Author Archives: admin target

5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລາວ-ອາເມລິກາ ມີການພັດທະນາຫລາຍດ້ານ

ການຍົກລະດັບການພົວພັນຮ່ວມມືແບບກວມລວມ ລາວ-ອາເມລິກາ ໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງໂດຍສະເພາະ ດ້ານການສຶກສາ, ສາທາລະນະສຸກ, ວຽກງານຕ້ານການຄ້າມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ເມື່ອທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ປີເຕີ ເຮມ່ອນ (Peter Hey mond), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມ ລວມ ລາວ-ອາເມລິກາ ໂດຍທ່ານໄດ້ຕີລາຄາວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ແລະ ພາກພູມໃຈຫລາຍທີ່ກຳລັງສະເຫລີມສະຫລອງຄົບຮອບ 5 ປີ ທີ່ຜູ້ນໍາຂອງສອງປະເທດລາວ ແລະ ອາເມລິກາ ໄດ້ມີຖະແຫລງການຮ່ວມຂອງຜູ້ນໍາສອງປະເທດ ໃນການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ ໃນປີ 2016 ແມ່ນໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານສາທາລະນະສຸກ ເປັນຕົ້ນແມ່ນ ໂຄງການໂພຊະນາການ, ຊ່ວຍແມ່ ແລະ ເດັກ ກ່ອນ ແລະ ຫລັງການເກີດ, ເຊິ່ງໄດ້ຈັດຕັ້ງຢູ່ໃນຫລາຍແຂວງຂອງລາວ, ໂຄງການກ່ຽວກັບການກະກຽມລ່ວງໜ້າ ໃນການຕອບໂຕ້ການແຜ່ລະບາດຂອງພະຍາດຕິດຕໍ່ ຄື ...

Read More »

ຈີນ ຜະລິດວັກຊິນຕ້ານໂຄວິດ-19 ໄດ້ວັນລະ 5 ລ້ານໂດສ

ອ້າງ​ຕາມ​ຂ່າວ ປັກ​ກິ່ງ​ຂອງ ຈີນ, ວັນທີ 24 ເດືອນມີນາ, ທ່ານສຽວຫຍາ ລັດຖະມົນຕີ ອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານລະບຸວ່າການ​ຜະລິດວັກ​ຊິນ​ປ້ອງ​ກັນການ​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ຂອງ​ ຈີນໄດ້​ເພີ່ມ​ຂື້ນເປັນວັນ​ລະ 5 ລ້ານ​ໂດສ ເຊິ່ງເປັນການເພີ່ມຂຶ້ນຫລາຍ​ກວ່າ 3 ​ເທົ່າເມື່ອທຽບໃສ່ປະລິມານການ​ຜະລິດ​ລາຍ​ວັນ. ໃນວັນ​ທີ 1 ກຸມພາ ທີ່​ຜ່ານ​ມາຜະລິດ​ໄດ້ວັນ​ລະ 1,5 ລ້ານ​ຫລອດ. ປັດຈຸບັນ, ຈີນ​ຜະລິດ​ວັກ​ຊິນໃຊ້​ພາຍ​ໃນ​ປະ​ເທດຫລາຍ​ກວ່າ 100 ລ້ານ​ໂດສ, http://kpl.gov.la/detail.aspx?id=58488

Read More »

ໃນໄລຍະ 5 ປີຜ່ານມາ ອົງການກວດກາແຫ່ງລັດໄດ້ລົງກວດກາ 4 ພັນກວ່າເປົ້າໝາຍ

ໃນໄລຍະ 5 ປີຜ່ານມາອົງການກວດກາແຫ່ງລັດ ໄດ້ລົງກວດາກາ 4.129 ເປົ້າໝາຍ, ນອກນັ້ນຍັງໄດ້ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານ ຈໍານວນ 4.601 ໂຄງ ການ, ຜ່ານການກວດກາພົບເຫັນການເສຍຫາຍທັງໝົດ 5.689,12 ຕື້ກວ່າກີບ, 31,77 ລ້ານກວ່າ ໂດລາ, 36,89 ລ້ານບາດ.ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນານີ້, ພາຍໃຕ້ ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄໍາພັນ ພົມມະ ທັດ ຫົວໜ້າອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກງານກວດກາລັດ 5 ປີ (2016-2020) ແລະ ແຜນການ 5 ປີຕໍ່ໜ້າ.ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ໄດ້ລົງກວດກາ ທັງໝົດ 4.129 ເປົ້າໝາຍ, ໃນນີ້ຕິດຕາມ-ກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ...

Read More »

ທ່ານນາງໃບຄຳ ຂັດຕິຍະ ຮັບໜ້າທີ່ເປັນລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ)

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ທ່ານນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຮສສ ເປັນລັດຖະມົນຕີກະຊວງ ຮສສ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້, ທີ່ເຮືອນຮັບແຂກກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍແຂກຖຶກເຊີນ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວຽນທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານເອກະສານຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 06 ລົງວັນທີ 24 ມີນາ 2021, ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 20 ...

