Author Archives: admin target

ພິທີເຊັນສັນຍາ “ຄູ່ຮ່ວມຍຸດທະສາດ ເພື່ອພັດທະນາຂະແຫນງການກະສິກຳໃນ ສປປ ລາວ”

ວັນທີ 28 ຕຸລາ 2021 ທີ່ທະນາຄານ ພັດທະນາລາວ ສໍານັກງານໃຫຍ່, ໄດ້ມີພິທີເຊັນສັນຍາວ່າດ້ວຍ “ຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາຂະແຫນງການກະສິກຳໃນ ສປປ ລາວ” ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ສຸກຈະເລີນຟາມ ຈໍາກັດ, ໂດຍການເຂົ້າຮ່ວມຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ແລະ ທ່ານ ຈັນທະຫນອມ ພົມມະນີ ປະທານຄະນະຜູ້ບໍລິຫານງານທະນາຄານພັດທະນາລາວ, ທ່ານ ບຸນຍະລິດ ສຸກຈະເລີນ  ປະທານກຸ່ມບໍລິສັດ ສຸກຈະເລີນ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານຂອງທັງຝ່າຍ. ຂະແໜງການກະສິກຳ ແມ່ນຂະແໜງການໜຶ່ງທີ່ມີບົດບາດສຳຄັນ ຕາມວີຖິຊີວິດຂອງປະຊາຊົນລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ເປັນຕົ້ນແມ່ນການຜະລິດສະບຽງອາຫານ ເພື່ອປ້ອນຕະຫລາດພາຍໃນ ແລະ ເພື່ອຕອບສະໜອງໃຫ້ແກ່ ການສົ່ງອອກຕາມແລວເສດຖະກິດຂອງເສັ້ນທາງລາວ-ຈີນ ໃຫ້ມີຄວາມຫມັ້ນຄົງ ພ້ອມທັງສາມາດສ້າງອາຊີບວຽກເຮັດງານທໍາ ໃຫ້ແກ່ປະຊາຊົນໃນ ສປປ ລາວ. ນອກຈາກນັ້ນ ການຜະລິດກະສິກໍາ ຍັງເປັນແຫຼ່ງລາຍຮັບທີ່ສໍາຄັນ ໃນການລົບລ້າງຄວາມທຸກຍາກ ແລະ ປະກອບສ່ວນເຂົ້າໃນການເພີ່ມ GDP ໃຫ້ແກ່ລັດຖະບານ. ບົນພື້ນຖານການຫັນປ່ຽນໃຫມ່, ແນວທາງນະໂຍບາຍ ແລະ ...

Read More »

Mark Zuckerberg ປະກາດປ່ຽນຊື່ບໍລິສັດ ຈາກ ‘Facebook’ ເປັນ ‘Meta’

