Author Archives: admin target

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ ຈໍານວນ 2 ລ້ານແຜ່ນແລະອື່ນໆ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ...

Read More »

ກອງທັບ ປະຊາຊົນຫວຽດນາມ ສົ່ງຊ່ຽວຊານ ແລະ ເຄື່ອງມືທາງການແພດ ມາຊ່ວຍກອງທັບປະຊາຊົນລາວ ຕ້ານໂຄວິດ-19

ກອງທັບປະຊາຊົນຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມ ເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງໂຄຣລາມິນບີ(cloamin b) 500 ກິໂລ, ຜ້າອັດປາກ N95 ຈໍານວນ 5.000 ອັນ, ຜ້າອັດປາກແພ 100.000 ອັນ,ເຄື່ອງນຸ່ງປ້ອງກັນ PCD ລະດັບ4 ຈໍານວນ 5.000 ຊຸດ, ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ ມາຊ່ວຍເຫລືອກອງທັບປະຊາຊົນລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19. ພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2021 ນີ້ຢູ່ດ່ານສາກົນ ນໍ້າພາວ-ເກົາແຈ່ວ, ເຊິ່ງຕາງໜ້າມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ...

Read More »

ດ່ວນ!!! ເຈົ້າໜ້າທີ່ ໄປຮັບ ນາງ ພາວະດີ ວິພາກອນ (ເອື້ອຍຮັກກໍລະນີຜູ້ຕິດເຊື້ອ59) ກັບລາວ ເພື່ອມາດຳເນີນຄະດີຕາມກົດໝາຍ

ໃນຕອນແລງຂອງວັນທີ 30 ເມສາ 2021 ນີ້, ເຈົ້າໜ້າທີ່ທາງການລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ຕຸກຕິກ) ທີ່ດ່ານສາກົນໜອງຄາຍ ຣາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫລັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາເຂົ້າສູ່ຂະບວນການຍຸຕິທຳຕາມກົດໝາຍ ຂອງ ສປປ ລາວ ເຊິ່ງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລຄຸ້ມຄອງ ຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ກໍຄືລະບຽບການອື່ນໆທີ່ກ່ຽວຂ້ອງ. ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫລວດກວດຄົນເຂົ້າ-ອອກເມືອງ ໄດ້ໃຫ້ສຳພາດວ່າ: ທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ...

Read More »

ໄລຍະວິກິດ ຫ້າມສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ

ປັດຈຸບັນ, ຢູ່ປະເທດເຮົາມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ກະຈາຍເປັນວົງກວ້າງ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວທະວີຄວາມຮຸນແຮງ ລັດຖະບານກໍຄືຄະນະສະເພາະຈຶ່ງອອກມາດຕະ ການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ດ້ວຍການປິດການເຂົ້າ-ອອກ ບັນດາແຂວງ, ເມືອງ ລວມເຖິງບ້ານໃນ ຂອບເຂດທົ່ວປະເທດ. ປຸກລະດົມໃຫ້ປະຊາຊົນ ຢູ່ເຮືອນ, ຢຸດການອອກນອກເຮືອນ ແລະ ການເຄື່ອນໄຫວກິດ ຈະກຳທາງສັງຄົມຕ່າງໆ ຊຶ່ງທັງໝົດນີ້ອາດສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແຕ່ເພື່ອຮັບ ປະກັນຄວາມປອດໄພຂອງທຸກຄົນ ກໍມີຄວາມຈຳເປັນທີ່ພວກເຮົາຕ້ອງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ. ຄຽງຄູ່ກັບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ ສິ່ງທີ່ໜ້າເປັນຫ່ວງອີກຢ່າງໜຶ່ງແມ່ນລາຄາສິນຄ້າ ອຸປະໂພກ, ບໍລິໂພກ ຢູ່ຕາມທ້ອງຕະຫລາດ ຊຶ່ງອາດສູງຂຶ້ນ ແລະ ບາງລາຍການກໍຂາດ ເນື່ອງຈາກການຂົນສົ່ງ ບໍ່ທົ່ວເຖິງ ຢ່າງໃດກໍຕາມຂໍຮຽກຮ້ອງເຖິງຜູ້ປະກອບການຄ້າຂາຍ ໃຫ້ຄຳນຶງເຖິງຄວາມຖືກຕ້ອງ, ຄວາມຍຸຕິທຳຕໍ່ຜູ້ ບໍລິໂພກ ເນື່ອງຈາກໃນໄລຍະວິກິດຄືແນວນີ້ ພວກເຮົາທຸກຄົນຄວນພ້ອມພຽງກັນຜ່ານຜ່າ ບໍ່ສວຍ ໂອກາດນີ້ຂຶ້ນ ລາຄາເປັນຫລາຍທົບຈາກປົກກະຕິ ຊຶ່ງນອກຈາກສ້າງຄວາມອັບປະໂຫຍດໃຫ້ຜູ້ບໍລິໂພກແລ້ວ ຜູ້ຂາຍເອງກໍມີຄວາມ ຜິດທາງກົດໝາຍອາຍາ ຕາມມາດຕາ 277 ແລະ ມາດຕາ 278 ທີ່ໄດ້ລະບຸໄວ້າວ່າ: ການສວຍໂອກາດຂຶ້ນລາຄາ ສິນຄ້າ ແລະ ຄ່າບໍລິການ ແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫລື ...