Read More »

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

ໃນວັນທີ 18 ມີນາ 2021, ທ່ານ ນາງ ວຽງສະຫັວນ ສີປະເສີດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຢັງດີ ເປີຕວນ ອາກົງ ອານ ຊຸນຕານ ອັບດູລາ ຣີ ອາຢາຕູດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ. ໃນໂອກາດນີ້, ທ່ານ ນາງ ວຽງສະຫວັນ ສີປະເສີດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ ທີ່ໄດ້ໃຫ້ກຽດຮັບສານຕາຕັ້ງໃນຄັ້ງນີ້, ພ້ອມດຽວກັນນີ້, ທ່ານ ທູດ ລາວ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ຣາຊາທິບໍດີ ແຫ່ງ ມາເລເຊຍ ແລະ ...

Read More »

ໃນປີ 2020 ຜ່ານມາ GDP ຂອງ ສປປ ລາວ ບັນລຸ 2.664 ໂດລາ ຕໍ່ຄົນ

ກອງປະຊຸມສະພາແຫ່ງຊາດຊຸດທີ IX ຈັດຂຶ້ນໃນວັນທີ 22 ມີນາ 2021 ໃນໂອກາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020) ທີ່ໄດ້ການຈັດຕັ້ງປະຕິບັດ ແລະຮັບຜົນສໍາເລັດຫຼາຍປະການ ສາມາດສະຫຼຸບໄດ້ໂດຍສັງເຂບຄື: ທ່ານນາຍົກໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດສະເລ່ຍ 5 ປີຂະຫຍາຍຕົວ 5,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນ (GDP) ປີ 2020 ບັນລຸ 2.664 ໂດລາ, ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI) ເທົ່າກັບ 2.106 ໂດລາ. ໃນນັ້ນ, ຂະແໜງການກະສິກໍາຂະຫຍາຍຕົວ 2,1% ກວມເອົາ 16,60% ຂອງ GDP, ຂະແໜງອຸດສາຫະກໍາ 9,1% ກວມເອົາ 33% ຂອງ GDP, ຂະແໜງບໍລິການ ...

Read More »

ງານພົບປະອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-1977

 ເພື່ອສ້າງໂອກາດໃຫ້ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960 – 977ໜົດທຸກຄົນ ໄລຍະ 44 ປີທີ່ຜ່ານມາ ໄດ້ມາພົບພໍ້ ແລະ ຖາມຂ່າວສຸກທຸກຫາກັນແບບຄອບຄົວ ໃນຕອນແລງຂອງວັນທີ 14 ມີນາ 2021 ຜ່ານມາ ທີ່ ບ້ານKC,​ ບ້ານນາໄຊ,​ ນະຄອນຫລວງວຽງຈັນ ຈຶ່ງໄດ້ຈັດງານພົບປະສັງສັນຂຶ້ນ, ເພື່ອສ້າງຄວາມຮັກແພງ ແລະ ອົບອຸ່ນເຊິ່ງກັນ ແລະ ກັນ.  ໃນໂອກາດພິເສດດັ່ງກ່າວນີ້ ທ່ານນາງ ມອນມະນີ ຍອຍບົວກອງ ຜູ້ປະສານງານກຸ່ມອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງເງື່ອນໄຂໃຫ້ບັນດາເພື່ອນມິດສະຫາຍ ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-977ໄດ້ມີໂອກາດ ພົບປະທັກທາຍກັນ, ຟື້ນຟູຄວາມຜູກພັນສາມັກຄີຮັກແພງກັນທີ່ເຄີຍມີມາ, ເພື່ອເຮັດໃຫ້ຄວາມສໍາພັນແໜ້ນແຟ້ນ ຄຽງຄູ່ກັນນີ້ກໍ ເພື່ອສະແດງຄວາມ​ດີໃຈຊົມເຊີຍຢ່າງຈິງໃຈມາຍັງອ້າຍ,​ຜູ້ອາວຸໂສພວກເຮົາກໍຄື ທ່ານ ປອນເມກ ດາລາລອຍ ທີ່ໄດ້ຮັບການຍ້ອງຍໍ ແລະ ຄຽງຄູ່ກັນນັ້ນກໍຂໍສະແດງຄວາມດີໃຈ ແລະ ຊົມເຊີຍມາຍັງຕະກຸນວົງໄຊ ທີ່ທ່ານ ພາ ວົງໄຊ ໄດ້ຮັບການຍ້ອງຍໍຈາກສະພາແຫ່ງຊາດ ແລະ ໄດ້ຮັບຫຼຽນກາທີ່ລະນຶກ 2 ຫຼຽນ, ແລະ ເປັນການລ້ຽງສົ່ງທ່ານເອກອັກຄະລັດຖະທູດລາວ (ທ່ານ ຢົ້ງ ...

Read More »

ຊຳຊຸງລາວເປີດໂຕສະມາດໂຟນ Galaxy A52 ແລະ A72 ກ້ອງງາມ ຈໍສີສົດໃສ ເຕີມພະລັງສ້າງສັນໃຫ້ຄົນຮຸ່ນໃໝ່ ວາງຈຳໜ່າຍແລ້ວໃນລາວ!!!

