Author Archives: admin target

ພາຫະນະທຸກປະເພດທີ່ມີແຮງຈັກຕໍ່າກວ່າ 350 ຊີຊີ ຫ້າມຂຶ້ນທາງດ່ວນ….

ທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ໂດຍມີໄລຍະທາງ 109 ກິໂລແມັດ ທີ່ຈະເປີດນຳໃຊ້ຢ່າງເປັນທາງການໃນມື້ວັນທີ 2 ທັນວາ 2020 ທີ່ຈະມາເຖິງນີ້, ໂດຍອີງຕາມກົດໝາຍທາງບົກ ແຫ່ງ ສປປ ລາວ ຊີ້ໃຫ້ເຫັນວ່າ: ພາຫະນະທີ່ຈະສາມາດຂຶ້ນທຽວທາງ ດ່ວນໄດ້ນັ້ນຢ່າງໜ້ອຍຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີຂຶ້ນໄປ ນອກນັ້ນຍັງມີລົດບັນທຸກ, ລົດພວງທີ່ມີນ້ຳໜັກເກີນທີ່ກຳນົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕ່ຳກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ. ສະເພາະການຂຶ້ນທຽວທາງດ່ວນນັ້ນ, ຜູ້ຂັບຂີ່ລົດຈັກທີ່ມີແຮງມ້າຫຼາຍກວ່າ 350 ຊີຊີຂຶ້ນໄປ ແລະ ລົດເບົາທຸກປະເພດໃຫ້ໃຊ້ຄວາມໄວຢູ່ລະຫວ່າງ 80-110 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ), ສ່ວນ ລົດຜູ້ຂັບຂີ່ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທຸກຂະໜາດໃຫ້ໃຊ້ຄວາມໄວໃນລະຫວ່າງ 80-90 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ) ນອກນັ້ນຕ້ອງໃຫ້ປະຕິບັດຕາມໄຟສັນຍານ, ປ້າຍ ແລະ ເຄື່ອງໝາຍປ້າຍຈະລາຈອນທີ່ຈໍາກັດຄວາມໄວຢ່າງເຂັ້ມງວດ. ສໍາລັບໄລຍະຫ່າງຂອງພາຫະນະຈະຢູ່ໃນລະດັບ 100 ແມັດຂຶ້ນໄປ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ….

ໃນວັນທີ 17 ພະຈິກ 2020 ໄດ້ມີ ກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຮ່ວມຈັດໂດຍ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ແລະ UNDP ປະຈໍາລາວ. ກອງປະຊຸມຄັ້ງນີ້ ເປັນກຽດເປີດງານໂດຍ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ທ່ານ ນາງ Ricarda Rieger, ຜູ່ຕາງໜ້າ ອົງການ UNDP ເຊິ່ງມີຜູ້ເຂົາຮ່ວມແມ່ນ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກະຊວງອ້ອມຂ້າງ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມທໍາອິດໃນບັນດາກອງປະຊຸມກ່ຽວຂ້ອງກັບດິຈິຕອນທີ່ມີການວາງແຜນໄວ້ ເຊິ່ງຈະມີການເຊີນບັນດາພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງກັບວຽກງານຫັນເປັນທັນສະໄໝ ໃນ ສປປ ລາວ ໃຫ້ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຄົ້ນຄວ້າວິທີການເພື່ອສົ່ງວຽກງານດັ່ງກ່າວຮ່ວມກັນ. ...

Read More »

ສສຊ ຮັບຟັງບົດສະຫຼຸບການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ VIII ແລະຮ່າງແຜນການຕໍ່ໜ້າ…….

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ສະ​ພາ​ແຫ່ງ​ຊາດ​ໄດ້​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ (2016 – 2020) ແລະ ປີ 2020 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII, ຄາດ​ຄະເນ​ແຜນການ​ປະ​ຈໍາ​ປີ 2021 ແລະ ຮ່າງ​ທິດ​ທາງ​ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ (2021- 2025) ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX, ໃນ​ວັນ​ທີ 16 ພະຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະ ພາ​ແຫ່ງ​ຊາດ. ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ໄດ້​ຂຶ້ນ​ສະເໜີ ຮ່າງ​ ບົດ​ລາຍ​ງານ​ການຈັດຕັ້ງ​ປະ ຕິບັດ​ແຜນການເຄື່ອນໄຫວ​ວຽກ​ງານ​ດັ່ງກ່າວ​ໃຫ້​ຮູ​້ວ່າ: ໃນ​ໄລຍະ 5 ປີຜ່ານມາ​ສະພາ​ແຫ່ງ​ຊາດ ສາມາດ​ຮັບຮອງເອົາ ​ກົດໝາຍ​ໄດ້​ຈໍາ​ນວນ 90 ສະ ບັບ ໃນ​ນີ້ ກົດໝາຍ​ສ້າງ​ໃໝ່​ຈໍາ​ ນວນ 38 ສະບັບ, ກົດໝາຍ​ປັບປຸງ ...

