Author Archives: admin target

ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ແກ່ນັກສຶກສາທີ່ ຮຽນດີ – ຮຽນເກັ່ງ 330 ທຶນ

ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຂອງຊາດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາໃນທົ່ວປະເທດ. ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ) ເຊິ່ງໂຄງການສານຝັນມອບທຶນການສຶກສາແກ່ນັກສຶກສາທີ່ຂາດເຂີນ ຂອງ ບໍລິສັດ ເບຍລາວ ຈໍາກັດ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປັດຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ...

Read More »

ຍີ່ປຸ່ນ ຊ່ວຍເຫຼືອອຸປະກອນກວດຫາເຊື້ອພະຍາດໂຄວິດ-19……….

ຕອນເຊົ້າວັນທີ 18 ທັນວາ 2020 ທີ່ສູນລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນການແພດໃຫ້ ສປປ ລາວ ເຊິ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ19, ອຸປະກອນດັ່ງກ່າວປະກອບດ້ວຍ ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ ເຊິ່ງແມ່ນພາກສ່ວນໜຶ່ງ ທີ່ລັດຖະບານຍີ່ປຸ່ນສັນຍາວ່າຈະໃຫ້ການຊ່ວຍເຫລືອທັງໝົດ ມູນຄ່າ3.084.480 ໂດລາສະຫະລັດ. ທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະລັດຖະທູດແຫ່ງຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ ອຸປະກອນການແພດເຫຼົ່ານີ້ ສາມາດເພີ່ມຄວາມເຂັ້ມແຂງຂອງປະເທດລາວ ໃນການຮັບມືກັບພະຍາດໂຄວິດ-19, ນອກຈາກນັ້ນ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງຍີ່ປຸ່ນໃນການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ. ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກ່າວວ່າ: ການສະໜອງເຄື່ອງມືທີ່ຈຳເປັນໃຫ້ຫ້ອງວິເຄາະຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ ...

Read More »

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ III………

ກອງປະຊຸມໃຫຍ່ ຜູ້ແທນສະໂມສອນອະດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລອາ ຊຽນ-ຍີ່ປຸ່ນ(LaoSAA) ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 12 ທັນວາ 2020 ນີ້ ທີ່ນະຄອນຫລວງວຽງຈັນ. ກອງປະຊຸມ ໄດ້ສະເໜີບົດລາຍງານການເມືອງສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດການເຄື່ອນໄຫວນໍາພາ ແລະ ຊີ້ນໍາຂອງຄະນະບໍລິຫານງານສະໂມສອນອະດີດຊາວໜຸ່ມລາວ ໃນໄລຍະ 9 ປີຜ່ານມາ(2011-2020) ແລະ ວາງທິດທາງການເຄື່ອນໄຫວ 05 ປີ ໃນຕໍ່ໜ້າ(2021–2025), ທັງໃຊ້ສິດປ່ອນບັດເລືອກຕັ້ງເອົາຄະນະຊຸດໃໝ່ຈໍານວນ 13 ສະຫາຍ ຈາກຜູ້ລົງສະໝັກ 16 ສະຫາຍ ໂດຍກອງປະຊຸມມີຜູ້ແທນສົມບູນ 66 ສະຫາຍ ໄດ້ເປັນເອກະສັນເລືອກເອົາສະຫາຍ ຢາງປາວ ປ່າເຍວີ ເປັນປະທານສະໂມສອນຄົນໃໝ່, ສະຫາຍ ພູວົງ ມະນີວົງ, ສະຫາຍ ທອງສະນິດ ພັນແພງດີ, ສະຫາຍ ອິດສະລະ ສຸວັນສິງ ເປັນຮອງ ແລະ ໄດ້ເລືອກເອົາສະຫາຍ ພູວົງ ມະນີວົງ ເປັນປະທານກວດກາ, ສະຫາຍ ທັດສະພອນ ເລີດຖາວອນ, ສະຫາຍຄໍາປະສິດ ເທບວົງ ສາ, ສະ ຫາຍບຸນເຮັງ ...

Read More »

ຮສສ ສະເຫຼີມສະຫຼອງ ວັນເຄື່ອນຍ້າຍແຮງງານສາກົນ…….

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ຮ່ວມກັບ ອົງການແຮງງານສາກົນ (ILO) ໄດ້ຈັດງານງານສະເຫລີມສະຫລອງວັນແຮງງານເຄື່ອນຍ້າຍສາກົນຂຶ້ນ ໃນວັນທີ 17 ທັນວາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ຊຶ່ງໃນປີ 2000 ອົງການສະຫະປະຊາຊາດໄດ້ຮັບຮອງເອົາ ວັນທີ 18 ທັນວາ ຂອງທຸກປີ ເປັນວັນແຮງງານເຄື່ອນຍ້າຍສາກົນ, ຕັ້ງແຕ່ນັ້ນເປັນ ຕົ້ນມາ ບັນດາປະເທດສະມາຊິກຂອງອົງການສະຫະປາຊາຊາດ, ອົງການຈັດຕັ້ງສາກົນ ແລະ ເຄືອຂ່າຍອົງການສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວນີ້. ສະພາບການເຄື່ອນຍ້າຍແຮງງານຢູ່ ສປປ ລາວ ກໍມີທັງການເຄື່ອນຍ້າຍແຕ່ເຂດຊົນນະບົດເຂົ້າສູ່ຕົວເມືອງ ແລະ ເຄື່ອນຍ້າຍອອກໄປເຮັດວຽກຢູ່ຕ່າງປະເທດ ນັບທັງຖືກຕ້ອງຕາມກົດໝາຍ ແລະ ແບບບໍ່ຖືກກົດໝາຍ ໂດຍສະເພາະແມ່ນການເຄື່ອນຍ້າຍໄປເຮັດວຽກຢູ່ປະເທດເພື່ອນບ້ານໃກ້ຄຽງ. ປັດຈຸບັນ ມີແຮງງານລາວທີ່ໄປເຮັດວຽກໂດຍທີ່ຖືກຕ້ອງຕາມກົດໝາຍ ໂດຍຜ່ານການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ 3 ປະເທດ ຄື: ປະເທດໄທ, ຍີປຸ່ນ ແລະ ສ. ເກົາຫລີ ລວມທັງໝົດ 214.000 ຄົນ. ຕໍ່ກັບບັນຫາການເຄື່ອນຍ້າຍແຮງງານ, ພັກ ແລະ ລັດຖະ ...

