Author Archives: admin target

ການແຂ່ງຂັນ ລາວລີກ ຈະໄດ້ຮັບເງິນອຸດໜູນ 90 ລ້ານກີບ ຕໍ່ທີມ 

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະມອບເງິນອຸດໝູນໃຫ້ທີມບານເຕະລາວລີກ ທີມລະ 90 ລ້ານກີບ ອີງຕາມແຈ້ງການສະບັບທີ 316 ສຕລ ລົງວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ທີ່ໄດ້ລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາ ສະໂມ ສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19. ເຊິ່ງລາຍລະອຽດຂອງແຈ້ງການບາງສ່ວນໄດ້ຂຽນວ່າ: ທຸກສະໂມສອນໃນການແຂ່ງຂັນເປັບຊີ່ ລາວລີກ1 ...

Read More »

ລັດຖະບານໂປ່ງໃສ ລາຍງານ ລາຍຈ່າຍ-ລາຍຮັບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ຈົນກະທັ້ງແຜ່ລາມເຂົ້າມາຮອດປະເທດລາວ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ຈົນມາຮອດວັນທີ 31 ພຶດສະພາ 2020 ໄດ້ນໍາໃຊ້ງົບປະມານບ້ວງແຮສຸກເສີນທັງໝົດ 30 ຕື້ກີບ ແລະ ຫຼ້າສຸດ ວັນທີ 1 ມິຖຸນາ 2020 ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງລາຍລະອຽດລາຍຈ່າຍຕ່າງໆຂອງບ້ວງເງິນດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງໂປ່ງໃສ. ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ເຖິງການຈັດຕັ້ງປະຕິບັດງົບປະມານບ້ວງແຮສຸກເສີນຂອງລັດຖະບານ ບ້ວງ 30 ຕື້ກີບ ໃນໂອກາດຮ່ວມຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 1 ມິຖຸນາ 2020 ວ່າ: ລັດຖະບານອະນຸມັດເງິນແຮສຸກເສີນຄັ້ງທີ 1 ຈໍານວນ 10 ຕື້ກີບ ໂດຍນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ (ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດ ຈໍານວນ 6,64 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ. ຈ່າຍລ່ວງໜ້າໃຫ້ກະຊວງສາທາລະນະສຸກ ເພື່ອເບີກຈ່າຍວຽກງານຈໍາເປັນ ...

Read More »

ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການອອກກໍາລັງກາຍ

1.  ກິດຈະກໍາການອອກກໍາລັງກາຍເປັນ ທີມ ຈະມີມາດຕະການຄວາມປອດໄພທີ່ຫຼາຍຂຶ້ນ ເຊັ່ນ: ກິລາບານບ້ວງກໍຈະມີເຈວລ້າງມື ຫຼືແອລກໍຮໍໃຫ້ໃນສະໜາມ, ເຕະບານ, ບໍ່ອານຸຍາດໃຫ້ແກ້ເສື້ອຫຼິ້ນເພື່ອປ້ອງກັນທຸກການກະທໍາທີ່ກໍ່ໃຫ້ເກີດແຫຼ່ງເຊື້ອໂລກ. 2. ກິດຈະກໍາການອອກກໍາລັງກາຍຢູ່ບ້ານ ເພື່ອຫຼີກລ້ຽງຜູ້ຄົນ ແລະ ແຫຼ່ງຂອງເຊື້ອໂລກ ເຊັ່ນ: ການລິຫານຮ່າງກາຍ ຫຼືການຫຼິ້ນຟິດເນັດຢູ່ບ້ານ ການບໍລິຫານງ່າຍໆ ລວມໄປເຖິງໂຢຄະ  ເຊິ່ງກິດຈະກໍາເຫຼົ່ານີ້ສາມາດເຮັດໄດ້ງ່າຍໆ ໂດຍບໍ່ຕ້ອງມີອຸປະກອນ ແລະ ຈະຊ່ວຍເພີ່ມຄວາມປອດໄພເລື່ອງຄວາມສະອາດຂອງສະຖານທີ່ອີກດ້ວຍ. 3. ຄົນຈະສົນໃຈກິດຈະກໍາການຫຼີ້ນກິລາຊະນິດດຽວກັນຫຼາຍກວ່າ ເພື່ອປ້ອງກັນເຫດບໍ່ຄາດຄິດຂອງການຫຼິ້ນກິລາເປັນທີມ ກິລາທີ່ຫຼິ້ນຄົນດຽວ ຫຼືເປັນຄູ່ເຊັ່ນ: ຕີມວຍ, ປັ່ນລົດຖີບ, ໂຢຄະ, ເຕັ້ນ ແລະ ອື່ນໆ.  ເປັນສິ່ງທີ່ຜູ້ຄົນກໍາລັງໃຫ້ຄວາມນິຍົມ ແລະ ຄວາມມັກສ່ວນຕົວທີ່ບໍ່ກ່ຽວກັບເລື່ອງຂອງເຊື້ອໂລກອີກດ້ວຍ. 4. ຄົນຈະເລືອກສະຖານທີ່ຫຼິ້ນກິລາທີ່ມີມາດຕະຖານຫຼາຍຂຶ້ນ ເພື່ອໃຫ້ປອດໄພຈາກສິ່ງທີ່ສາມາດເຮັດໃຫ້ເຮົາເຈັບປ່ວຍງ່າຍ ເຊັ່ນ: ສະໜາມບານບ້ວງກໍຕ້ອງເປັນໂຮງຍິມ, ສະໜາມເຕະບານກໍຕ້ອງເປັນພື້ນຫຍ້າທຽມ ການຫຼິ້ນກິລາຕາມແຕ່ລະບ້ານຈະຫຼຸດໜ້ອຍລົງ (ໃນສ່ວນຂອງປະຊາກອນທີ່ມີລາຍໄດ້). 5. ຈະເກີດການໂອ້ລົມແລກປ່ຽນຂ່າວສານກ່ຽວກັບກິລາແຕ່ລະປະເພດຫຼາຍຂຶ້ນ ເນື່ອງຈາກຄວາມຕ້ອງການໃນສະຖານທີ່ທີ່ຕ້ອງມີມາດຕະຖານສົ່ງຜົນໃຫ້ເກີດການແລກປ່ຽນຂໍ້ມູນເຖິງສະຖານທີ່ເຫຼົ່ານັ້ນຫຼາຍຂຶ້ນໃນໝວດຂອງກິລາປະເພດຕ່າງໆ.  