ໃນລະຫວ່າງ ງານ Connect ປະຈຳປີຂອງ Facebook, ມາກ ຊັກເຄີເບີກ, ໄດ້ແບ່ງປັນວິໄສທັດຂອງເຂົາກ່ຽວກັບ Metaverse ແລະ ວິທີທີ່ບໍລິສັດຈະມີສ່ວນ ໃນການສ້າງອະນາຄົດໃນຄັ້ງນີ້. Metaverse ຈະເປັນສັງຄົມຂອງພື້ນທີ່ 3 ມິຕິ ທີ່ທ່ານສາມາດແບ່ງປັນປະສົບການສະເໝືອນຈິງກັບຄົນອື່ນໆໄດ້, ເຖິງແມ່ນວ່າທ່ານຈະບໍ່ໄດ້ຢູ່ນຳກັນ ແລະເຮັດສິ່ງທີ່ຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບ (ໂລກຄວາມເປັນຈິງ) ຮ່ວມກັນ. ມາກ ຊັກເຄີເບີກ, ໄດ້ແນະນຳ Meta ເຊິ່ງໄດ້ນໍາເອົາແອັບ ແລະ ເທັກໂນໂລຢີ ລວມເຂົ້າກັນພາຍໃຕ້ແບຣນຂອງບໍລິສັດໃໝ່. ຈຸດສຸມຂອງ Meta ຈະເປັນການສ້າງໂລກສະເໝືອນຈິງ (Metaverse) ໃຫ້ເປັນຈິງ. ແລະ ຊ່ວຍເຊື່ອມຕໍ່ຜູ້ຄົນ, ຄົ້ນຫາຊຸມຊົນ ແລະ ຂະຫຍາຍທຸລະກິດອີກດ້ວຍ. ໂລກສະເໝືອນຈິງ ຈະເບິ່ງແລ້ວຄ້າຍຄືກັບສັງຄົມອອນລາຍ ທີ່ເຮົາໃຊ້ງານຢູ່ໃນປັດຈຸບັນໃນຮູບແບບປະສົມປະສານ, ເຊິ່ງບາງຄັ້ງກໍຂະຫຍາຍອອກໄປໃນຮູບແບບສາມມິຕິ ຫຼື ສາຍອອກສູ່ໂລກທາງກາຍະພາບ. ສິ່ງນີ້ຈະຊ່ວຍໃຫ້ທ່ານແບ່ງປັນປະສົບການສະ         ເໝືອນຈິງກັບຄົນອື່ນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ນຳກັນ ແລະເຮັດສິ່ງຕ່າງໆ ທີ່ທ່ານບໍ່ສາມາດເຮັດໄດ້ໃນໂລກທາງກາຍະພາບຮ່ວມກັນ. ນີ້ແມ່ນວິວັດທະນາການຂັ້ນຕໍ່ໄປຂອງສາຍສັງຄົມເທັກໂນໂລຢີ ແລະ ກ້າວເຂົ້າສູ່ເລື່ອງລາວໃໝ່ຂອງບໍລິສັດອີກດ້ວຍ. “ຂ້າພະເຈົ້າ ພູມໃຈໃນສິ່ງທີ່ພວກເຮົາສ້າງມາຈົນຮອດຕອນນີ້ ແລະຕື່ນເຕັ້ນກັບສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ໄປ, ໃນຂະນະທີ່ພວກເຮົາກຳລັງກ້າວຂ້າມສິ່ງທີ່ເປັນໄປໄດ້ໃນມື້ນີ້, ຂ້າມຂໍ້ຈຳກັດຂອງໜ້າຈໍ, ຂ້າມຂໍ້ຈຳກັດຂອງໄລຍະທາງ ...

Read More »

ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ເລີ່ມມື້ອື່ນເປັນຕົ້ນໄປ

  ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການໃມ່ ກ່ຽວກັບການປັບລາຄານໍ້າມັນເຊື້ອໄຟຂອບເຂດທົ່ວປະເທດ ສະບັບເລກທີ 0980/ອຄ ລົງວັນທີ 19 ຕຸລາ 2021 ລະບຸວ່າ ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້ານໍ້າມັນຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍໃໝ່ໃນເຂດເທດສະບານແຂວງ ນະຄອນຫຼວງວຽງຈັນ ດັ່ງນີ້: ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ20 ຕຸລາ 2021 ຕັ້ງແຕ່ເວລາ 6:00 ໃນຂອບເຂດທົ່ວປະເທດການປັບລາຄາໃນຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດືື ຄັງແຮນໍາມັນແອັດຊັງຫຼຸດລົງ 200 ກີບ/ລິດ, ຮັງແຮແອັດຊັງທໍາມະດາ 54 ກີບ/ລິດ, ຄັງແຮນໍ້າມັນກາຊວນ 76 ກີບ/ລິດ ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ນໍ້າມັນແອັດຊັງພິເສດ ປັບຂຶ້ນ 450 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາປັບຂຶ້ນ 420 ກີບ/ລິດ ແລະ ກາຊວນປັບຂຶ້ນ 380 ກີບ/ລິດ ການຄິດໄລ່ພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ກໍານົດໄວ້ ໃນການໂຄງສ້າງນໍ້າມັນເຊື້ອໄຟສະບັບເລກທີ 0749/ກຄພນ, ົງວັນທີ 19 ຕຸລາ 2021 ...

Read More »

