Author Archives: admin target

ມື້ນີ້!!!ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອີກ 103 ຄົນ

ທ່ານດຣ. ນາງລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫລງຂ່າວປະຈຳວັນວ່າ:  ໃນວັນທີ 12 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.143 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 65 ຕົວຢ່າງ, ລວມຍອດຜູ້ຕິດເຊື້ອສະສົມ 1.482 ຄົນ ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ,ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ; ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ). ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ ...

Read More »

ໂຄວິດ-19 ສາຍພັນອິນເດຍ ກຳລັງແຜ່ລະບາດເຖິງ 44 ປະເທດ

ຕາມ​ຂ່າວ​ຈາກ ​ເຈ​ນີວາ, ວັນ​ທີ12​ພຶດສະພາ, ອົງການ ​ອະນາ​ໄມ​ໂລກ​ ​ເປີດ​ເຜີຍ​ວ່າ:​ ເຊື້ອ​ພະຍາດ ​ໂຄ​ວິດ-19 ສາຍ​ພັນ​ B.1.617 ທີ່​ພົບ​ການລະບາດຄັ້ງທຳ​ອິດ​ໃນອິນ​ເດຍ ​ພວມ​ແຜ່​ລະບາດ​ໃນ 44​ປະ​ເທດ ຈາກ 6 ພາກ​ພື້ນ ຂອງອົງການ​ອະນາ​ໄມ​ໂລກໃນ​ລະບົບຖານ​ຂໍ້​ມູນແບບ​ເປີດ​ຈີ​ໂນ​ມ (GISAID) ຂະນະ​ທີ່ອັງກິດ​ເປັນ​ປະ​ເທດ​ທີ​ມີ​ຍອດຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ສາຍ​ພັນ​ນີ້ຫລາຍ​ທີ່​ສຸດ ຮອງ​ຈາກອິນ​ເດຍ. ​ໃນ​ຮອບ 24​ ຊົ່ວ​ໂມງ ​ຜ່ານ​ມາອິນ​ເດຍມີ​ຜູ້​ເສຍ​ຊີວິດຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ 4.205 ຄົນ ​ເຮັດ​ໃຫ້ຍອດ​ຜູ້​ເສຍ​ຊີວິດ ​ສະ​ສົມ 254.197ຄົນ ​ແລະ ຕິດ​ເຊື້ອ​ ສະ​ສົມ 23 ລ້ານ​ກວ່າ​ຄົນ.

Read More »

ກະຊວງ ຮສສ ອອກນະໂຍບາຍ ແລະ ມາດຕະການແກ້ໄຂຕໍ່ແຮງງານ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃຫ້ຮູ້ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ໃນວັນທີ 12 ພຶດສະພານີ້, ທີ່ກະຊວງສາທາລະນະສຸກວ່າ: ເພື່ອປະຕິບັດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ນັ້ນ, ກະຊວງ ຮສສ ໄດ້ອອກແຈ້ງການ ສະບັບເລກທີ 1377/ຮສສ, ລົງວັນທີ 29 ເມສາ 2021 ເຖິງພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ, ສູນບໍລິການຈັດຫາງານ, ວິສາຫະກິດບໍລິການຈັດຫາງານ ແລະ ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ກ່ຽວກັບການຕິດຕາມ ແລະ ເກັບກໍາຂໍ້ມູນຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ, ພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ ປະສານໄປຍັງສູນກັກກັນແຕ່ລະແຫ່ງພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເກັບກໍາຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບຈາກຕ່າງປະເທດ ແລ້ວລາຍງານໃຫ້ກະຊວງ ຮສສ ຊາບຢ່າງເປັນປົກກະຕິ, ສູນບໍລິການຈັດຫາງານ ແລະ ວິສາຫະກິດບໍລິການຈັດຫາງານຕິດຕາມ ແລະ ເກັບກໍາຂໍ້ມູນຈໍານວນຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ຕ່າງປະເທດ ...

Read More »

