ໃນໄລຍະມໍ່ໆມານີ້, ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ມີຂ່າວດີເລື້ອຍໆ ແລະ ເມື່ອເດືອນພຶດສະພາ 2021 ນີ້, ສະຖານີລົດໄຟກາສີ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍນອກເປັນສະຖານີທໍາອິດ ຢູ່ຕາມທາງລົດໄຟບໍ່ເຕັນ ຫາ ນະຄອນຫລວງວຽງຈັນ. ວັນທີ 24 ມິີຖຸນາ 2021 ຜ່ານມານີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນການເຊື່ອມຈອດທາງລົດໄຟ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໜຶ່ງແລວໜຶ່ງເສັ້ນທາງ. ວັນທີ 23 ກໍລະກົດ 2021, ສະຖານີລົດໄຟໂພນໂຮງ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍໃນ ແລະ ພາຍນອກກ່ອນໝູ່ ໃນ 10 ສະຖານີລົດໄຟຕອນຢູ່ພາຍໃນປະເທດລາວ. ວັນທີ 24 ກໍລະກົດ 2021 ນີ້, ສະຖານີຈ່າຍໄຟຟ້າແຫ່ງທຳອິດໃນໂຄງການສະໜອງໄຟຟ້າໃຫ້ກັບທາງລົດໄຟ ລາວ-ຈີນ ຕອນໃນປະເທດລາວ ໄດ້ສຳເລັດການທົດລອງສົ່ງໄຟຟ້າແລ້ວ ເຊິ່ງຈະເປັນການຮັບປະກັນດ້ານພະລັງງານໄຟຟ້າໃຫ້ແກ່ການແລ່ນລົດໄຟລາວ-ຈີນ. ວັນທີ 24 ກໍລະກົດ 2021 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ...
Read More »Author Archives: admin target
ລັດຖະບານ ຈະສຸ່ມໃສ່ 7 ວຽກໃຫຍ່ ໃນເດືອນສິງຫາ ພ້ອມທັງສົ່ງເສີມການລົງທຶນ, ການຜະລິດ ແລະ ປ້ອງກັນໂຄວິດ-19
ເດືອນກໍລະກົດ ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ. ຢ່າງໃດກໍຕາມຍັງມີຫລາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະບານ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ, ສະນັ້ນໃນເດືອນສິງຫາ ຕ້ອງສຸ່ມໃສ່ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ, ສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ;ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ປ້ອງກັນພະຍາດໂຄວິດ-19. ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ໄດ້ໄຂຂຶ້ນໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື: ການສະຫລຸບສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງ ຫາ 2021. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບຕີລາຄາຮອບດ້ານ ການຈັດຕັ້ງປະ ຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນກໍລະກົດຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນສິງຫາ ປີ 2021. ພາຍຫລັງການປຶກສາຫາລື ...
Read More »ພາກລັດ ແລະ ພາກທຸລະກິດ ຫາລືການແກ້ໄຂບັນຫາ ເພື່ອປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນລາວ
ໃນວັນທີ 28 ກໍລະກົດ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມທຸລະກິດລາວ ຄັ້ງທີ 13 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆ ຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ກອງປະຊຸມທຸລະກິດລາວໃນຄັ້ງນີ້, ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຕັ້ງແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ ແລະ ລາຍງານການສະໜັບສະໜູນກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ເພື່ອຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ. ຜູ້ຕາງໜ້າຈາກພາກທຸລະກິດ ...
Read More »ປະທານປະເທດ ໂອ້ລົມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 23-24 ກໍລະກົດ 2021, ໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ບັນດາການນຳ 7 ເມືອງ ທົ່ວແຂວງຊຽງຂວາງ. ການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງແຂວງຊຽງຂວາງ ໄດ້ຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ. ໂດຍລວມແຂວງຊຽງຂວາງ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະ ນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈຳບ້ານ, ກຸ່ມບ້ານປັນປົກະຕິ, ສາມາດສ້າງບ້ານປ້ອມທີ່ໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບລຽນຕິດໄດ້ 2 ກຸ່ມ ຜ່ານການຕີລາຄາປະເມີນຜົນການເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄນະພັກແຂວງ ...
Read More »ແຂວງບໍ່ແກ້ວ ເປີດສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ
ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 22 ກໍລະກົດ ຜ່ານມາ, ສະ ຫະພັນກໍາມະບານແຂວງບໍ່ແກ້ວ ຈັດພິທີເປີດ ສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ safe and fair ເປັນເງິນ 167 ລ້ານກວ່າ ກີບ ໄລຍະປະຕິບັດ 12 ເດືອນ. ໂດຍມີ ທ່ານ ຄໍາຜະຫຍາ ພົມປົນຍາ ຮອງເຈົ້າແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນພິທີ. ທ່ານ ສຸທິດ ມິດສຳພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ສູນຂໍ້ມູນຂ່າວສານ ໃຫ້ຄໍາປຶກສາແກ່ຜູ້ແຮງງານ ເປັນສູນກາງໃຫ້ຄໍາປຶກສາດ້ານແນວທາງນະໂຍບາຍ, ລະບຽບກົດໝາຍ, ເປັນຊ່ອງທາງໃຫ້ແກ່ຊາວຜູ້ອອກ ແຮງງານໄດ້ເຂົ້າເຖິງການບໍລິການ ຈາກການຈັດຕັ້ງທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນສະດວກ ສະບາຍຂຶ້ນ ໂດຍສະເພາະແມ່ນແນໃສ່ຊ່ວຍເຫລືອ ແຮງງານເຄື່ອນຍ້າຍທີ່ເປັນເພດຍິງ ທີ່ມີຄວາມສ່ຽງຕໍ່ການເອົາລັດເອົາປຽບດ້ານແຮງງານ, ການຂູດຮີດແຮງງານ, ການຕົກເປັນເຫຍື່ອຂອງການອອກແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ການໃຊ້ແຮງງານເດັກ ແລະ ການຄ້າມະນຸດ, ເຊິ່ງຜູ້ອອກແຮງງານສາມາດເຂົ້າໄປປຶກສາຂໍການຊ່ວຍເຫລືອດ້ວຍຕົນເອງ ຫລື ໂທເຂົ້າເບີໂທລະສັບສາຍດ່ວນ 084 1512 ແລະ ...
