Author Archives: admin target

ຍັງມີບາງກິດຈະການ ບໍ່ທັນໃຫ້ຄວາມຮ່ວມມືໃນການປະຕິບັດຕາມຄຳສັ່ງ ແລະ ແຈ້ງການ

ທ່ານ ນາຍົກ ລັດຖະມົນຕີ ໄດ້ມີຄຳສັ່ງປິດຮ້ານບໍລິການທີ່ເປັນອິນເຕີເນັດຄາເຟ່, ຮ້ານເກມ, ຮ້ານອາຫານ ແລະ ອື່ນໆ ຕ້ອງປິດ ແຕ່ໃນຄວາມເປັນຈິງ ຍັງມີບາງກິດຈະການຍັງຝືນເປີດ. ທ່ານ ພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນ ໄດ້ເຜີຍໃຫ້ຮູ້ວ່າ: ສະພາບປະຈໍາວັນທີ 4 ພຶດສະພາ 2021, ກອງພັນປ້ອງກັນເຄື່ອນທີ່ ໄດ້ອອກເຄື່ອນໄຫວລາດຕະເວນ ເລີ່ມແຕ່ເວລາ 20:00 ໂມງ- 5:00 ໂມງ ໄດ້ພົບເຫັນບາງກິດຈະການ ຍັງບໍ່ທັນປະຕິບັດເຂັ້ມງວດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີການສະ ກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19. ໃນນີ້, ໄດ້ມີຕູ້ເກມ ST ກຣຸບ (ຄາຊີໂນ 24 ຊົ່ວໂມງ) ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ຍັງເປີດໃຫ້ບໍລິ ການໃຫ້ລູກຄ້າເຂົ້າມາຫລີ້ນເກມ. ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມໃຫ້ຢຸດເຊົາ ແລະ ເວລາ 22:00 ໂມງ ...

Read More »

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທຳອິດ ແຂວງ ບໍລິຄຳໄຊ ປົວຫາຍດີແລ້ວ

ເປັນເລື່ອງທີ່ໜ້າຍິນດີແລະຊົມເຊີຍຫຼາຍ ທີ່ບັນດາແພດໝໍ, ພະຍາບານແຂວງບໍລິຄຳໄຊ ສຳເລັດໜຶ່ງພາລະກິດປົວຜູ້ປ່ວຍໂຄວິດ-19 ລາຍທຳອິດຂອງແຂວງ ສົ່ງກັບຄອບຄົວເປັນທີ່ຮຽບຮ້ອຍ ຍັງແຕ່ຕ້ອງກັກໂຕເອງອີກ 14 ວັນຖ້າບໍ່ມີຫຍັງກໍອອກໃຊ້ຊີວິດປົກກະຕິໄດ້ແລ້ວ. ໃນວັນທີ 5 ພຶດສະພານີ້ ຢູ່ສູນປິ່ນປົວພະຍາດ Covid-19 ຫຼັກ 6 ເມືອງປາກຊັນ ໄດ້ມີພິທີຊົມເຊີຍຜົນສໍາເລັດໃນການຮັກສາປິ່ນປົວຜູ້ທີຕິດເຊື້ອພະຍາດ Covid-19 ຫາຍດີເປັນຄົນທໍາອິດຂອງແຂວງບໍລິຄຳໄຊ ນັ້ນກໍຄືຜູ້ຕິດເຊື້ອກໍລະນີຄົນທີ 1 ຂອງແຂວງ, ທີ 58 ຂອງທົ່ວປະເທດ, ຢູ່ບ້ານໂພນມຸງຄຸນ ເມືອງບໍລິຄັນ. SlideSlideSlide ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ, ມີຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ ແລະ ທີມງານວິຊາການ. ໃນໂອກາດດຽວກັນນີ້ ທ່ານ ເຈົ້າແຂວງ ກໍໄດ້ສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍມາຍັງທີມງານແພດໝໍ, ພະຍາບານ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ Covid-19 ຈົນຫາຍດີສາມາດກັບບ້ານໄດ້, ເມືອຈໍາກັດບໍລິເວນຢູ່ເຮືອນ ເພື່ອຕິດຕາມອາການຕື່ມອີກ 14 ວັນ.