ແຂວງດຽນບຽນ ມອບອຸປະກອນການແພດໃຫ້ 6 ແຂວງພາກເໜືອຂອງລາວ

ໃນທຸກໆມື້ພວກເຮົາຕິດຕາມຂ່າວທຸກປະເທດມີຕົວເລກຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ມີຢຸດ ໃນນັ້ນລວມທັງປະເທດເພື່ອນມິດຍຸດທະສາດຢ່າງ ສປ ຈີນ ແລະ ສສ ຫວຽດນາມ ແຕ່ເພິ່ນຍັງມີຄວາມເຫັນຫ່ວງ ເຫັນໃຈ ແລະບິແບ່ງວັດຖຸອຸປະກອນ ລວມເຖິງບຸກຄະລາກອນການແພດມາຊ່ວຍ ສປປ ລາວເຮົາ ນີ້ເປັນສາຍພົວພັນແບບພິເສດທີ່ຫາແນວປຽບບໍ່ໄດ້ ຫຼ້າສຸດ ແຂວງດຽນບຽນຂອງ ສສ ຫວຽດນາມໄດ້ນຳອຸປະກອນການແພດມາຊ່ວຍ 6 ແຂວງພາກເໜືອຂອງລາວຕື່ມອີກ. ພິທີ ມອບ-ຮັບ ອຸປະກອນການແພດຈາກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ 6 ແຂວງພາກເໜືອ ຂອງ ສປປ ລາວ ເພື່ອຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນນີ້ມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ ພິທີມອບໄດ້ຈັດຂື້ນໃນວັນທີ່ 11 ພຶດສະພານີ້ ທີ່ຫຼັກໝາຍຊາຍແດນ 113 ລະຫວ່າງກາງ ດ່ານສາກົນເຕີຍຈ່າງ – ປາງຮົກ ເມືອງໃໝ່ ແຂວງຜົ້ງສາລີ. ຕາງໜ້າຝ່າຍ ແຂວງດຽນບຽນ ...

Read More »

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2020, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ...

Read More »

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

ວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ. ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ຈະໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19. ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ. ແຫຼ່ງຂ່າວ:ໜັງສືພິມບໍ່ແກ້ວ Bokeo Newspaper

Read More »

WHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ

ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການວ່າ: ໄວຣັສໂຄວິດ-19 ກາຍພັນທີ່ລະບາດຄັ້ງທໍາອິດໃນປະເທດອິນເດຍແມ່ນໄດ້ຮັບການຈັດປະເພດໃຫ້ເປັນ “ໄວຣັສສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ” ເຊິ່ງຜົນຂອງການສຶກສາຂັ້ນທໍາອິດພົບວ່າ ໂຄວິດສາຍພັນອິນເດຍລະບາດໄວ ແລະ ຕິດເຊື້ອໄດ້ງ່າຍ. ທັງນີ້ໄວຣັສໂຄວິດ-19 ສາຍພັນອິນເດຍແມ່ນຖືກຈັດອັນດັບໃຫ້ເປັນສາຍພັນທີ 4 ເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ຕ້ອງຕິດຕາມ ແລະ ວິເຄາະຢ່າງແນ່ນອນ ສ່ວນອີກ 3 ສາຍພັນທີ່ຖືກຈັດອັນດັບເຊັ່ນກັນໄດ້ແກ່: ສາຍພັນອັງກິດ, ສາຍພັນອາຟຣິກາໃຕ້ ແລະ ສາຍພັນບຣາຊິນ. ດຣ. ມາເຣຍ ເຄີໂຄຟ ຫົວໜ້າຝ່າຍເທັກນິກດ້ານໂຄວິດ-19 ຂອງອົງການອະນາໄມໂລກໄດ້ກ່າວວ່າ: ອົງການອະນາໄມໂລກໄດ້ຈັດອັນດັບຂອງໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໃນທົ່ວໂລກນັ້ນ ເນື່ອງມາຈາກມີຂໍ້ມູນທີ່ບົ່ງບອກວ່າ ເປັນສາຍພັນທີ່ມີການລະບາດ ແລະ ຕິດເຊື້ອໄດ້ງ່າຍກວ່າສາຍພັນອື່ນ. ດັ່ງນັ້ນ, ບໍ່ວ່າເຮົາຈະອາໄສຢູ່ໃສ ແລະ ບໍ່ວ່າໄວຣັສທີ່ກະຈາຍຢູ່ອ້ອມໂຕເຮົາເປັນສາຍພັນໃດກໍຕາມ ເຮົາຕ້ອງໝັ້ນໃຈວ່າ ເຮົາໄດ້ປ້ອງກັນໂຕເອງຢ່າງປອດໄພທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້. ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກຍັງເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ຍັງເປັນສິ່ງທີ່ຈໍາເປັນ ແລະ ເປັນອາວຸດທີ່ມີປະສິດທິພາບໃນການຕໍ່ສູ້ກັບໂຄວິດ-19.