Read More »

ກໍາປູເຈຍ ຊ່ວຍເຫຼືອອຸປະກອນການແພດໃຫ້ລັດຖະບານລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19…..

ຕອນເຊົ້າວັນທີ 16 ພະຈິກ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ປະກອບມີ ຜ້າອັດປາກ ຈຳນວນ 2.100.000 ແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ. ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອ ແມ່ນສົມເດັດ ປີໄຈ ເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍມີຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ...

Read More »

15 ປະເທດ ຮ່ວມລົງນາມເປັນເຂດການຄ້າເສລີ ກວມເອົາ 30% ຂອງເສດຖະກິດໂລກ…….

15 ປະເທດໃນພາກພຶ້ນອາຊີ-ປາຊີຟິກ ໄດ້ຮ່ວມລົງນາມການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ເພື່ອຈັດຕັ້ງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ລົງນາມແບບທາງໄກ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 15 ພະຈິກຜ່ານມາ ໃນໂອກາດທີ່ ຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ຄູ່ເຈລະຈາ. ອາເຊັບປະກອບດ້ວຍ 10 ປະເທດອາຊຽນ ແລະ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ ໂດຍມີຈຸດປະສົງເພື່ອຫຼຸດອັດຕາພາສີສິນຄ້າລົງໃຫ້ຫຼາຍທີ່ສຸດໃນຫຼາຍໆໝວດສິນຄ້າ ໂດຍຄວບຄຸມປະມານ 30% ຂອງເສດຖະກິດໂລກ ແລະ ມີປະຊາກອນ 30% ຂອງປະຊາກອນໂລກ ຫຼື ມີຜູ້ບໍລິໂພກປະມານ 2.200 ລ້ານຄົນ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນນາມເຈົ້າພາບເຈລະຈາຂໍ້ຕົກລົງຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງຂອງອາເຊັບຄາດວ່າ ຈະໄດ້ລົງນາມໃຫ້ສັດຕະຍາບັນໃນໄວໆນີ້ ເພື່ອໃຫ້ມີຜົນບັງຂັບໃຊ້ ແລະ ຈະກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດໃນການຊ່ວຍຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ແຫຼ່ງຂໍ້ມູນ: ...

Read More »

ເສັ້ນທາງລົດໄຟລາວ-ຈີນ ຍັງພົບບັນຫາທ້າທາຍດ້ານຄວາມປອດໄພ…..

ວັນທີ 14 ພະຈິກ 2020​ ຜ່ານມາ ທ່ານ Xiao Qian Wen ອໍານວຍການໃຫຍ່ບໍລິສັດທາງລົດໄຟຕິດຕາມ ໄດ້ລາຍງານຄວາມຄືບໜ້າການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ເນື່ອງໃນໂອກາດຢ້ຽມຢາມ ໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ດ້ານການກໍ່ສ້າງໂດຍລວມທັງໝົດ ແມ່ນສໍາເລັດ 88% ເຊິ່ງລວມທັງການວາງລາງ, ເຈາະອຸໂມງ, ສ້າງສະຖານີ, ໂຄງສ້າງຂົວ ແລະ ລະບົບຄວາມປອດໄພ ເຊິ່ງຄາດວ່າຈະໃຫ້ສຳເລັດ ພ້ອມເປີດນໍາໃຊ້ທ້າຍປີ 2021. ໃນຂະນະດຽວກັນທ່ານໄດ້ຍົກໃຫ້ເຫັນເຖິງບັນຫາທ້າທາຍບາງຢ່າງກ່ຽວກັບລະບົບຄວາມປອດໄພ ຄືໄລຍະຜ່ານມາມີບາງທ້ອງຖິ່ນຍັງຂາດເອົາໃຈໃສ່ ຕໍ່ລະບຽບ ແລະ ຫລັກການດ້ານຄວາມປອດໄພຕໍ່ຊີວິດ ແລະ ໂຄງການ ເຊັ່ນ ລັກເຮັດຂົວຕັດຜ່ານຂ້າມລາງລົດໄຟເອງ ໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງເຂົ້າໄປໃນຂອບເຂດທາງລົດໄຟ ແລະ ລັກເອົາຫົວນັອດຈັບລາງລົດໄຟ,​ ມ້າງຮົວກັ້ນ ນັບວ່າເປັນບັນຫາພື້ນຖານຕໍ່ຄວາມປອດໄພ ອາດນຳໄປສູ່ການເກີດອຸປະຕິເຫດ ແລະ ຜົນເສຍຫາຍອັນມະຫາສານໃນພາຍພາກໜ້າໄດ້.​ ດັ່ງນັ້ນ, ທ່ານກ່າວວ່າ ວຽກງານດ້ານຄວາມປອດໄພຖືເປັນຄວາມສຳຄັນສຸດ ແລະ ຍັງເປັນບັນຫາທ້າທາຍເປັນທີ່ສຸດ ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກສະມາຊິກສະພາແຫ່ງຊາດແຕ່ລະເຂດ ຊ່ວຍເປັນກະບອກສຽງໂຄສະນາດ້ານຄວາມປອດໄພໃຫ້ກັບປະຊາຊົນທີ່ຢູ່ອ້ອມເສັ້ນທາງຜ່ານລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ.​ ທ່ານ ສາຍທອງ ແກ້ວດວງດີ ...