ແຂວງຫົວພັນ ເລີ່ມເປີດການຮຽນ-ສອນ ທຸກຂັ້ນເລີ່ມ 18 ຕຸລານີ້

 ຫົວພັນປະກາດຈະໄດ້ອະນຸຍາດໃຫ້ເປີດການຮຽນ-ສອນຄືນແລ້ວໃນທົ່ວແຂວງ : ພະແນກສຶກສາ ແລະ ກິລາແຂວງ ຫົວພັນອອກແຈ້ງການເລກທີ 169/ສກຂ ລົງວັນທີ 15 ຕຸລາ 2021 ໃຫ້ເປີດການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາຍສາມັນສຶກສາ, ການສຶກສານອກໂຮງຮຽນ, ອະຊີວະສຶກສາ ແລະ ວິທະຍາໄລຄືນໃຫມ່ໃນທົ່ວແຂວງ. ແຈ້ງການລະບຸວ່າ: ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ ຂໍແຈ້ງການເຖິງທ່ານຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງ, ໂຮງຮຽນອ້ອມຂ້າງແຂວງ ທັງພາກລັດ ແລະ ເອກະຊົນ ໃຫ້ເປີດການຮຽນ ການສອນ ຄືນໃຫມ່ລາຍລະອຽດມີດັ່ງນີ້:1. ໃຫ້ສືບຕໍ່ການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາຍສາມັນສຶກສາ, ການສຶກສານອກໂຮງຮຽນ, ອະຊີວະສຶກສາ ແລະ ວິທະຍາໄລ ເລີ່ມແຕ່ວັນທີ 18 ຕຸລາ 2021 ເປັນຕົ້ນໄປ2. ໃຫ້ປະຕິບັດຕາມຫຼັກສູດພື້ນຖານ 80% ຊ່ວງໄລຍະການລະບາດພະຍາດໂຄວິດ-19 ສໍາລັບຊັ້ນປະຖົມສຶກສາແລະ ມັດທະຍົມສຶກສາ, ສ່ວນຊັ້ນຮຽນອະນຸບານແມ່ນໃຫ້ປະຕິບັດຕາມຫຼັກສູດເກົ່າ, ບໍ່ປ່ຽນແປງ 3. ການຈັດຕັ້ງການປະຕິບັດແຜນການສອນ ແລະ ປະທິທຶນແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 9 ປີ 2021 ບັນລຸໄດ້ປະມານ 777 ລ້ານ ໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2021 ບັນລຸໄດ້ປະມານ 777 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 447 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 330 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 117 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄໍາປະສົມ (ຄຳແທ່ງ), ເຄື່ອງນຸ່ງຫົ່ມ, ນ້ຳຕານ, ຢາງພາລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…), ຢາສູບ ແລະ ເຂົ້າ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ...

Read More »

ລົດເກັງ Nissan ALMERA ລຸ້ນໃໝ່ ກໍາລັງຈະໄດ້ຮັບການວາງຈໍາໜ່າຍໃນ ສປປ ລາວ ໄວໆນີ້

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ. ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ ບັນຈຸຜູ້ໂດຍສານໄດ້ 5 ຄົນ ສໍາລັບເດີນທາງຈາກທາງຫຼວງໄປຍັງບັນດາເມືອງຕ່າງໆ, ເຄື່່ອນໄຫວຢ່າງຄ່ອງໂຕ ແລະ ລາຄາເປັນມິດ. ປີ 1970-1973 –  ລຸ້ນທີ 2 ທີ່ມີເຄື່ອງຍົນຂະໜາດ 1.2L & 1.4L ທີ່ເປັນຂະໜາດທີ່ໃຫຍ່ຂຶ້ນກວ່າເກົ່າ ...

Read More »

ກາແດງ ສ ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າ 2 ລ້ານກວ່າໂດລາ ໃຫ້ອົງການກາແດງລາວ

ໃນລະຫວ່າງເດືອນກັນຍາ-ຕຸລາ 2021 ນີ້, ສະພາກາແດງ ສ ເກົາຫລີ ໄດ້ຈັດສົ່ງເຄື່ອງນຸ່ງຫົ່ມ ໃຫ້ອົງການກາແດງລາວ ເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ໃນເຂດຫ່າງໄກຊອກຫລີກ, ເຊິ່ງມີຈຳນວນທັງໝົດ 26 ຕູ້ຄອນທີເນີ, ມີ 14.173 ກ່ອງ, ລວມມູນຄ່າ 2.758.363 ໂດລາສະຫະລັດ, ໃນນັ້ນປະກອບມີ: ເກີບ, ໂສ້ງ ແລະ ເສື້ອ ເຊິ່ງເປັນຍີ່ຫໍ້ ຟີລາ (FILA). ເຄື່ອງຊ່ວຍເຫລືອດັ່ງກ່າວ, ອົງການກາແດງລາວ ຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນ ໃນເຂດຫ່າງໄກສອກຫລີກ, ເຊິ່ງໄລຍະຜ່ານມາອົງການກາແດງ ສ ເກົາຫລີ ກໍເຄີຍໃຫ້ການຊ່ວຍເຫລືອປະເພດ ເຄື່ອງປ້ອງກັນໂຄວິດ-19 ໃຫ້ແກ່ອົງການກາແດງລາວ ແລະ ການຊ່ວຍເຫລືອໃນຄັ້ງນີ້ ພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນ, ຍ້ອນເຫັນໄດ້ເຖິງຄວາມສຳຄັນອົງການກາແດງ ສ ເກົາຫລີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວ ໃນນາມອົງ ການທາງດ້ານມະນຸດສະທຳ ເພື່ອນຳເອົາເຄື່ອງດັ່ງກ່າວ ໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ

