ການພັດທະນາມະນຸດຂອງ ສປປ ລາວຍັງຕິດຢູ່ອັນດັບທີ່ 137 ໃນ 189 ປະເທດ ແລະ ເຂດແຄ້ວນທົ່ວໂລກ……

ໃນບົດລາຍງານການພັດທະນາມະນຸດໄດ້ຈັດອັນດັບບັນດາປະເທດໂດຍອີງໃສ່ດັດສະນີການພັດທະນາມະນຸດ (HDI) ເຊິ່ງວັດຜົນ ສຳເລັດໂດຍສະເລ່ຍໃນສາມດ້ານພື້ນຖານຂອງການພັດທະນາມະນຸດ, ອາຍຸຍືນ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ; ໃນລະຫວ່າງປີ 1990 ແລະ 2019, ຄ່າ HDI ຂອງ ສປປ ລາວ ໄດ້ເພີ່ມຂື້ນຈາກ 0.405 ເປັນ 0.613, ເພີ່ມຂື້ນ 51,4 ເປີເຊັນ, ແລະ ສົ່ງຜົນໃຫ້ຖືກຈັດຢູ່ອັນດັບ 137 ໃນ 189 ປະເທດ ແລະ ເຂດແຄວ້ນ, ອີງຕາມບົດລາຍງານການພັດທະນາມະນຸດ (HDR) 2020 ໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (ອົງການ UNDP) ໃນວັນພຸດທີ 23 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ.

Image may contain: 7 people, people standing

ບົດລາຍງານສະບັບນີ້ ຄົບຮອບ 30 ປີຂອງ HDR: ” ການພັດທະນາມະນຸດ ແລະ Anthropocene” ໄດ້ຮັບການແນະນຳຕົວຢ່າງເປັນທາງການໃນປະເທດລາວໂດຍອົງການ UNDP ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ ພາຍຫຼັງການເຜີຍແຜ່ທົ່ວໂລກ ໃນວັນທີ 15 ທັນວາ 2020. ບົດລາຍງານໃໝ່ ຊີ້ແຈງວ່າຍຸກນີ້ເປັນຄັ້ງທຳອິດໃນຍຸກປະຫວັດສາດ, ທີ່ພວກເຮົາກຳລັງດຳລົງຊີວິດຢູ່ໃນ Anthropocene – ຫຼື The Age of Humans ຍຸກຂອງມະນຸດ, ແທນທີ່ຈະເປັນໜ່ວຍໂລກ ທີ່ມີຜົນກະທົບປ່ຽນສະພາບການດຳລົງຊີວິດຂອງມະນຸດ, ແຕ່ມະນຸດກຳລັງປ່ຽນສະພາບໂລກເຮົາຢູ່, ເນື່ອງຈາກແມ່ນສະພາບແວດລ້ອມທາງທໍລະນີສາດ ທີ່ໄດ້ສະເໜີມາຕັ້ງແຕ່ເລີ່ມຕົ້ນຂອງການມີຜົນກະທົບຂອງມະນຸດທີ່ສຳຄັນຕໍ່ທໍລະນີສາດ ແລະລະບົບນິເວດຂອງໂລກ, ລວມທັງການປ່ຽນແປງດິນຟ້າອາກາດຂອງມະນຸດ.

