ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນ ໃນວຽກງານຊາວໝຸ່ມ…….

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆກອງປະຊຸມທີ່ປິ່ນອ້ອມຂອງສູນກາງຊາວໜຸ່ມ.

Image may contain: 1 person, indoor

ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມມູນຄ່າຫລາຍຕື້ກີບ.

Image may contain: 4 people, people standing and indoor

ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນຂອງສະມາຄົມນັກທຸລະກິດໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ແລະ ຖືວ່າເປັນນິມິດໝາຍອັນດີ ທີ່ນັກທຸລະກິດໜຸ່ມພວກເຮົາໄດ້ຮັບການເຊື່ອມຊຶມ ນະໂຍບາຍຂອງພັກເຮົາ, ປຸກລະດົມໃຫ້ນັກທຸລະກິດໜຸ່ມຂອງພວກເຮົາມີນ້ຳໃຈຮັກຊາດ, ມີຄວາມສາມັກຄີ ຮູ້ຈັກນະໂຍບາຍຂອງພັກ-ລັດ ເພື່ອເສີມຂະຫຍາຍສືບຕໍ່ນຳພາວຽກງານຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ.

Image may contain: 1 person

ພ້ອມນີ້, ສະຫາຍ ນາງ ອຳລະໄທ ສັນຄົງຄາ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ແລະ ຜູ້ແທນກອງປະຊຸມທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.

ແຫຼ່ງຂໍ້ມູນ: ຂປລ

Comments