Read More »

ນອກຈາກສົ່ງຜູ້ຊ່ຽວຊານແພດຈີນມາຊ່ວຍ ສປປ ລາວ ແລ້ວ ອຸປະກອນຕ້ານໂຄວິດ 19 ຈະມາເຖິງລາວ ໃນວັນທີ 10 ພຶດສະພານີ້

ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນປະຈໍາລາວ ໃຫ້ສໍາພາດຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມພິທີຕ້ອນຮັບຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນ ທີ່ມາຊ່ວຍເຫລືອລາວ ຕ້ານການລະບາດຂອງພະຍາດໂຄວິດ19 ເມື່ອວັນທີ 5 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ບາງຕອນທ່ານກ່າວວ່າ: ພວກຂ້າພະເຈົ້າຮັບຮູ້ວ່າ: ຊັບພະຍາກອນທີ່ປະກອບສ່ວນເຂົ້າໃນການປ້ອງກັນ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ລວມທັງລະບົບສາທາລະນະສຸກຂອງລາວ ຍັງມີຂໍ້ຈໍາກັດ ບວກກັບປະສົບກັບສິ່ງທ້າທາຍທີ່ໜັກໜ່ວງ ເຊິ່ງເຫັນໄດ້ຈາກການຖະແຫລງຂ່າວຂອງຄະນະສະເພາະກິດ, ປະຈຸບັນ ບັນດາໂຮງໝໍ, ສະຖານທີ່ກວດຫາເຊື້ອ, ສະຖານທີ່ສັກຢາ ພະນັກງານແພດໝໍໄດ້ເຮັດວຽກຢ່າງໜັກໜ່ວງ, ທາງພັກ ແລະລັດຖະບານລາວກໍໄດ້ປະກາດວ່າ ຈະຍົກສູງການປ້ອງກັນ, ຄວບຄຸມການລະບາດຂອງພະຍາດໂຄວິດ19 ເຊິ່ງໜ້າທີ່ຍຸດທະສາດທີ່ສຸກເສີນ ແລະສໍາຄັນພ້ອມທັງຮຽກຮ້ອງວ່າ ຕ້ອງເຂົ້າສູ່ໄລຍະຕໍ່ຕ້ານສົງຄາມປ້ອງກັນພະຍາດໂຄວິດ19 ທົ່ວປະເທດໄດ້ປິດການສັນຈອນເຂົ້າ-ອອກ ສະນັ້ນ ສປ ຈີນ ຈຶ່ງໄດ້ສົ່ງທິມແພດຜູ້ມີຄວມຮູ້ຄວາມສາມາດ ມີປະສົບການມາຊ່ວຍເຫລືອ ສປປ ລາວ ຂ້າພະເຈົ້າເຫັນວ່າເປັນເລື່ອງຈໍາເປັນ ແລະຮີບດ່ວນ. ປະຈຸບັນ ເຖິງວ່າລັດຖະບານລາວໄດ້ນໍາໃຊ້ມາດຕະການປ້ອງກັນໂຄວິດ19 ທີ່ເຂັ້ມງວດ ແລະມີຄວາມເດັດດ່ຽວ ມີຄວາມສາມາດຮັບມືກັບການລະບາດຮອບໃໝ່, ບັນດາແພດໝໍທີ່ເດີນທາງມາຊ່ວຍເຫລືອລາວຄັ້ງນີ້ ກໍຄືກັນກັບຄະນະແພດໝໍທີ່ເຄີຍມາຊ່ວຍເຫລືອລາວໃນປີຜ່ານມາ ໂດຍອີງໃສ່ສະຖານະການ ການແຜ່ລະບາດຮອບໃໝ່ນີ້ ຝ່າຍຈີນໄດ້ຄັດເລືອກແພດໝໍ ຜູ້ຊ່ຽວຊານຈໍານວນ 25ທ່ານ ...