Read More »ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ
ໃນວັນທີ 23 ກໍລະກົດ 2021 ທີ່ແຂວງຫົວພັນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງ, ພ້ອມພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາບ. ໂດຍລວມແລ້ວແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ. ມາຮອດປັດຈຸບັນ ການພັດທະນາເສດຖະກິດ 6 ເດືອນຕົ້ນປີທົ່ວແຂວງ ມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57%, ເນື້ອປູກພືດເປັນສະບຽງອາຫານມີ 7.606 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 17 ພັນກວ່າໂຕນ ແລະ ...
Read More »ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021)
ໃນຕອນບ່າຍວັນທີ 22 ກໍລະກົດ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວ ຈັດພິທີ ຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021) ຂຶ້ນ ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີ ທ່ານ ສະຫວັນຄອນ ລາຊມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງຊາດລາວ, ທ່ານ ສັນຕິອິນທະວົງ, ຊ່ຽວຊານຝ່າຍລາວ, ໂຄງການພັດທະນາອາຊີວະສຶກສາ ສປປ ລາວ, ອົງການ GIZ ປະຈໍາລາວ, ຄະນະຮັບຜິດຊອບ ...
Read More »ແຂວງສາລະວັນ ກຽມພ້ອມຮັບມືຕໍ່ການຕິດເຊື້ອ ໂຄວິດ-19 ຈາກແຮງງານທີ່ເດີນທາງກັບຄືນປະເທດ
ແຂວງສາລະວັນ ກຽມຄວາມພ້ອມຫລາຍດ້ານຢ່າງຮີບດ່ວນ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ທີ່ຈະເຂົ້າມາກັບແຮງງານລາວ ທີ່ເດີນທາງກັບຈາກປະເທດເພື່ອນບ້ານ ເປັນຈຳນວນຫລາຍ ໂດຍສະເພາະແມ່ນກະກຽມດ້ານບຸກຄະລາກອນ, ແພດ-ພະຍາບານ, ເຈົ້າໜ້າທີ່ສະເພາະ, ເຈົ້າໜ້າທີ່ ປກຊ-ປກສ, ບັນດາໜ່ວຍງານຕ່າງໆ, ທີມແພດສຸກເສີນປະຈຳການຕະ ຫລອດ 24 ຊົ່ວໂມງ, ທັງໄດ້ກຽມສະຖານທີ່ຮອງຮັບ ໃນການຈຳກັດບໍລິເວນແຮງງານນຳເຂົ້າ, ໂຮງໝໍພາກສະໜາມ, ອຸປະກອນການແພດຕ່າງໆ. ເນື່ອງຈາກປັດຈຸບັນ ຢູ່ແຂວງສາລະວັນ ພຽງອາທິດດຽວ ມີແຮງງານນໍາເຂົ້າ 300 ກວ່າຄົນ ແລະ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 51 ຄົນ. ທ່ານ ດຣ. ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ກອງເລຂາຄະນະສະເພາະກິດໂຄວິດ-19 ແຂວງ, ທັງເປັນຫົວໜ້າສູນຈໍາກັດບໍລິເວນ ຢູ່ໂຮງຮຽນສາມັນກິນ ນອນຊົນເຜົ່າແຂວງ ໄດ້ເປີດເຜີຍວ່າ: ພາຍຫລັງແຂວງສາລະວັນ ໄດ້ຮັບເອົາແຮງງານລາວ ທີ່ກັບຈາກປະເທດໄທ ຢູ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ນັບແຕ່ວັນທີ 13-21 ກໍລະກົດ 2021 ມີແຮງງານລາວ ເດີນທາງກັບທັງໝົດ 310 ຄົນ, ຍິງ 150 ຄົນ ...
Read More »ຜົນການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 11
ໃນຕອນບ່າຍວັນທີ 21 ກໍລະກົດ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ປຣາກ ໂຊຄົນ (Prak SOKHONN) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ດຣ.ສຸບຣາມານຢຳ ໃຈຊັງເກີ (Dr. Subrahmanyam JAISHANKAR), ລັດຖະມົນຕີ ກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີ ຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ເຊິ່ງເຫັນວ່າການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກ ເວົ້າລວມ, ເວົ້າສະເພາະ ກໍຄື ຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍ່ຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ...
Read More »ຮອງປະທານປະເທດ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມຂໍ່ານັບອຳລາ
ໃນວັນທີ 21 ກໍລະກົດ 2021 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ຟລໍຣອງສ ຊັອງ ບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດ ຂອງ ທ່ານ ນາງ ຟລໍຣອງສ ຊັອງບລັອງ-ຣີສແລກ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃຫ້ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມອວາຍພອນໃຫ້ແກ່ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ. ພ້ອມນີ້, ...
Read More »