Read More »

ທີມແພດໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດຂອງແຂວງສາລະວັນ

ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ, ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ. ຕາມການລາຍງານຂອງ ທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍກໍ່ຄືການຊີ້ນຳ, ຕິດຕາມຂອງການນໍາຂັ້ນເທິງແຕ່ລະຂັ້ນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງແມ່ນບໍ່ພົບເຊື້ອ, ອາການຂອງຜູ້ກ່ຽວກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ, ສວ່ນຜູ້ທີ່ໄກ້ຊິດກັບທ້າວນຽມແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະໄດ້ກັບເມືອກັກໂຕຢູ່ບ້ານຂອງຕົນເອງຕາມລະບຽບການຕື່ມອີກ. ສໍາລັບແພດທີ່ເຂົ້າປິ່ນປົວທ້າວນຽມແມ່ນຈະໃດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ, ຈິ່ງຈະໄດ້ກັບໄປຢູ່ນໍາຄອບຄົວ. ໂອກາດນີ້ທ້າວນຽມໃດ້ກ່າວຄວາມຂອບໃຈຢ່າງສູງທີ່ອຳນາດການປົກຄອງແຕ່ລະຂັ້ນ ກໍ່ຄືທິມງານແພດໝໍທີ່ເອົາໃຈໃສ່ສຸມທຸກເຮື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ ແລະໄດ້ກັບອອກໄປດຳລົງຊີວິດຢູ່ນຳຄອບຄົວ ແລະຝາກເຖິງພໍ່ແມ່ຜີ່ນ້ອງທຸກຄົນບໍ່ວ່າຈະຢູ່ພາຍໃນປະເທດກໍ່ຄືຜູ້ທີ່ເຮັດວຽກຢູ່ປະເທດ, ເພື່ອນບ້ານຈົ່ງໃດ້ເພີ່ມທະວີຮ່ວມແຮງຮ່ວມໃຈກັນຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ນີ້ບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ. ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນຕອນແລງວັນທີ 29 ເມສາ ...

Read More »

ນວ ສືບຕໍ່ລົງກວດກາ ການສວຍໂອກາດຂຶ້ນລາຄາສິນຄ້າ

ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມ ວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ, ປກສ ນວ ຈຶ່ງໄດ້ຮີບຮ້ອນມອບໝາຍໃຫ້ພະແນກຕຳ ຫລວດປ້ອງກັນເສດຖະກິດ ຫ້ອງຕຳຫລວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫລາດ ນັບແຕ່ເວລາ 8:00 ໂມງ ຫາ 17:00 ໂມງ ຂອງວັນທີ 25 ເມສາ 2021 ໄດ້ທັງໝົດ 7 ແຫ່ງ ຄື: ຕະຫລາດສວນມອນ, ຕະຫລາດທົ່ງພານທອງ, ຕະຫລາດໜອງຈັນ, ຕະຫລາດສີຂຽວ, ຕະຫລາດອົດຊີ, ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ຜ່ານການກວດກາເຫັນວ່າບໍ່ມີຄວາມຈິງ ຕະຫລາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິ. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ທີ່ລະບຸໄວ້ໃນຂໍ້ທີ 6 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆ ...

Read More »

ຄະນະສະເພາະກິດດ້ານເສດຖະກິດ ປຶກສາຫາລືເພື່ອແກ້ໄຂຜົນກະທົບຈາກການລະບາດໂຄວິດ-19

ຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2. ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທາງໄກ (ວີດີໂອຄອນຟາເລັນ) ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2021 ທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ, ເຊິ່ງມີບັນດາທ່ານ ໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະນໍາຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນບາງມາດຕະການ ແລະ ...

