Author Archives: admin target

ກະຊວງສາທາ ຖະແຫຼງຂ່າວ ແຈ້ງມາດຕະການຜ່ອນຜັນ 13 ຂໍ້ ນັບແຕ່ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021………

ລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ແຈ້ງມາດຕະການຜ່ອນຜັນ 13 ຂໍ້ ນັບແຕ່ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021 ໜຶ່ງໃນນັ້ນແມ່ນບໍ່ອະນຸຍາດໃຫ້ຈັດງານຄອນເສີດ ແລະ ງານລາຕີສະໂມສອນ. ສ່ວນງານສະຫຼອງປີໃໝ່ສາກົນທີ່ຈະມາເຖິງນີ້ ໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ ພ້ອມເຕືອນປະຊາຊົນໃຫ້ເຂັ້ມງວດປະຕິບັດມາດຕະການປ້ອງກັນໂຄວິດ-19 ຫຼັງໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດວ່າໄດ້ມີການກາຍພັນ ເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 23 ທັນວາ 2020 ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021 ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ...

Read More »

ການປັບປຸງນິຕິກຳ ແລະ ຂັ້ນຕອນການຈົດທະບຽນຖິ່ນກຳເນີດ ໄລຍະ 2 ສາມາດຈົດທະບຽນໄດ້ 4 ສິນຄ້າ……

ໃນວັນທີ 22 ທັນວາ 2020 ນີ້, ໄດ້ມີພິທີສະຫລຸບ ແລະ ປິດໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 (PSME-2) ໂດຍການມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັດຕະນະໄຕ ຫລວງລາດບັນດິດ ຜູ້ຮັກສາການທະນາ ຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄຳເຫັນວ່າ: ໂຄງການ ພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນການຕໍ່ຍອດຈາກຜົນສຳເລັດດັ່ງກ່າວ ໃນການຜັນຂະ ຫຍາຍສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ ເພື່ອເລັ່ງໃສ່ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ, ສ້າງເງື່ອນໄຂທາງດ້ານເຕັກໂນໂລຊີ ແລະ ສ້າງຄວາມອາດສາມາດໃຫ້ SME ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ເຂົ້າສູ່ຕະຫລາດສາກົນ. ...

Read More »

ເຜີຍແຜ່ຜົນສໍາເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ…..

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເປັນປະທານກອງປະຊຸມເຜີຍ ແຜ່ຜົນສໍາເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຈັດຂຶ້ນໃນວັນທີ 23 ທັນວາ 2020 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ. ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຫລາຍວຽກງານຈາກເຈົ້າໜ້າທີ່ກ່ຽວຂ້ອງ ເປັນຕົ້ນ: ພາບລວມຂອງປະຊາຄົມອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຂອບເຂດວຽກງານ ແລະ ເປົ້າໝາຍລວມຂອງປະຊາຄົມວັດທະນະທໍາ-ອາຊຽນ, ບັນດາຂະແໜງການທີ່ຂຶ້ນກັບປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ພາກສ່ວນທີ່ຮັບຜິດຊອບ-ປະສານງານ, ອົງປະກອບຂອງວິໄສທັດ ແລະ ເປົ້າໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ຜົນສໍາເລັດກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 23 ແລະ 24 ແລະ ຜົນສໍາເລັດກອງປະ ຊຸມລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9. ນອກຈາກນີ້ ຜູ້ຕາງໜ້າແຕ່ລະຂະແໜງການພາຍໃຕ້ເສົ້າຄໍ້າວັດທະນະທໍາ-ອາຊຽນ ປະກອບຄໍາເຫັນ ແລະ ລາຍງານຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ທິດທາງຕໍ່ໜ້າໃນການເຄື່ອນໄຫວວຽກງານອາຊຽນໃນຂະແໜງການຂອງຕົນເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນປະຊາຄົມວັດທະນະທໍາ-ສັງຄົມອາຊຽນຂອງລາວນັບມື້ດີຂຶ້ນຢ່າງຕໍ່ເນື່ອງ. ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ...

Read More »

ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາ ແລະ ເກີນດຸນການຄ້າປະມານ……..