Read More »

ເຈາະເລິກ “Kylie Jenner” ຖືກຖອນຊື່ອອກຈາກການເປັນມະຫາເສດຖີລະດັບໂລກ…

 ວາລະສານ Forbes ໄດ້ປະກາດໃຫ້ Kylie Jenner  ລູກຄົນສຸດທ້າຍຂອງຕະກຸນ  Kardashian-Jenners ນັກທຸລະກິດຍິງທີ່ອາຍຸນ້ອຍທີ່ສຸດ ກາຍເປັນມະຫາເສດຖີລະດັບໂລກ  ໃນເດືອນມັງກອນ 2019 ທີ່ຜ່ານມາ.   Kylie Jenner ກຳລັງເປັນກະແສໃນວົງການເສດຖະກິດລະດັບໂລກ  ເນື່ອງຈາກການເຕີບໂຕທາງດ້ານທຸລະກິດເຄື່ອງສຳອາງຂອງ Kylie Jenner ທີ່ມີຜົນກຳໄລສູງ ຈາກການຂາຍເຄື່ອງສໍາອາງໃຫ້ກັບ ບໍລິສັດຍັກໃຫຍ່ຢ່າງ Coty ເຊິ່ງມີມູນຄ່າປະມານ 1.2 ພັນລ້ານໂດລາສະຫະລັດ ໃນເດືອນມັງກອນ 2020 ທີ່ຜ່ານມາ. Kylie Jenner ມີຜະລິດຕະພັນໃໝ່ ຫຼາຍຜະລິດຕະພັນ ແລະ ມີຊື່ສຽງເພີ່ມຂື້ນທາງດ້ານອຸດສະຫະກຳເຄື່ອງສຳອາງ, ຜູ້ບໍລິໂພກດ້ານຄວາມງາມໄດ້ໃຫ້ຄວາມນິຍົມທຸລະກິດຂອງ Kylie Jenner ເພາະເປັນແບຣນເຄື່ອງສໍາອາງທີ່ສະໜອງຄວາມຕ້ອງການຂອງຄົນສະໄໝໃໝ່. Kylie Jenner ໄດ້ເລີ່ມບອກໃຫ້ຮູ້ວ່າ ຕົນເອງມີລາຍໄດ້ມູນຄ່າຫຼາຍກວ່າ 400 ລ້ານໂດລາສະຫະລັດ ໃນ 18 ເດືອນທຳອິດຂອງທຸລະກິດເຄື່ອງສຳອາງ. ໃນລະຫວ່າງການປະຊຸມຢູ່ທີ່ Hidden Hills California ວາລະສານ Forbes ໄດ້ສະແດງໃຫ້ເຫັນເຖິງການເສຍພາສີຂອງ Kylie Jenner ທີ່ມີມູນຄ່າປະມານ 307 ລ້ານໂດລາສະຫະລັດ ໃນປີ 2016. ເຊິ່ງລາຍໄດ້ສ່ວນບຸກຄົນແມ່ນຫຼາຍກວ່າ 110 ລ້ານໂດລາສະຫະລັດ, ສະແດງໃຫ້ເຫັນວ່າ ເອກະສານດັ່ງກ່າວແມ່ນລາຍງານເກີນຄວາມເປັນຈິງ ເພາະເລື່ອງທີ່ເວົ້າວ່າຍີ່ຫໍ້ Kylie ເຄື່ອງສຳອາງທາງການຄ້າໄດ້ເພີ່ມຂຶ້ນຈາກ 300 ລ້ານໂດລາສະຫະລັດໃນການຂາຍໃນໜຶ່ງປີ.  ສຳນັກຂ່າວຕ່າງປະເທດຍັງໄດ້ລາຍງານຕື່ມວ່າ ທຸລະກິດຂອງ Kylie Jenner ມີຂະໜາດນ້ອຍ ແລະ ມີຜົນກໍາໄລໜ້ອຍກວ່າທີ່ຈະເປັນຜູ້ນໍາທາງດ້ານອຸດສາຫະກໍາເຄື່ອງສໍາອາງ. ...

Read More »