ພາກທຸລະກິດທ່ອງທ່ຽວສະເໜີໃຫ້ລັດຖະບານ ມີນະໂຍບາຍຫລຸດຜ່ອນການຈ່າຍ ຫລື ເລື່ອນຊໍາລະເງິນກູ້ ທະນາຄານ ໄລຍະໂຄວິດ-19

ໃນວັນທີ 28 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມທາງໄກ ຂອງຄະ ນະສະເພາະກິດດ້ານເສດຖະກິດ ເພື່ອຫລຸດຜ່ອນຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຄະນະສະເພາະກິດດ້ານເສດຖະ ກິດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືກະກຽມແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່.

อาจเป็นรูปภาพของ 2 คน, ผู้คนกำลังยืน และสถานที่ในร่ม

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບຜົນກະທົບລວມ ທີ່ສື່ມວນຊົນໄດ້ລົງຕິດຕາມຢູ່ເຂດຕ່າງໆ ແລະ ຈາກຫາງສຽງຂອງສັງຄົມ ໂດຍໄດ້ໃຫ້ຮູ້ວ່າ: ສະພາບຊື້ຂາຍໂດຍທົ່ວໄປ ອ່າວງຽບເຫງົາ ເນື່ອງຈາກບັນດາຮ້ານຈໍານວນໜຶ່ງປິດຕາມແຈ້ງການ ແລະ ຄໍາສັ່ງ; ເຂົາເຈົ້າຕື່ນຕົວ (ປ້ອງກັນ/ຢ້ານ), ຕະຫລາດໃຫຍ່ ຕະຫລາດສົດ ການລົງຕະຫລາດບໍ່ຫລາຍປານໃດ, ໃນຕະຫລາດກໍມີຈຸດລ້າງມື, ສອງສາມວັນມານີ້, ປະຊາຊົນປ່ຽນພຶດຕິກໍາຢູ່ເຮືອນຫລາຍ ສັງເກດຖະໜົນລົດແລ່ນບໍ່ໜາແໜ້ນ, ສ່ວນໜຶ່ງມີການສະສົມອາຫານໄວ້ແລ້ວ, ຈໍານວນໜຶ່ງອອກຕະຫລາດແຕ່ເຊົ້າ ເພື່ອຫລີກເວັ້ນການແອອັດ.

อาจเป็นรูปภาพของ 1 คน, กำลังยืน และกำลังนั่ง

ສຳລັບລາຄາສິນຄ້າໄລຍະນີ້ ຍັງຢູ່ໃນເກນປົກກະຕິ, ເຖິງວ່າແພງຂຶ້ນຢູ່ບາງບ່ອນແຕ່ບໍ່ຫລາຍ, ສິນຄ້າຈໍາເປັນບໍ່ທັນຂາດຕະຫລາດ.ສຳລັບຜົນກະທົບໃນດ້ານການທ່ອງທ່ຽວ ແມ່ນມີການລະງັບການເດີນທາງ ເຂົ້າ-ອອກ ຂອງນັກທ່ອງທ່ຽວ ເລີ່ມແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ, ມາດຕະການປີດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ແຕ່ລະໄລຍະໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄື່ອຂ່າຍບໍລິການ ການ ທ່ອງທ່ຽວທັງໝົດ, ຫົວໜ່ວຍທຸລະກິດການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບທັງໝົດມີໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ ແລະ ເຮືອນພັກ 2.283 ແຫ່ງ; ບໍລິສັດທ່ອງທ່ຽວ 539, ຕົວແທນບໍລິສັດທ່ອງທ່ຽວຈໍານວນ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ 2.000 ກວ່າຄົນ ແລະ ເຄື່ອຂ່າຍບໍລິການ ການທ່ອງທ່ຽວອື່ນໆ.ພ້ອມນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງໄດ້ລາຍງານໃຫ້ຮູ້ເຖິງຂໍ້ສະເໜີ ຂອງພາກທຸລະກິດ ວ່າ: ໂດຍລວມຄຳຄິດຄໍາເຫັນ ແລະ ຂໍ້ສະເໜີຂອງພາກທຸລະກິດ ຍັງແມ່ນຄໍາສະເໜີເກົ່າ ທີ່ຍັງລໍຄອຍການພິຈາລະນາແກ້ໄຂຊ່ວຍເຫລືອຈາກລັດຖະບານ ຊຶ່ງມີດັ່ງ ນີ້: ຂໍໃຫ້ລັດຖະບານມີນະໂຍບາຍພິເສດຫລຸດຜ່ອນການຈ່າຍ ຫລື ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫລຸດຜ່ອນການຈ່າຍອາກອນລາຍໄດ້ ໃຫ້ຫົວໜ່ວຍທຸລະກິດ ຕິດພັນກັບການທ່ອງທ່ຽວ ລວມທັງຄ່າໄຟຟ້າ ແລະ ນໍ້າປະປາ.

ທັງນີ້, ເພື່ອເຮັດໃຫ້ລາຄາລາຍການທ່ອງທ່ຽວຕໍ່າລົງ ຈຶ່ງຈະສາມາດຄໍ້າຈູນທຸລະກິດໃຫ້ຢູ່ລອດ; ສະໜອງສິນເຊື່ອໃຫ້ແກ່ຜູ້ປະ ກອບການທຸລະກິດດ້ານການທ່ອງທ່ຽວ ໂດຍສະເພາະແມ່ນຜູ້ທີ່ເຮັດແທ້ທໍາຈິງ ແລະ ມີຜົນງານຕໍ່ສັງຄົມຜ່ານມາ ເພື່ອໃຫ້ທຸລະກິດສາມາດຜ່ານຜ່າວິກິດການໃນຄັ້ງນີ້; ສະເໜີ ໃຫ້ພາກລັດຊ່ວຍສົ່ງເສີມ ແລະ ຊຸກ ຍູ້ຜູ້ປະກອບການທຸລະກິດ ພັດທະນາສະຖານທີ່ທ່ອງທ່ຽວໃຫ້ເຂັ້ມແຂງຂຶ້ນ ໂດຍສະເໜີໃຫ້ປັບພັນທະມອບ ເໝົາ, ຫລຸດຄ່າສໍາປະທານລົງ ຫລື ຍົກເວັ້ນຄ່າສໍາປະໃນໄລຍະນີ້ ເພື່ອໃຫ້ບໍລິສັດ ມີທຶນຮອນພັດທະນາໄດ້ຢ່າງເຕັມທີ່.

ຂປລ.

Comments