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ), ຄຳປະສົມ (ຄຳແທ່ງ), ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຢາງພາລາ, ຢາສູບ ແລະ ສາລີ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ...

Read More »

ຄຄອຊ ຈະເລັ່ງແກ້ໄຂ ການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ………..

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໃຫ້ຮູ້ວ່າ: ທິດທາງໃນຕໍ່ໜ້າຈະປັບປຸງວຽກງານຂອງການຄຸ້ມຄອງອິນເຕີເນັດຫຼາຍດ້ານໂດຍສະເພາະປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມອອນໄລເຊັ່ນ: ການພະນັນອອນລາຍ, ການຂາຍຫວຍເຖື່ອນ ແລະ ອື່ນໆ. ຄຄອຊ ໄດ້ຈັດກອງປະຊຸມປະຈຳປີ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ໃນວັນທີ 22 ທັນວາ 2020 ທີ່ຜ່ານມາ ຢູ່ກະຊວງແຜນການ ແລະການລົງທຶນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານ ຄຄອຊ. ສຳຫຼັບທິດທາງແຜນການໃນຕໍ່ໜ້າຂອງ ຄຄອຊ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວທີ່ກອງປະຊຸມວ່າ: ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳກ່ຽວກັບວຽກງານການຄຸ້ມຄອງໄອຊີທີ ແລະ ດິຈີຕອລ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມເປັນແຕ່ລະໄລຍະ. ສືບຕໍ່ວຽກງານການພັດທະນາເສດຖະກິດດິຈີຕອລຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ...

Read More »

ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ທົ່ວສັງຄົມຈົ່ງມີສະຕິລະວັງຕົວ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19……………

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”ເນື້ອໃນຂອງຖະແຫລງຂ່າວມີດັ່ງນີ້: ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະແຫຼງຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງຊາວລາວໃນທົ່ວປະເທດຊາບຢ່າງທົ່ວເຖິງກັນ. ໃນສິ່ງທີ່ມີຄວາມສໍາຄັນຍິ່ງເພື່ອຂໍໃຫ້ ທຸກໆຄົນໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ຮອບໃໝ່ໃນປະເທດຂອງພວກ ເຮົາ. ຂ້າພະເຈົ້າໄດ້ຮຽກປະຊຸມຄະນະສະເພາະກິດກ່ຽວກັບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄ ວິດ-19 ໃນປະເທດເຮົາ, ເຊິ່ງພວກເຮົາໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການການແຜ່ ລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນກໍໄດ້ຕີລາຄາ, ປະເມີນສະຖານະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນປະເທດເຮົາຢ່າງລະອຽດຖີ່ຖ້ວນ. ກອງປະຊຸມໄດ້ຕີລາຄາຢ່າງຊັດເຈນວ່າໃນໄລຍະທີ່ຜ່ານມາຢູ່ປະເທດພວກເຮົາ ສາມາດຄວບຄຸມ, ...

Read More »

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າ 300 ລ້ານກີບ

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ສຳລັບ ພະແນກສຸກເສີນເດັກນ້ອຍ ແລະອຸປະກອນການແພດອື່ນໆ ອີກຈຳນວນໜຶ່ງ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າຫຼາຍກວ່າ 300 ລ້ານກີບ ຢູ່ທີ່ໂຮງໝໍມະໂຫສົດ ໂດຍການເປັນປະທານຂອງ ທ່ານ  ບຸນກອງ ສີຫາວົງ, ລັດຖະມົນຕີວ່າການ ກະຊວງ ສາທາລະນະສຸກ , ມີ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF , ທ່ານ ດຣ. ພິສິດ ພຸດສະຫວັດ  ຜູ້ອຳນວຍການ ໂຮງໝໍ ມະໂຫສົດ ບັນດາ ທ່ານຫົວໜ້າກົມ, ຮອງກົມ, ແພດໝໍ, ບຸກຄະລາກອນການແພດທີ່ກ່ຽວຂ້ອງ, ທ່ານຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງກຸ່ມ ບໍລີສັດ AIF ເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF ໄດ້ກ່າວວ່າ: ຈຸດປະສົງໃນການມອບອຸປະກອນການແພດໃນຄັ້ງນີ້ແມ່ນ ຍ້ອນຢາກຊ່ວຍເຫລືອເດັກນ້ອຍ ໂດຍສະເພາະແມ່ນຕົນເອງໄດ້ມີໂອກາດໄປຢ້ຽມຢາມພ້ອມທັງຊ່ວຍເຫລືອທາງພະແນກຟື້ນຟູເດັກອ່ອນ ຈຶ່ງໄດ້ມາເຫັນວ່າມີເດັກນ້ອຍໄດ້ເຂົ້າມາປິ່ນປົວຢ່າງຫລວງຫລາຍຈາກທົ່ວປະເທດ ...

