ມີຫລາຍກວ່າ 80 ຫົວໜ່ວຍທຸລະກິດ ຈະເຂົ້າຮ່ວມງານວາງສະແດງສິນຄ້າເຟີນີເຈີລາວ 2021………

ງານວາງສະແດງສິນຄ້າເຟີນີເຈີລາວຄັ້ງທີ 7 ປະຈໍາປີ 2021 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-17 ມັງກອນ 2021 ທີ່ຈະມາເຖິງນີ້ໂດຍຈະມີສິນຄ້າເຟີນີເຈີຢ່າງຫລວງຫລາຍທີ່ມາຈາກຜູ້ປະກອບການ, ຫົວໜ່ວຍຈາກນະຄອນຫລວງວຽງຈັນ ແລະ ມາຈາກຕ່າງແຂວງ ໄວ້ໃຫ້ຜູ້ທ່ຽວຊົມໄດ້ຊອກຊື້ເພື່ອນໍາໄປຕົບແຕ່ງປະດັບປະດາເຮືອນ, ອາຄານ ແລະ ອື່ນໆ ຊຶ່ງງານດັ່ງກ່າວຈັດໂດຍສະມາຄົມເຟີນີເຈີລາວ.

Image may contain: 1 person

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫລງຂ່າວ ເມື່ອບໍ່ດົນນີ້ ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ວ່າ: ທາງສະມາຄົມເຟີນີເຈີລາວໄດ້ກະກຽມຫ້ອງວາງສະແດງສິນຄ້າໄວ້ແລ້ວທັງໝົດ 175 ຫ້ອງ, ໃນນັ້ນ ສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນມີ 25 ຫ້ອງ.

Image may contain: 5 people, people sitting

ຕະຫລອດ 9 ວັນຂອງການຈັດງານດັ່ງກ່າວຄາດວ່າຈະມີມູນຄ່າຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຜູ້ເຂົ້າຊົມງານຈະມີປະມານ 100.000 ຄົນ. ສໍາລັບກິດຈະກໍາພາຍໃນງານຈະມີການສາທິດການຜະລິດສິນຄ້າຕ່າງໆ, ກິດຈະກໍາມອບລາງວັນໃຫ້ແກ່ຜູ້ທີ່ໂຊກດີ, ການສະແດງສິລະປະ ແລະ ການແຂ່ງຂັນດົນຕີແບບເຕັມວົງ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂປລ

Comments