Read More »

ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27

ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19

Read More »

ພາກທຸລະກິດທ່ອງທ່ຽວສະເໜີໃຫ້ລັດຖະບານ ມີນະໂຍບາຍຫລຸດຜ່ອນການຈ່າຍ ຫລື ເລື່ອນຊໍາລະເງິນກູ້ ທະນາຄານ ໄລຍະໂຄວິດ-19

ໃນວັນທີ 28 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມທາງໄກ ຂອງຄະ ນະສະເພາະກິດດ້ານເສດຖະກິດ ເພື່ອຫລຸດຜ່ອນຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຄະນະສະເພາະກິດດ້ານເສດຖະ ກິດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືກະກຽມແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບຜົນກະທົບລວມ ທີ່ສື່ມວນຊົນໄດ້ລົງຕິດຕາມຢູ່ເຂດຕ່າງໆ ແລະ ຈາກຫາງສຽງຂອງສັງຄົມ ໂດຍໄດ້ໃຫ້ຮູ້ວ່າ: ສະພາບຊື້ຂາຍໂດຍທົ່ວໄປ ອ່າວງຽບເຫງົາ ເນື່ອງຈາກບັນດາຮ້ານຈໍານວນໜຶ່ງປິດຕາມແຈ້ງການ ແລະ ຄໍາສັ່ງ; ເຂົາເຈົ້າຕື່ນຕົວ (ປ້ອງກັນ/ຢ້ານ), ຕະຫລາດໃຫຍ່ ຕະຫລາດສົດ ການລົງຕະຫລາດບໍ່ຫລາຍປານໃດ, ໃນຕະຫລາດກໍມີຈຸດລ້າງມື, ສອງສາມວັນມານີ້, ປະຊາຊົນປ່ຽນພຶດຕິກໍາຢູ່ເຮືອນຫລາຍ ສັງເກດຖະໜົນລົດແລ່ນບໍ່ໜາແໜ້ນ, ສ່ວນໜຶ່ງມີການສະສົມອາຫານໄວ້ແລ້ວ, ຈໍານວນໜຶ່ງອອກຕະຫລາດແຕ່ເຊົ້າ ເພື່ອຫລີກເວັ້ນການແອອັດ. ສຳລັບລາຄາສິນຄ້າໄລຍະນີ້ ...

Read More »

ພົບແລ້ວ ຊາກເຮືອດຳນ້ຳຂອງອິນໂດເນເຊຍ ທະຫານຢູ່ໃນເຮືອເສຍຊີວິດທັງໝົດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ພົນເອກ ຢູໂດ ມາກາໂນ ຜູ້ບັນຊາການກອງທັບເຮືອ ຂອງອິນໂດເນເຊຍຖະແຫຼງວ່າ: ພາບຖ່າຍຈາກກ້ອງໃນຫຸ່ນຍົນດຳນ້ຳເລິກ ພົບວ່າ ເຮືອດຳນ້ຳ Nanggala 402 ໄດ້ແຕກອອກເປັນ 3 ສ່ວນຂະໜາດໃຫຍ່ ຈົມຢູ່ໃຕ້ທະເລ ໃນລະດັບຄວາມເລິກ 838 ແມັດ ຈາກຜິວນ້ຳ ໂດຍຈຸດເຮືອຈົມ ຢູ່ຫ່າງໄປທາງທິດໃຕ້ປະມານ 1.500 ແມັດ ຈາກຈຸດພິກັດສຸດທ້າຍທີ່ເຮືອລອຍລຳຢູ່ ກ່ອນສູນຫາຍ ຂະນະເຂົ້າຮ່ວມການຝຶກຊ້ອມທາງຍຸດທະວິທີໃນທະເລທາງທິດເໜືອຂອງເກາະບາຫຼີ ເມື່ອວັນທີ 21 ເມສາ 2021. ທ່ານ ພົນເອກ ຮາດີ ທະຍາຢັນໂຕ ຜູ້ບັນຊາການທະຫານສູງສຸດຂອງອິນໂດເນເຊຍກ່າວວ່າ: ພາບຖ່າຍໃຕ້ນ້ຳທີ່ໄດ້ຮັບຢືນຢັນວ່າ ເຮືອດຳນ້ຳນັງກາລາ 402 ໄດ້ຈົມຢູ່ໃຕ້ທະເລ ແຕ່ບໍ່ແມ່ນສູນຫາຍຕາມທີ່ໃຫ້ຂ່າວໄປກ່ອນໜ້ານີ້ ແລະ ທະຫານທີ່ຢູ່ໃນເຮືອຈຳນວນ 53 ຄົນເສຍຊີວິດທັງໝົດ, ຫຸ່ນຍົນດຳນ້ຳເລິກທີ່ພົບຊາກເຮືອນັງກາລາ 402 ຈາກການບັນທຶກພາບ ເປັນຂອງເຮືອກູ້ໄພທາງທະເລຂອງ MV Swift Rescue ຂອງສິງກະໂປ. ສ່ວນເຮືອ KRI ຣີເກີ້ລ ຂອງອິນໂດເນເຊຍ ຄົ້ນຫາເຮືອດຳນ້ຳ ນັງກາລາ 402 ດ້ວຍການໃຊ້ເຄື່ອງໂຊນານ້ຳເລິກ ...

Read More »