Read More »

ສ.ອາເມລິກາ ຈະເລີ່ມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ12-15ປີ

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ, ອົງການ​ອາຫານ ​ແລະ ຢາ​ຂອງ ສ.ອາ​ເມ​ລິ​ກາ(Fda) ອະນຸມັດໃຊ້​ວັກ​ຊິນ​ ປ້ອງ​ກັນ​ ໂຄ​ວິດ-19 ຂອງ​ໄຟ​ເຊີ/​​ໄບໂອ​ເອັນ​ເທັ​ກ ​ໃນ​ເດັກ​ອາຍຸ 12-15 ປີ​ ​ແລະ ຄາດ​ວ່າຈະເລີ່​ມສັກ ​ໃນ​ວັນ​ທີ13 ​ພຶດສະພາ​ນີ້. ການ​ອະນຸມັດ ​ສັກ​ວັກ​ຊິນ ​ໃນ​ເດັກໄວ​ລຸ້ນຕອນ​ຕົ້ນຈະ​ເຮັດ​ໃຫ້​ປະຊາກອນ ສ.ອາ​ເມ​ລິ​ກາ ​ໄດ້​ຮັບ​ວັກ​ຊິນ​ເພີ່ມ​ຂຶ້ນ ​ແລະ ຄວບ​ຄຸມ​ກຸ່ມ​ອາຍຸທີ່​ມີ​ໂອກາດ​ສ່ຽງຕິດ​ເຊື້ອ​ໂຄ​ວິດ-19​ເຊັ່ນ​ກັນ. ສຳລັບ​ຜົນ​ການ​ທົດ​ລອງທາງ​ຄຣີນິກ ​ໃນ​ເດັກ​ອາຍຸ12-15ປີ ຈຳນວນ 2.260ຄົນ ພົບ​ວ່າ: ​ເດັກ​ກຸ່ມ ​ທີ່​ໄດ້​ຮັບວັກ​ຊິນມີ​ປະສິດທິພາບ​ປ້ອງ​ກັນການ​ຕິດ​ເຊື້ອ ​ໄດ້​ສູງ​ເຖິງ 100% ຂະນະ​ນີ້ ສ.ອາ​ເມ​ລິ​ກາ ​ໄດ້​ສັກ​ວັກ​ຊິນ ​ໃຫ້​ປະຊາຊົນ​ແລ້ວ 46%ຈາກ​ປະຊາກອນ​ ທັງ​ໝົດ 328,2 ລ້ານ​ຄົນ. ຂປລ.

Read More »

ຂ່າວດີມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ 59 ຄົນ

ໃນວັນທີ 11 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ; ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊັງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ:ໃນວັນທີ 10 ພຶດສະພາ 2021  ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 3.247 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 35 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 5 ຄົນ(ເປັນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ), ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ ...

Read More »

BIONTECH ປະກາດ ຈະຂະຫຍາຍການ ຜະລິດວັກຊີນ Pfizer ໃນ ສິງກະໂປ

ວັນທີ 10 ພຶດສະພາ ທີ່ຜ່ານມາ ປະທານບໍລິສັດ ຂອງ ໄບໂອເອນເທດ ປະເທດເຢຍລະມັນ ບໍລິສັດຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຖະແຫຼງ ເຖິງການຂະຫຍາຍການຜະລິດວັກຊິນ ພ້ອມຈັດຕັ້ງສໍານັກງານໃຫຍ່ໃນສິງກະໂປເພື່ອກະຈາຍວັກຊີນໃນຂົງເຂດອາຊຽນ. ໂດຍໂຮງງານແຫ່ງນີ້ ຈະຊ່ວຍເພີ່ມການຜະລິດວັກຊິນໄດ້ປີລະຫຼາຍຮ້ອຍໂດສ ການສົ່ງມອບວັກຊີນ ແລະ ການຮັກສາໄປໃຫ້ກັບປະຊາກອນທົ່ວໂລກ. ໂຮງງານນີ້ ໄດ້ຮັບການສະໜັບສະໜູນຈາກຄະນະກຳມະການພັດທະນາເສດຖະກິດສິງກະໂປ ຢ່າງຮອບດ້ານ ເມື່ອເລີ່ມເຂົ້າສູ່ການເຄື່ອນໄຫວ ຜະລິດວັກຊິນນີ້ ໃນປີ 2023 ຊຶ່ງ ຈະມີກຳລັງ ການຜະລິດວັກຊິນແບບເອັມອາຣເອັນເອ ຫລາຍຮ້ອຍໂດສ ຕໍ່ປີ ເພື່ອຊ່ວຍໃຫ້ໂລກມີວັກຊິນທີ່ຜະລິດດ້ວຍເຕັກໂນໂລຊີແບບນີ້ຫລາຍຂຶ້ນ ແລະ ຊ່ວຍໃຫ້ອາຊີຕາເວັນອອກສ່ຽງໃຕ້ມີໂຮງງານ ຜະລິດວັກຊິນເພື່ອສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດໃນອະນາຄົດໄດ້ຢ່າງວ່ອງໄວ.

Read More »