Image may contain: 1 person, standing

ໃນບົດກ່າວເປີດຂອງທ່ານນາງ Ricarda Rieger, ຜູ້ຕາງ ໜ້າຂອງ UNDP, ກ່າວວ່າ “ພວກເຮົາມີຄວາມກ້າວໜ້າທີ່ບໍ່ໜ້າເຊື່ອ. ພວກເຮົາໄດ້ປັບປຸງສຸຂະພາບ, ການສຶກສາ ແລະ ຊີວິດການເປັນຢູ່ຂອງຫລາຍຕື້ຄົນ. ແຕ່ການກະທຳຂອງພວກເຮົາ – ໂດຍສະເພາະແມ່ນການເພິ່ງພາອາໃສຂອງພະລັງງານຟັອດຊິວ ແລະ ການບໍລິໂພກວັດຖຸ – ເຊັ່ນການຂັບລົດບໍ່ພຽງແຕ່ການປ່ຽນແປງດິນຟ້າອາກາດ ແລະ ສະພາບຊີວະນາໆພັນຈະພັງທະລາຍເທົ່ານັ້ນ, ແຕ່ຍັງເປັນການເຮັດໃຫ້ກ້ອນນ້ຳແຂງລະລາຍລົງສູ່ມະຫາສະໝຸດ, ເພີ່ມມົນລະພິດທາງອາກາດແລະ ນໍ້າ ແລະ ການເຊື່ອມໂຊມຂອງດິນ. ພວກເຮົາ ກຳລັງທຳລາຍລະບົບທີ່ພວກເຮົາອີງໃສ່ເພື່ອຄວາມຢູ່ລອດດ້ວຍຄວາມໄວ ແລະ ຂະໜາດ ທີ່ບໍ່ເຄີຍມີມາກ່ອນ.”“ຊີວະນາໆພັນຂອງໂລກເຮົາກຳລັງພົບກັບວິກິດການ, ສັດປ່າເກືອບ 70% ອາດຈະສູນພັນໄປຕັ້ງແຕ່ປີ 1970. ຫຼາຍຄົນເຊື່ອວ່າພວກເຮົາ ກຳລັງຢູ່ໃນໄລຍະເລີ່ມຕົ້ນຂອງການສູນພັນສັດປ່າ, ເຊິ່ງເປັນຄັ້ງທີ 6 ໃນປະຫວັດສາດຂອງໂລກ ແລະ ເປັນຄັ້ງທຳອິດທີ່ເກີດຈາກສິ່ງມີຊີວິດ – ຫຼືພວກເຮົາເອງ. ແນ່ນອນ, ພວກເຮົາບໍ່ສາມາດກ່າວເຖິງປີ 2020 ໄດ້ໂດຍບໍ່ໄດ້ກ່າວເຖິງ COVID-19”

Image may contain: 2 people, people on stage, people standing and indoor

ທ່ານນາງ Ricarda Rieger,ໄດ້ກ່າວເພີ່ມ “ພວກເຮົາຕ້ອງເຮັດວຽກຮ່ວມກັນໃນສັງຄົມເພື່ອປົກປ້ອງໂລກ, ສິ່ງແວດລ້ອມ ແລະ ອະນາຄົດຂອງພວກເຮົາ. ພວກເຮົາຕ້ອງໄດ້ສຶກສາອົບຮົມປະຊາຊົນຂອງພວກເຮົາ ກ່ຽວກັບຄວາມສຳຄັນຂອງການຢູ່ຮ່ວມກັນຂອງມະນຸດກັບທຳມະຊາດ” ທ່ານ ນາງຮອງສາດສະດາຈານ ແສງຈັນ ຈັນທະເສນ ຮອງຄະນະບໍດີຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ຄຳເຫັນໃນພິທີເປີດງານດັ່ງກ່າວ ເພື່ອສະແດງໃຫ້ເຫັນເຖິງຈຸດນີ້, ບົດລາຍງານສະບັບປີນີ້ແນະນຳ ທັດສະນະໃໝ່ ທີ່ທົດລອງກ່ຽວກັບດັດສະນີການພັດທະນາມະນຸດປະ ຈຳປີ (HDI).

Image may contain: 15 people, people sitting and indoor

ໂດຍການດັດປັບ HDI, ເຊິ່ງວັດແທກສຸຂະພາບ, ການສຶກສາ ແລະ ມາດຕະຖານການດຳລົງຊີວິດຂອງປະເທດຊາດ ໃຫ້ປະກອບມີສອງອົງປະກອບເພີ່ມຕື່ມຄື: ການປ່ອຍອາຍກາກໂບນິກຂອງປະເທດ ແລະ ຮ່ອງຮອຍວັດສະດຸ, ດັດຊະນີ ສະແດງໃຫ້ເຫັນວ່າພູມສັນຖານການພັດທະນາຂອງໂລກ ຈະມີການປ່ຽນແປງແນວໃດຖ້າທັງສະຫວັດດີການຂອງຄົນ ແລະ ໜ່ວຍໂລກກາຍເປັນໃຈກາງໃນການກຳນົດຄວາມກ້າວໜ້າຂອງມະນຸດ.

ແຫຼ່ງຂໍ້ມູນ: ວສລ

Comments