Read More »

ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍ ສປປ ລາວໄດ້ເລີ່ມເຄື່ອນໄຫວເຮັດວຽກຢ່າງຕັ້ງໜ້າ

ວັນທີ 5 ພຶດສະພາ 2021, ຄະນະຊ່ຽວຊ່ານການແພດຈີນໄດ້ເລີ່ມເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍລາວເປັນມື້ທໍາອິດ ຫຼັງຈາກທີ່ໄດ້ເດີນທາງມາຮອດໃນຕອນແລງຂອງວັນທີ 4 ເຊິ່ງຄະນະຊ່ຽວຊ່ານໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງໂຄວິດ-19 ໂດຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການແຜ່ລະບາດຂອງພະຍາດຮອບໃໝ່ ກໍຄືບັນຫາຕ່າງໆທີ່ສໍາຄັນກັບຂະແໜງສາທາລະນະສຸກກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລາວ. ຈາກນັ້ນ, ຄະນະຊ່ຽວຊ່ານແພດຈີນໄດ້ໄປເຮັດວຽກພາກສະໜາມ ແລະເກັບຂໍ້ມູນຢູ່ສູນວິເຄາະ ແລະລະບາດວິທະຍາ ແລະບັນດາໂຮງໝໍປົວພະຍາດໂຄວິດ-19 ໂດຍໄດ້ໃຫ້ຄໍາເຫັນຊີ້ນໍາກ່ຽວກັບບັນຫາທີ່ຄົ້ນພົບໃນການປິ່ນປົວ, ທັງໄດ້ເກັບຂໍ້ມູນ ແລະໃຫ້ຄໍາຕອບທີ່ກ່ຽວຂ້ອງກັບຜູ້ຕິດເຊື້ອ. ຂໍ້ມູນໃຫ້ຮູ້ຕື່ມວ່າ: ຄະນະຊ່ຽວຊ່ານການແພດຊຸດນີ້ເປັນຊຸດທີ 2 ທີ່ລັດຖະບານຈີນສົ່ງມາຊ່ວຍເຫຼືອຕ້ານໂຄວິດ-19 ກັບຝ່າຍລາວ ໃນເດືອນມີນາ-ເມສາ ປີ 2020 ຜ່ານມາ ເຊິ່ງໄດ້ຮັບຄວາມຊົມເຊີຍ ແລະຖືກຕີລາຄາສູງຈາກຝ່າຍລາວຕໍ່ຜົນສໍາເລັດ. ສ່ວນຄະນະຊ່ຽວຊ່ານຊຸດນີ້ມີສ່ວນໜຶ່ງແມ່ນມາຈາກຊຸດກ່ອນ ເຊິ່ງມີບົດຮຽນປະສົບການໃນການຮ່ວມມືກັບຝ່າຍລາວ ແລະເປັນປັດໄຈໜຶ່ງທີ່ອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນ ເຊິ່ງເຮັດໃຫ້ເຊື່ອໝັ້ນວ່າ ແພດໝໍສອງຝ່າຍຈະສາມາດຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດຮອບໃໝ່ຢ່າງປະສົບຜົນສໍາເລັດຢ່າງແນ່ນອນ. ຂໍ້ມູນ: ຈົງຮວາ ສືປ້າວ

Read More »