Read More »

ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3…..

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ລາຍງານໃຫ້ຮູ້ເຖິງການເຄື່ອນຍ້າຍສິນຄ້າພາຍໃນປະເທດທີ່ມີບາງຂອດຈະຕ້ອງປັບປຸງແກ້ໄຂວ່າ: ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການເງິນ ແມ່ນມີຄວາມຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບພາລະບົດບາດຂອງຕົນເອງ ຊຶ່ງສ້າງອຸປະສັກທາງດ້ານເວລາແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃຫ້ແກ່ພາກທຸລະກິດກໍຄືປະຊາຊົນໃນເວລາເຄື່ອນຍ້າຍສິນຄ້າ ຈາກເມືອງ ຫາ ເມືອງ, ແຂວງ ຫາ ແຂວງເປັນຕົ້ນສິນຄ້າກະສິກໍາ, ເຄື່ອງປ່າຂອງດົງ, ສັດແລະຜະລິດຕະພັນສັດ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກແລະອື່ນໆ ບັນຫາດັ່ງກ່າວ ແມ່ນເກີດຂຶ້ນມາດົນແລ້ວ, ແຕ່ຍັງບໍ່ໄດ້ຮັບການປັບປຸງແກ້ໄຂໄດ້ດີເທົ່າທີ່ຄວນ ໃນໄລຍະຜ່ານມາ, ກະຊວງອຸດສາຫະກໍາ ...

Read More »

ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດຈະເຮັດໃຫ້ຕົວຊີ້ວັດທີ 8 ຢູ່ໃນອັນດັບດີຂຶ້ນ …………

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ...

Read More »

ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໃນປີ 2021…..

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ,ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນແລະ ຕ້ານພະຍາດນີ້ສູງ ເຖິງ 95%. ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ. ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ ...

Read More »

ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0………..

ວັນທີ 17 ທັນວາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ຈັດກອງປະຊຸມສຳມະນາກະກຽມຄວາມພ້ອມເຂົ້າສູ່ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0 ໂດຍການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ, ມີຕາງໜ້າຈາກບັນດາກະຊວງ, ອົງການ, ຫ້ອງ ການ, ສະຖາບັນການສຶກສາ, ລັດວິສາຫະກິດ, ທະນາຄານ, ບໍລິສັດ ພ້ອມດ້ວຍບັນດາກົມ/ສູນ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ ແລະ ນຳສະເໜີ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການນຳສະເໜີກ່ຽວກັບການພັດທະນາເສດຖະກິດດິຈິຕອນໃນ ສປປ ລາວ ໂດຍແມ່ນ ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ນຳສະເໜີ ຊຶ່ງລັດຖະບານໄດ້ຮັບຮອງໂດຍຫຼັກການກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະ ສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງ ຊາດ ...

Read More »

ຕີລາຄາ ຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ………

ກອງປະຊຸມສະຫຼຸບຕີລາຄາການນຳພາ – ຊີ້ນຳ ຂອງຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ທັນວາ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ,ມີບັນດາສະຫາຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງ, ພ້ອມດ້ວຍຄະນະພັກ – ຄະນະນຳ ແຂວງໄຊສົມບູນ, ພະແນກ, ອົງການ, ກົມກອງ ອ້ອມຂ້າງ ແຂວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບສະພາບທີ່ພົ້ນເດັ່ນໃນການພັດທະນາແຂວງໄຊສົມບູນ ໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ – ອົງການປົກຄອງ ແຂວງໄຊສົມບູນ ໄດ້ຖືເອົາວຽກງານສຶກສາອົບ   ຮົມ – ການເມືອງແນວຄິດເປັນບັນຫາສຳຄັນ ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຊິ່ງສາມາດຮັບປະກັນໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເສດຖະກິດ – ສັງຄົມ ໄດ້ຮັບການພັດທະນາຢ່າງ    ...

Read More »

ກະຊວງ ອຄ ປາຖະກະຖາວັນສໍາຄັນຂອງຊາດ………..

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິ 11 ສະໄໝ X ຂອງພັກ ເພື່ອເຮັດໃຫ້ພະນັກງານທົ່ວກະຊວງ ອຄ ກໍາແໜ້ນແນວທາງຂອງພັກ – ລັດຖະບານປະກອບສ່ວນສໍາຄັນໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ. ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 16 ທັນວາ 2020 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຮັບຟັງມີຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກ, ບັນດາສະຫາຍຄະນະພັກຮາກຖານສະມາຊິກພັກ – ພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ. ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດຄວາມເປັນມາຂອງການຕໍ່ສູ້ອັນລະອິດລະອ້ຽວ ແລະ ຂ້ຽວຂາດຂອງກອງທັບ ແລະ ປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ຈົນສາມາດສະຖາປະນາ ສປປ ...

Read More »