Read More »

ທະນາຄານໂລກ ປັບຫລຸດການຂະຫຍາຍຕົວເສດຖະກິດ ຂອງລາວຈາກ 4,0% ເປັນ 2,2% ຍ້ອນຜົນກະທົບຈາກໂຄວິດ-19

ທະນາຄານໂລກ ລະບຸວ່າການຟື້ນຟູເສດຖະກິດຢູ່ພາກພື້ນອາຊີ ຕາເວັນອອກ ແລະ ປາຊີຟິກ ໄດ້ຖືກຈໍາກັດ ຈາກບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນສາຍພັນເດວຕາ ເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ຍັງສືບຕໍ່ປະສົບກັບສະພາບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ, ເຊິ່ງ ທະຄານໂລກ ໄດ້ປັບຫລຸດການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2021 ຈາກ 4,0% ຂອງການຄາດຄເນໃນເດືອນເມສາ 2021 ມາເປັນ 2,2% ຈາກການຄາດຄະເນຄັ້ງຫລ້າສຸດ ໃນເດືອນກັນຍາຜ່ານມາ ແລະ ຄາດວ່າປີ 2022 ຈະຂະຫຍາຍຕົວ 4,5% ເພີ່ມຂຶ້ນຈາກ 4,0% ຂອງການຄາດຄະເນໃນເດືອນເມສາ. ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ທົ່ວໂລກກໍາລັງພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ຫລຸດລົງ. ເຖິງຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາໄດ້ຢ່າງເຂັ້ມ ແຂງ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ ຈະສາມາດຟື້ນຕົວໄດ້ອີກຄັ້ງ. ທ່ານ ...

Read More »

3 ແນວຄິດກ່ຽວກັບການປິດການເຂົ້າ-ອອກ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຈາກການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ ສປປ ລາວ ມາຮອດປັດຈຸບັນນີ້ ເຮັດໃຫ້ລັດຖະບານຈັດ ຕັ້ງປະຕິບັດຫລາຍມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ໂດຍໄວ, ໃນນີ້ ລວມທັງການປິດປະເທດ, ປິດການເຂົ້າ-ອອກເມືອງ ແລະ ແຂວງ ທີ່ມີການລະບາດຂອງພະຍາດດັ່ງກ່າວ. ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະສື່ມວນຊົນທົ່ວປະເທດຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ວ່າ: ຈາກການປິດການເຂົ້າ-ອອກປະເທດ, ເມືອງ ແລະ ແຂວງ ໃນໄລຍະຜ່ານມາ ເຮັດໃຫ້ເກີດມີ 3 ແນວຄິດສະເໜີໄປຍັງລັດຖະ ບານ ຄື: 1). ສະເໜີໃຫ້ປິດຂາດໂຕ: ກຸ່ມຄົນທີ່ສະເໜີໃນຮູບ ການນີ້ ແມ່ນຜູ້ທີ່ມີຖານະທາງການເງິນໃນຄອບຄົວດີ ເຖີງວ່າປິດການເຂົ້າ-ອອກເປັນເດືອນກໍ່ສາມາດຢູ່ໄດ້. 2). ຜູ້ທຸກຍາກທີ່ເຮືອນເຊົ່າເຂົ້າຊື້ ເຊີ່ງມີຄົນຈໍານວນຫລວງຫລາຍ ສະເໜີບໍ່ຢາກໃຫ້ປິດຂາດຕົວ ເພາະສ້າງຄວາມຫຍຸ້ງຍາກລໍາບາກຫລາຍໃນການທໍາມາຫາກິນປະຈໍາວັນ ເນື່ອງຈາກຫາເຊົ້າກິນຄໍ່າ. 3). ຜູ້ທີ່ບໍ່ເຫັນດີນໍາຄວາມຄິດທີ 1 ແຕ່ເຫັນໃຈຄວາມຄິດຂອງກຸ່ມຄົນປະເພດທີ 2 ແລະ ຂໍໃຫ້ລັດຖະບານປະຄັບປະຄອງຄືໄລຍະຜ່ານມາ ແລະ ...

Read More »

ສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ 3 ນາຍ ຍ້ອນລະເມີດມາດຕະການໂຄວິດ-19

ປກສ ແຂວງສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ 3 ນາຍ ວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນ ໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ...

Read More »