Read More »

ວິຖີຊີວິດແບບໃໝ່ ທີ່ຜູ້ປະກອບການຕ້ອງທຳຄວາມເຂົ້າໃຈ

ຄວາມທ້າຍທາຍທີ່ສຸດ ຂອງບັນດາຜູ້ປະກອບການບ້ານເຮົາໃນຕອນນີ້ ແມ່ນໜີບໍ່ພົ້ນເລື່ອງ ການຮັກສາທຸລະກິດໃຫ້ຢູ່ລອດປອດໄພ ຈົນກວ່າຈະຜ່ານພົ້ນວິກິດການພະຍາດລະບາດ ໂຄວິດ-19 ນີ້ໄປໃຫ້ໄດ້ ເຊິ່ງຜ່ານມາເກືອບປີກໍຍັງບໍ່ທັນມີໃຜບອກໄດ້ວ່າວິກິດການຄັ້ງນີ້ ຈະແກ່ຍາວໄປຕື່ມອີກດົນປານໃດ ອາດຈະແມ່ນອີກ 6 ເດືອນ, 1 ປີ ຫຼືຫຼາຍກວ່ານັ້ນ. ໃນສະຖານະການແນວນີ້ ຜູ້ປະກອບການສ່ວນຫຼາຍກໍຮູ້ຢູ່ແລ້ວວ່າ ຕ້ອງໄດ້ປັບຕົວ ປ່ຽນແປງທຸລະກິດໃຫ້ທ່ວງທັນກັບສິ່ງທີ່ເກີດຂຶ້ນ ເຖິງວ່າຍັງບໍ່ທັນພ້ອມ ແລະ ຍັງບໍ່ຮູ້ວ່າຕ້ອງຫັນປ່ຽນໄປໃນທິດທາງໃດ. ແຕ່ກໍມີສິ່ງໜຶ່ງທີ່ຖືກກ່າວເຖິງຫຼາຍ ແລະ ຜູ້ປະກອບການເອງກໍຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປເປັນສ່ວນໜຶ່ງໃນການກຳນົດທິດທາງປັບປຸງທຸລະກິດໂດຍດ່ວນກໍຄື ວິຖີຊີວິດແບບໃໝ່ ຫຼື New Normal ແຕ່ແນວໃດກໍຕາມການນຳໃຊ້ ແນວຄິດວິຖີຊີວິດແບບໃໝ່ເຫຼົ່ານີ້ ກໍແຕກຕ່າງກັນໄປໃນແຕ່ລະອົງກອນ ເພາະວິທີການປັບຕົວທີ່ໃຊ້ໄດ້ດີໃນອົງກອນໜຶ່ງ ບໍ່ໄດ້ໝາຍຄວາມວ່າ ຈະສາມາດໃຊ້ໄດ້ດີກັບອົງກອນອື່ນໆ. ສະນັ້ນ ມື້ນີ້ຂ້າພະເຈົ້າຈຶ່ງມານຳສະເໜີສິ່ງທີ່ຜູ້ປະກອບການຄວນຮູ້ ກ່ອນນຳໄປຕີໂຈດຂອງ ວິຖີຊີວິດແບບໃໝ່ ເພື່ອນຳມາໃຊ້ກຳນົດແຜນຍຸດທະສາດຂອງທ່ານໃນໄລຍະຕໍ່ໄປ ວິຖີຊີວິດແບບໃໝ່ແມ່ນຫຍັງ? ແມ່ນຮູບແບບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເນື່ອງຈາກຖືກກະທົບຈາກບາງສິ່ງ ເຊັ່ນ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ແບບແຜນ ແລະ ແນວທາງປະຕິບັດທີ່ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີໃໝ່ ພາຍໃຕ້ມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ ເຊິ່ງກວມເອົາ ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ...

