ໃນວັນທີ 24 ທັນວາ 2020 ຢູ່ທີ່ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນພາກກາງ ແລະ ໄຕຫງວຽນ ຫວຽດນາມ ທີ່ຖືກຜົນກະທົບຈາກໄພທຳມະຊາດ, ກ່າວມອບ ໂດຍທ່ານ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕ່າງໜ້າກ່າວຮັບ ໂດຍແມ່ນທ່ານ ເຫົາ ອາ ເລັ່ງ ( Hau A Lenh) ກຳມະການສູນກາງພັກ, ຮອງປະທານແນວໂຮມປະເທດຊາດຫວຽດນາມ ຕາງໜ້າລັດຖະບານຫວຽດນາມ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.

ເງິນຈຳນວນດັ່ງກ່າວໄດ້ມາຈາກການປະກອບສ່ວນຂອງຄະນະນຳ, ພະນັກງານສະຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ພ້ອມທັງການປະກອບສ່ວນຂອງບັນດາກະຊວງ, ທະບວງ ກົມ, ບັນດາອົງການຈັດຕັ້ງຂັ້ນຕ່າງໆຂອງຫວຽດນາມ ທີ່ປ່ຽນຈາກການຊື້ກະຕ່າດອກໄມ້ ເນື່ອງໃນໂອກາດມາອວຍ ພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (ວັນທີ 02 ທັນວາ 1975-02 ທັນວາ 2020) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ( ວັນທີ 13 ທັນວາ 1920 – 13 ທັນວາ 2020) ມາເປັນເງິນປະກອບສ່ວນ. ໃນໂອກາດກ່າວມອບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວວ່າ ເຖິງວ່າສອງປະເທດຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການໂດຍສະເພາະກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ແລະ ຍັງມາເກີດມີໄພທຳມະຊາດທີ່ເກີດຂຶ້ນຢູ່ພາກກາງ ແລະ ໄຕຫງວຽນຂອງຫວຽດນາມ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ສປປລາວ,

ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍຄືນ້ຳໃຈສາກົນກຳມະຊີບອັນສູງສົ່ງຂອງຕົນ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານກໍຄືປະຊາຊົນລາວ ໃນການຕ້ານພະຍາດໂຄວິດ-19 ພ້ອມຍັງໄດ້ມອບເຂົ້າສານຈຳນວນ1000 ໂຕນ ໄປຊ່ວຍເຫຼືອປະຊາຊົນລາວຢູ່ແຂວງສະຫວັນນະເຂດ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງອີກດ້ວຍ.
ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ເຖິງວ່າເປັນຈຳນວນບໍ່ຫຼາຍ ແຕ່ກໍເປັນການປະກອບສ່ວນໝົດຈິດໝົດໃຈເຕັມໄປດ້ວຍຖານສະຫາຍອ້າຍນ້ອງ ຈາກສະຖານເອກອັກຄະລັດຖະທູດລາວທີ່ຮ່າໂນ້ຍຂອງພວກເຮົາ, ໂດຍຜ່ານທ່ານ ຮອງປະທານແນວໂຮມປະເທດຊາດຫວຽດນາມໄປຍັງປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດຢູ່ທາງພາກກາງ ແລະ ໄຕຫງວຽນ ຫວຽດນາມ ຫວັງວ່າປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດໃນເຂດດັ່ງກ່າວຈະໄດ້ຮັບການຟື້ນຟູ ແລະ ກັບມາດຳລົງຊີວິດເປັນປົກກະຕິ.
ແຫຼ່ງຂໍ້ມູນ: ວສລ