ແຂວງຫລວງນໍ້າທາ ເປີດສັກວັກຊິນປ້ອງກັນໂຄວິດ-19 ຮອບ2 ເຂັມທີ 1

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກແຂວງຫລວງນໍ້າທາ ສົມທົບກັບໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງຫລວງນໍ້າທາ ເປີດສັກວັກຊິນປ້ອງກັນໂຄວິດ-19 (ຊີໂນຟາມ) ໃຫ້ແກ່ກຸ່ມບຸກຄົນທົ່ວໄປ ທີ່ມີອາຍຸ 18-59 ປີ, ທີ່ເປັນພະນັກງານ, ທະຫານ-ຕໍາຫລວດ, ປະຊາຊົນ ແລະ ຄົນຕ່າງປະ ເທດທີ່ອາໄສຢູ່ເມືອງຫລວງນໍ້າທາ ໂດຍມີມວນຊົນຫລວງນໍ້າທາ ແລະ ຄົນຕ່າງປະເທດເຂົ້າມາສັກຢາວັກຊິນເປັນຈໍານວນຫລວງຫລາຍ. ທ່ານ ຄໍາສອນ ຫົວໜ້າຫ້ອງການສາທາລະນະສຸກເມືອງຫລວງນໍ້າທາ ໃຫ້ຮູ້ວ່າ: ການສັກວັກຊິນຄັ້ງນີ້, ແມ່ນເລີ່ມແຕ່ວັນທີ 4-11 ພຶດສະພາ 2021, ທົ່ວແຂວງຫລວງນໍ້າທາໄດ້ຮັບຢາວັກຊິນທັງໝົດ 7.000 ໂດສ, ໃນນີ້ໄດ້ແບ່ງປັນໃຫ້ໂຮງໝໍທະຫານແຂວງ, ໂຮງໝໍ ປກສ ແລະ 5 ເມືອງ ເພື່ອນໍາໄປສັກໃຫ້ພົນລະເມືອງຂົງເຂດຄວາມຮັບຜິດຊອບຂອງຕົນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກຄົນທີ່ມີເງື່ອນໄຂ ຈົ່ງພ້ອມພາກັນໄປສັກຢາປ້ອງກັນໂຄວິດ-19 ໃຫ້ທັນຕາມກໍານົດເວລາ ທັງນີ້ ກໍເພື່ອເປັນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການຕ້ານພະຍາດໂຄວິດ-19. ຂ່າວ: ອຸ້ມ ສົມນໍວັນ

Read More »

ອອກມາແລ້ວ ຄໍາຖະແຫຼງ ຈາກທ່ານນາຍົກ ກ່ຽວກັບ ການສືບຕໍ່ປະຕິບັດ ມາດຕະການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ໂຄວິດ 19 ຢູ່ ສປປ ລາວ

ອອກມາແລ້ວ ຄໍາຖະແຫຼງ ຈາກທ່ານນາຍົກ ກ່ຽວກັບ ການສືບຕໍ່ປະຕິບັດ ມາດຕະການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ໂຄວິດ 19 ຢູ່ ສປປ ລາວ ດັ່ງລາຍລະອຽດ ຂ້າງລຸ່ມນີ້

Read More »

ແຂວງຈຳປາສັກ ຕີລາຄາການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ-19

ກອງປະຊຸມປະເມີນຕີລາຄາ ຂອງຄະນະກຳມະການສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ໃນການກະກຽມຄວາມພ້ອມ ເພື່ອວາງມາດຕະການຕ່າງໆ ໃນການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູແຂວງຈຳປາສັກ ໃຫ້ມີຄວາມຮັດກຸມ ແລະ ຮອບດ້ານ, ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 4 ພຶດສະພາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ, ທ່ານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ບັນດາ ຄະນະນໍາ, ຫົວໜ້າກົມ-ຮອງກົມ ຈາກກະຊວງສາທາລະນະສຸກ, ຄະນະກຳມະການ ສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ນະຄອນ ແລະ ເມືອງ ເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ- 19 (COVID-19) ຢູ່ ...

Read More »

ຫົວໜ້າກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ເຄື່ອນໄຫວຊີ້ນໍາວຽກງານຢູ່ຕາມເຂດຊາຍແດນ ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ

ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວກວດກາຕິດຕາມ, ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ແລະ 242, ກອງບັນຊາການທະຫານ ເມືອງສີໂຄດຕະບອງ ແລະ ກອງຮ້ອຍ 02 ທີ່ຂຶ້ນກັບກອງພັນ 511 ທະຫານນະຄອນຫຼວງວຽງຈັນໃນວັນທີ 4 ພຶດສະພາ 2021. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຮັບຟັງການລາຍງານຈຸດພິເສດ ແລະ ທີ່ຕັ້ງສະພາບການເຄື່ອນໄຫວຈັດຕັ້ງຕິບັດວຽກງານການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດ ຂອງພະຍາດໂຄວິດ-19 ຈາກຄະນະບັນຊາແຕ່ລະກົມກອງ, ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ຄະນະບັນຊາແຕ່ລະກົມກອງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງເລກ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບຕ້ານກັບພະຍາດໂຄວິດ- 19 ໃຫ້ເຂັ້ມງວດ, ສືບຕໍ່ເຮັດໜ້າ ທີ່ການເມືອງຂອງກົມກອງໃນການຕິດຕາມກວດກາບໍລິເວນຊາຍແດນຕາມຂອບເຂດຮັບຜິດຊອບຂອງຕົນຢ່າງໃກ້ຊິດ ໂດຍຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວປ້ອງກັນເວນຍາມທາງນໍ້າ ແລະ ທາງບົກ ...