Read More »

ສ້າງກຸ່ມຕົວແທນລູກຄ້າ (Customer Persona) ເຄື່ອງມືສຳຄັນໃນການກຳນົດກຸ່ມລູກຄ້າເປົ້າໝາຍຂອງທ່ານ

ສະບາຍດີທ່ານຜູ້ອ່ານວາລະສານທາເກັດ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາເປັນປະຈຳ ໃນເດືອນນີ້ ພວກເຮົາກໍຍັງຄົງຈະເວົ້າກ່ຽວກັບການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ນຳໄປໃຊ້ ຫັນປ່ຽນທຸລະກິດ ມາສູ່ດິຈິຕອນແພລັດຟອມ ເພື່ອຜ່ານຜ່າວິກິດທາງເສດຖະກິດ ແລະ ພະຍາດລະບາດ ໂຄວິດ-19 ໄປພ້ອມໆກັນ ເຊິ່ງໃນເດືອນນີ້ ຂ້າພະເຈົ້າຈະມາເວົ້າເຖິງບັນຫາທີ່ຜູ້ປະກອບການຫຼາຍໆທ່ານເບິ່ງຂ້າມ ເວລາເຮັດການຕະຫຼາດດິຈິຕອນ ນັ້ນກໍຄື ການທຳຄວາມເຂົ້າໃຈ ແລະ ຮູ້ຈັກລູກຄ້າຂອງທ່ານໃຫ້ເລິກເຊິ່ງ ເພາະຫາກເຮົາບໍ່ມີຂໍ້ມູນເຫຼົ່ານີ້ແລ້ວ ເຮົາຈະຮູ້ໄດ້ແນວໃດວ່າ ຄວນວາງຍຸດທະສາດການຕະຫຼາດໄປໃນທິດທາງໃດຈຶ່ງຈະຖືກຕ້ອງ? ເຄື່ອງມືທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າເປົ້າໝາຍໄດ້ຢ່າງເລິກເຊິ່ງ ນັ້ນກໍຄື Customer Persona ເຊິ່ງແມ່ນການນຳໃຊ້ຂໍ້ມູນການວິໄຈທາງການຕະຫຼາດ ແລະ ການເກັບຂໍ້ມູນພຶດຕິກຳຂອງລູກຄ້າ ແລ້ວນຳມາກຳນົດບຸກຄະລິກ ແລະ ລັກສະນະຂອງກຸ່ມເປົ້າໝາຍ ເພື່ອສ້າງໃຫ້ເປັນຕົວແທນກຸ່ມເປົ້າໝາຍ ຫຼື ລູກຄ້າໃນອຸດົມຄະຕິ ຊ່ວຍໃຫ້ນັກການຕະຫຼາດ ຫຼື ຜູ້ປະກອບການ ສາມາດເຫັນພາບຂອງກຸ່ມລູກຄ້າເປົ້າໝາຍ ແລະ ຄວາມຄາດຫວັງຂອງພວກເຂົາໄດ້ຊັດເຈນຂຶ້ນ. ສຳລັບທຸລະກິດທີ່ລັກສະນະຂອງລູກຄ້າບໍ່ຄ່ອຍແຕກຕ່າງກັນຫຼາຍ ການສ້າງ Customer Persona ກໍພຽງແຕ່ດຶງເອົາຄຸນລັກສະນະຂອງລູກຄ້າສ່ວນໃຫຍ່ ທີ່ເປັນຕົວແທນຂອງລູກຄ້າຫຼັກ ເຂົ້າມາວິເຄາະ ແຕ່ສຳລັບທຸລະກິດທີ່ມີລູກຄ້າທີ່ແຕກຕ່າງກັນຫຼາຍກຸ່ມ ການສ້າງ  Customer Persona ກໍຈຳເປັນຕ້ອງມີຫຼາຍກວ່າ 1 ຊຸດ ເພື່ອໃຫ້ເຫັນພາບຄຸນລັກສະນະຂອງກຸ່ມລູກຄ້າຫຼັກ ...