Read More »

ການນຳເຂົ້າສິນຄ້າຈາກເກົາຫຼີຈະບໍ່ເປັນເລື່ອງຍາກອີກຕໍ່ໄປເມື່ອທ່ານຮູ້ຈັກ website…

ຫຼາຍໆຄົນທີ່ກຳລັງຊອກຊ່ອງທາງໃນການນຳເຂົ້າສິນຄ້າຈາກເກົາຫຼີ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ເມື່ອທ່ານຮູ້ຈັກ website:  https://www.buykorea.org/onlineshowcase/ ເຊິ່ງເປັນການເປີດໂອກາດໃຫ້ບັນດານັກທຸລະກິດ, ຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ ທີ່ສົນໃຈນໍາເຂົ້າສິນຄ້າເກົາຫຼີ ມາຈັດຈໍາໜ່າຍຢູ່ໃນປະເທດລາວ, ພາຍໃນເວັບໄຊທ໌ຈະຮວບຮວມ ແລະໃຫ້ຂໍ້ມູນ ສິນຄ້າ ຄຸນນະພາບດີ ມາລວມໄວ້ໃນບ່ອນດຽວ ຫຼາຍກວ່າ 10,000 ລາຍການ ບໍ່ວ່າຈະເປັນ ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ ທຸກປະເພດ ທັງນ້ອຍ ຫຼື ໃຫຍ່, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງເອເລັກໂທນິກ, ເຄື່ອງມືການສຶກສາ ແລະອື່ນໆ ອີກຫຼາກຫຼາຍ ໂດຍຈະມີຂັ້ນຕອນການນໍາໃຊ້ງ່າຍໆ, ເລີ່ມຈາກ: ເຂົ້າໄປທີ່ Link:  https://www.buykorea.org/onlineshowcase/ ເລືອກໝວດໝູ່ທີິີທ່ານສົນໃຈ ເຊັ່ນ: ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງອີເລັກໂທນິກ….ເມື່ອທ່ານພົບສິນຄ້າທີ່ທ່ານສົນໃຈ ສາມາດເຂົ້າເບິ່ງລາຍລະອຽດສິນຄ້າທັງໝົດ ບໍ່ວ່າຈະເປັນ ຊື່ສິນຄ້າ, ຄຸນລັກສະນະ, ຜູ້ຜະລິດ ຫຼື ຜູ້ຈັດຈຳໜ່າຍ ພ້ອມດ້ວຍຊ່ອງທາງ ການຕິດຕໍ່ຂອງບໍລິສັດ ຈາກນັ້ນ, ເມື່ອຮູ້ລາຍລະອຽດຂອງສິນຄ້າ ...

Read More »

ພະແນກ ຮສສ ນະຄອນຫຼວງວຽງຈັນ ຈັດງານນັດພົບແຮງງານປະຈຳປີ 2020…..

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45ປີ ແລະ ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທັງເປັນການປະກອບສ່ວນບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງນະຄອນຫຼວງວຽງຈັນ ກໍຄືການບັນລຸແຜນພັດທະນາສືມືແຮງງານ ແລະ ຈັດຫາງານ ປີ 2020. ໃນຕອນບ່າຍຂອງວັນທີ 18 ທັນວາ 2020 ນີ້ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ນະຄອນຫຼວງວຽງຈັນ ໄດ້ຈັດງານນັດພົບແຮງງານ ປະຈຳປີ 2020 ຂຶ້ນ ທີ່ພະແນກຂອງຕົນ ໂດຍການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າຫ້ອງການ ຮສສ, ຫົວໜ້າສູນຝຶກວິຊາຊີບ, ...

Read More »