Read More »

ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ

ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດແຂວງຫົວພັນ ໃຫ້ຮູ້ວ່າ: ປັດຈຸບັນ, ເຖິງວ່າແຂວງຫົວພັນ ຍັງບໍ່ມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ຄະນະນໍາແຂວງ ກໍຄື ຄະນະສະເພາະກິດຂັ້ນແຂວງ ຍັງສືບຕໍ່ໃຫ້ຄວາມສຳຄັນອັນດັບໜຶ່ງ ໃນການເຝົ້າລະວັງເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍໄດ້ສຸມໃສ່ເຮັດທຸກວິທີທາງ ແນໃສ່ເຮັດໃຫ້ແຂວງຫົວພັນ ປາສະຈາກພະຍາດໂຄວິດ-19.ທ່ານ ດຣ ອຳຈະເລີນ ສອນທະວີໄຊ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຫົວພັນ, ຕາງໜ້າຄະນະສະເພາະກິດຂັ້ນແຂວງ ລາຍງານເມື່ອວັນທີ 2 ພຶດສະພາ 2021 ຜ່ານມາວ່າ: ພາຍ ຫລັງທີ່ໄດ້ຮັບຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 123/ຈຂ.ຫພ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19. ຄະນະສະເພາະກິດຂັ້ນແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດປິດການເຂົ້າ-ອອກແຂວງ ໂດຍຕັ້ງຈຸດກັ່ນກອງເພື່ອຄົ້ນຫາກໍລະນີສົງໃສ ແລະ ກໍລະນີສຳພັດຢູ່ຈຸດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໂດຍສະເພາະແມ່ນຈຸດນໍ້າເນີນ ເຊິ່ງເປັນຈຸດເຊື່ອມຕໍ່ກັບແຂວງຊຽງຂວາງ ແລະ ຈຸດຫາດສາ ເປັນເສັ້ນທາງເຊື່ອມຕໍ່ກັບແຂວງຫລວງພະບາງ. ມາຮອດວັນທີ 27 ...

Read More »

ກະຊວງ ຍທຂ ແຈ້ງການກ່ຽວກັບການຂົນສົ່ງສິນຄ້າ ແລະ ຢຸດການ ຂົນສົ່ງລະຫວ່າງແຂວງຕໍ່ແຂວງ ບໍ່ອະນຸຍາດໃຫ້ຄົນຂັບລົດມີຜູ້ຊ່ວຍ

ໃນຕອນບ່າຍ ວັນທີ 3 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ລັນ ແສງອາ ພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສະ ບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ກ່ຽວກັບການຂົນສົ່ງໂດຍສານ, ສິນຄ້າຢູ່ ສປປ ລາວ ມີດັ່ງນີ້: I. ຂົງເຂດການຂົນສົ່ງ ທີ່ພວກເຮົາຢຸດຕິຊົ່ວຄາວ ແລະ ຍັງອະນຸຍາດໃຫ້ເປີດບໍລິການລວມທັງມີມາດຕະການຄວບຄຸມຕ່າງໆ ເປັນຕົ້ນ 1). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານ ທາງນ້ຳລະຫວ່າງນະ ຄອນຫລວງວຽງຈັນ ຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ແລະ ແຂວງຫາແຂວງ; 2). ໃຫ້ຢຸດຊົ່ວຄາວການຂົນສົ່ງ ທາງອາກາດ ພາຍໃນປະເທດທຸກເສັ້ນທາງບິນ, ຍົນເວັ້ນຖ້ຽວບິນພິເສດ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໄປຮັບຜູ້ໂດຍສານທີ່ມີພູມລຳເນົາ ເຮັດວຽກປະຈຳຢູ່ນະຄອນຫລວງວຽງຈັນ; 3). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານທາງບົກ ລະຫວ່າງນະຄອນຫລວງວຽງຈັນຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ...

Read More »