Read More »

ສະຖາບັນ​ຂົງຈື​ ຈັດງານຕະຫຼາດນັດແຮງງານ ສ້າງໂອກາດໃຫ້….

ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນ​ຂົງຈື​ ມະຫາວິທະຍາໄລແຫ່ງຊາດ​ ໄດ້ຈັດງານຕະຫຼາດ ນັດແຮງງານ​ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ​, ເປັນກຽດເຂົ້າຮ່ວມໂດຍ ທ່ານ​​ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ​ ມະຫາວິທະຍາໄລແຫ່ງຊາດ, ທ່ານ​ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ​ ຈີນ​ ປະຈໍາ ລາວ,​ ທ່ານ​ ຄໍາຮຸ່ງ ຈັນທະ​ວົງ​ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ​ທ່ານ​ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ​ຈີນ,​ ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ,​ ຄູອາຈານ​ ແລະ​ນັກສຶກສາເຂົ້າຮ່ວມ.​ ໃນໂອກາດດັ່ງກ່າວ,​ ທ່ານ​​ ອະທິການບໍດີ ມຊ ​ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະ​ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ​ ແລະ​ໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.​ ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ...

Read More »

ສສຊ ຮັບຮອງການປັບປຸງ ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ 3 ມາດຕາ…..

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 13 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6 ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ. ໂອກາດນີ້ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະ ກອບຄຳເຫັນເພື່ອຮັບຮອງເອົົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດ. ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ 10 ພາກ, 7 ໝວດ, 75 ມາດຕາ, ສ່ວນການປັບປຸງໃໝ່ຄັ້ງນີ້ ມີພຽງ 3 ມາດຕາ ຄື: ມາດຕາ 34 ກ່ຽວກັບປະ ທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະ ທານອົງການກວດສອບປະຈໍາພາກ. ປະທານອົງການກວດສອບແຫ່ງລັດ ຍົກໃຫ້ເຫັນວ່າ: ...

Read More »

ສະພາບການແຜ່ລະບາດໂຄວິດ-19 ແບບຄື້ນທີ​ 3 ໃນຍີ່ປຸ່ນ…..

ຍີ່ປຸ່ນລາຍງານເມື່ອວັນ 11 ພະຈິກ 2020 ນີ້້ວ່າ: ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ເກືອບເປັນປະຫວັດສາດ 1,547 ຄົນ ຊຶ່ງເປັນລະດັບສູງສຸດ ນັບຕັ້ງແຕ່ຕົ້ນເດືອນສິງຫາ,​ ໃນຂະນະທີ່ສັນຍານນີ້ ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນກ່າວວ່າ: ເປັນການຕິດເຊື້ອແບບ “ຄື້ນທີ 3” ເມື່ອມີອຸນຫະພູມທີ່ເຢັນລົງ ແລະ ຜູ້ຄົນໃຊ້ເວລາຢູ່ໃນບ້ານຫຼາຍຂຶ້ນ ໂດຍບໍ່ມີການລະບາຍອາກາດທີ່ພຽງພໍ. ການນັບລວມທົ່ວປະເທດ ໂດຍ Kyodo News ຈາກຂໍ້ມູນທີ່ເປັນທາງການ ໃກ້ຄຽງກັບການບັນທຶກສະຖິຕິໃນໜຶ່ງມື້ 1,596 ຄົນ ໃນວັນທີ 7 ສິງຫາ ຫຼັງຈາກພື້ນທີ່ມີປະຊາກອນ ໃນເມືອງໃຫຍ່ພົບວ່າມີຜູ້ປ່ວຍກໍລະນີໃໝ່ເພີ່ມຂຶ້ນຢ່າງໄວວາ.ໂຕກຽວໄດ້ຮັບການຢືນຢັນແລ້ວມີ 317 ຄົນ ໂດຍເພີ່ມຂຶ້ນເກີນ 300 ຄົນເປັນຄັ້ງທຳອິດ ນັບຕັ້ງແຕ່ວັນທີ 20 ສິງຫາ ເຮັດໃຫ້ມີຍອດສະສົມຢູ່ທີ 33.377 ຄົນ ຊຶ່ງສູງທີ່ສຸດໃນບັນດາ 47 ແຂວງໃນທົ່ວປະເທດ. ແຂວງໂອຊາກ້າ,​ ຮຽວໂງະ ແລະ ໄຊຕາມະ ລາຍງານວ່າ ມີການເພີ່ມຂຶ້ນເປັນປະຫວັດສາດໃນວັນດຽວ ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ໃນຂະນະທີ່ມີການລະບາດຂອງກຸ່ມຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໃນພື້ນທີ່ທາງຕອນເໜືອເຊັ່ນ ຮອກໄກໂດ ຊຶ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມ. ທ່ານ Toshio ...

Read More »