ ແລະ ອື່ນໆ. ແຫຼ່ງຂໍ້ມູນ: ຂປລ

Read More »

ປັດຈຸບັນ ພະນັກງານ-ລັດຖະກອນທົ່ວປະເທດມີທັງໝົດ 178.821 ຄົນ…….

ໃນບົດລາຍງານການເມືອງທີ່ ສະຫາຍ ທອງຈັນ ມະນີໄຊ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພາຍໃນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 22 ທັນ 2020 ໄດ້ໃຫ້ຮູ້ກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຕະຫລອດໄລຍະ 5 ປີ ຜ່ານມາວ່າ: ວຽກງານຄຸ້ມຄອງລັດຖະກອນຂອງລາວ ໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ເປັນທັນສະໄໝເທື່ອລະກ້າວ. ໂດຍໄດ້ສ້າງ, ປັບປຸງນິຕິກຳ ແລະລະບຽບການຄຸ້ມຄອງລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 15 ທັນວາ 2015, ດຳລັດລຸ່ມກົດໝາຍ 5 ສະບັບ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຫຼາຍກວ່າ 40 ສະບັບ; ເພື່ອປະຕິບັດວຽກງານຄຸ້ມຄອງມະຫາພາກ ການແບ່ງຂັ້ນຄຸ້ມຄອງ ແລະ ປະຕິບັດນະໂຍບາຍ 3 ສ້າງ ກະຊວງພາຍໃນໄດ້ສະເໜີລັດຖະບານມອບ 9 ວຽກງານຄຸ້ມຄອງລັດຖະກອນໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ...

Read More »