ຊຳຊຸງລາວເປີດໂຕສະມາດໂຟນ Galaxy A52 ແລະ A72 ກ້ອງງາມ ຈໍສີສົດໃສ ເຕີມພະລັງສ້າງສັນໃຫ້ຄົນຮຸ່ນໃໝ່ ວາງຈຳໜ່າຍແລ້ວໃນລາວ! ສະມາດໂຟນຊຳຊຸງເພື່ອຄົນຮຸ່ນໃໝ່  2 ໂມເດວລ່າສຸດ Galaxy A52 ແລະ A72 ເນັ້ນກ້ອງສະເປັກສູງ ແລະຈໍ FHD+ sAMOLED ແບບ Infinity-O Display ຄົມຊັດສະບາຍຕາ ເໝາະສຳລັບການສ້າງສັນຜົນງານຂອງຄົນຮຸ່ນໃໝ່ໃຫ້ໂດດເດັ່ນຍິ່ງກວ່າໃຜ ພ້ອມຟີເຈີລ້ຳສະໄໝເພື່ອເຊື່ອມຕໍ່ທຸກຄົນເຂົ້າສູ່ສັງຄົມອອນລາຍ. ຫຼັງຈາກປ່ອຍສະຕີມມິງການເປີດໂຕສະມາດໂຟນຊຳຊຸງ A52 ແລະ A72 ໄປແລ້ວທົ່ວໂລກ ໃນຊື່ “Samsung Galaxy Awesome Unpacked March 2021” ໃນວັນທີ 17 ມີນາ 2021 ທາງບໍລິສັດ ລາວຊຳຊຸງ ອີເລັກໂທນິກ ຈຳກັດ ກໍພ້ອມໃຫ້ຄົນລາວຮຸ່ນໃໝ່ໄດ້ສຳພັດປະສົບການເຕັກໂນໂລຊີ ລ່າສຸດ ທີ່ຊຳຊຸງນຳເອົາມາໃສ່ໄວ້ໃນສະມາດໂຟນທັງສອງລຸ້ນເປັນຄັ້ງທຳອິດ. ຄວາມໂດດເດັ່ນຂອງທັງ A52 ແລະ A72 ຄືກ້ອງທັງດ້ານໜ້າແລະດ້ານຫຼັງ ທີ່ສາມາດໃຊ້ສ້າງສັນຜົນງານໄດ້ທັງພາບນິ້ງແລະພາບວີດີໂອໃນແບບມືອາຊີບ ແລະ ຈໍ FHD+ sAMOLED ແບບ ...

Read More »

ສະພາແຫ່ງຊາດ ຮັບຮອງໂຄງປະກອບກົງຈັກລັດຖະບານ ຊຸດ IX

ໃນວັນທີ 22 ມີນາ 2021, ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາໂຄງປະກອບກົງຈັກຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງປະກອບມີ 9 ກໍາມາທິການ ໃນນັ້ນໄດ້ແຕ່ງຕັ້ງ ທ່ານ ຈະເລີນ ເຢຍປາວເຮີ ເປັນກໍາມະການສູນກາງພັກ ເປັນປະທານກຳມາທິການກົດໝາຍ; ທ່ານ ລີເບີ ລີບົວປາວ ກຳມະການສູນກາງພັກ ເປັນປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການສູນກາງພັກ ເປັນເລຂາທິການສະພາແຫ່ງຊາດ; ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ເປັນປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ; ທ່ານ ນາງ ທຸມມາລີ ວົງພະຈັນ ເປັນປະທານກຳມາທິການວັດທະນະທຳ-ສັງຄົມ; ທ່ານ ຄຳຈັນ ໂສຕາປະເສີດ ເປັນປະທານກຳມາທິການບັນດາເຜົ່າ; ທ່ານ ...

Read More »

5 ວຽກງານຕົ້ນຕໍທີ່ທ່ານນາຍົກລັດຖະມົນຕີຈະສຸມໃສ່

ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດຫລັງໃຫມ່. ກອງປະຊຸມ ໄດ້ພິຈາລະນາ ແລະ ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ຮັບຮອງເອົາທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ຜູ້ໃໝ່ ແຫ່ງ ສປປ ລາວ. ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດຫມົດ ເພື່ອຮ່ວມກັບສະ ມາຊິກລັດຖະບານ ຊຸດທີ IX ປະຕິບັດຫນ້າທີ່ຂອງຕົນໃຫ້ດີ ເທົ່າທີ່ຈະດີໄດ້ ພາຍໃຕ້ລັດຖະທໍາມະນູນ ແລະ ກົດຫມາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດ ທຸກເຫື່ອເເຮງ, ສະຕິປັນຍາ ເເລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດຫນ້າທີ່ດ້ວຍຄວາມຮັບຜິດຊອບສູງ ເເລະ ຈະບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະບັດມະກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງ ຄົມ ...

Read More »