ປັດຈຸບັນ ພະນັກງານ-ລັດຖະກອນທົ່ວປະເທດມີທັງໝົດ 178.821 ຄົນ…….

ໃນບົດລາຍງານການເມືອງທີ່ ສະຫາຍ ທອງຈັນ ມະນີໄຊ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພາຍໃນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 22 ທັນ 2020 ໄດ້ໃຫ້ຮູ້ກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຕະຫລອດໄລຍະ 5 ປີ ຜ່ານມາວ່າ: ວຽກງານຄຸ້ມຄອງລັດຖະກອນຂອງລາວ ໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ເປັນທັນສະໄໝເທື່ອລະກ້າວ.

Image may contain: 1 person, flower and plant

ໂດຍໄດ້ສ້າງ, ປັບປຸງນິຕິກຳ ແລະລະບຽບການຄຸ້ມຄອງລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 15 ທັນວາ 2015, ດຳລັດລຸ່ມກົດໝາຍ 5 ສະບັບ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຫຼາຍກວ່າ 40 ສະບັບ; ເພື່ອປະຕິບັດວຽກງານຄຸ້ມຄອງມະຫາພາກ ການແບ່ງຂັ້ນຄຸ້ມຄອງ ແລະ ປະຕິບັດນະໂຍບາຍ 3 ສ້າງ ກະຊວງພາຍໃນໄດ້ສະເໜີລັດຖະບານມອບ 9 ວຽກງານຄຸ້ມຄອງລັດຖະກອນໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອຄູ້ມຄອງ ແລະ ແກ້ໄຂໂດຍກົງ; ໄດ້ປັບປຸງຄຸນນະພາບຂອງລັດ ຖະກອນໃຫ້ມີຄວາມເຂັ້ມແຂງ ແລະ ທັງເປັນການປະຕິບັດນະໂຍບາຍຫຼຸດຜ່ອນຈຳນວນພົນ.

Image may contain: 1 person, flower and plant

ສະຫາຍ ທອງຈັນ ມະນີໄຊ ນັບແຕ່ປີ 2015-2020 ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ 21.500 ຄົນ ເພື່ອທົດແທນຈຳນວນລັດຖະກອນທີ່ອອກທຸກຮູບການ ແລະ ຕຳແໜ່ງງານຫວ່າງທີ່ຈຳເປັນເທົ່ານັ້ນ, ປັດຈຸບັນ ຈຳນວນພະນັກງານ-ລັດຖະກອນທົ່ວປະເທດມີທັງໝົດ 178.821 ຄົນ ຍິງ 83.852 ຄົນ, ຈໍານວນລັດຖະກອນທັງໝົດທຽບໃສ່ພົນລະເມືອງໃນປັດຈຸບັນ ເທົ່າກັບ 2,47%; ໄດ້ປັບປຸງ ແລະ ພັດທະນາຖານຂໍ້ມູນຄຸ້ມຄອງລັດຖະກອນແບບເອເລັກໂຕນິກ PIMS ແລະ ສ້າງລະບົບເຊື່ອມຕໍ່ບັນຊີຈຳນວນພົນກັບບັນຊີເງິນເດືອນເປັນບັນຊີດຽວກັນ ເຮັດໃຫ້ການກວດຜ່ານບັນຊີຈຳນວນພົນລັດຖະກອນໃນປັດຈຸບັນ ມີຄວາມສະດວກ, ວ່ອງໄວ ແລະ ທັນເວລາການເບີກຈ່າຍເງິນເດືອນ; ເພື່ອເປັນການກວດກາ ແລະ ຢັ້ງຢືນຈຳນວນລັດຖະກອນທີ່ມີໜ້າຕົວຈິງ ໄດ້ອອກບັດໃຫ້ພະນັກງານ-ລັດຖະກອນ ມາຮອດປັດຈຸບັນ ຢູ່ຂັ້ນສູນກາງສຳເລັດ 41 ພາກສ່ວນ ເປັນຈຳນວນ 11.291 ຄົນ ແລະ ຂັ້ນທ້ອງຖິ່ນສຳເລັດ 3 ແຂວງ/ນະຄອນຫຼວງ, ຈຳນວນ 2.002 ຄົນ.

Comments