Author Archives: admin target

ສະຖານະການໂຄວິດ-19 ຍີ່ປຸ່ນ ລະບາດໜັກ ແລະ ພົບຜູ້ຕິດເຊື້ອເພີ່ມພຸ່ງເຖິງ 6,000 ຄົນຕໍ່ມື້ ຕິດຕໍ່ກັນ 3 ວັນ ແລະ ມີອາການໜັກ 1,4 ພັນຄົນ

ຫຼ້າສຸດ ຍີ່ປຸ່ນ ພົບຜູ້ຕິດເຊື້່ອໂຄວິດ-19 ໃນຊ່ວງເວລາ 24 ຊົ່ວໂມງທີ່ຜ່ານມາ ເຖິງ 6,247 ຄົນ ເຊິ່ງກ່ອນໜ້ານີ້ 1 ມື້ ພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 7,766 ຄົນ ແລະ ວັນອາທິດທີ່ຜ່ານມາພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 5,563 ຄົນ ເຮັດໃຫ້ຕອນນີ້ຍີ່ປຸ່ນມີຍອດຜູ້ຕິດເຊື້ອສະສົມຢູ່ທີ່ 626,031 ຄົນແລະ ເສຍຊີວິດ 10,702 ຄົນ. ປັດຈຸບັນນີ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກໃນຍີ່ປຸ່ນເພີ່ມຂຶ້ນສູງເຖິງ 1,144 ຄົນ ເຊິ່ງເປັນຈໍານວນຕົວເລກທີ່ຫຼາຍທີ່ສຸດນັບແຕ່ມີການລະບາດພາຍໃນປະເທດ ຫຼັງຈາກວັນທີ 7 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອທີ່ມີອາການໜັກໃນຍີ່ປຸ່ນຢູ່ທີ່ຕົວເລກ 1,131 ຄົນ ຈິ່ງເຮັດໃຫ້ລັດຖະບານຍີ່ປຸ່ນຕັດສິນໃຈປະກາດສະຖານະການສຸກເສີນ.

Read More »

ລັດຖະບານອອກ 10 ນະໂຍບາຍ ແລະ 9 ມາດຕະການໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດຂອງຊາດ.

ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020. ລັດຖະບານໄດ້ໃຫ້ບູລິມະສິດຄວາມສຳຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດ ສປປ ລາວ, ມາຮອດປະຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້, ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ, ເຖິງຢ່າງໃດກໍ່ຕາມຫລາຍຂະແໜງການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ 19 ຮອບໃໝ່; ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້. ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້, ທາງກະຊວງ ແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້: ...

Read More »

3 ຍຸດທະວິທີ ໃນການເພີ່ມທະວີ ການປ້ອງກັນພະຍາດໂຄວິດ-19

ປັດຈຸບັນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງຄົງ ມີການລະບາດ ເຖິງວ່າໂຕເລກຜູ້ຕິດເຊື້ອໃນແຕ່ລະມື້ຈະມີທ່າອ່ຽງຫຼຸດລົງ ແຕ່ຄວາມສ່ຽງກໍຍັງສູງ ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດ ຜ່ານລາຍການຮອບເມືອງເລື່ອງໂຄວິດ-19 ໃນວັນທີ 10 ພຶດສະພານີ້, ທີ່ໂທລະພາບແຫ່ງຊາດລາວ. ທ່ານ ພູທອນ ເມືອງປາກ ໄດ້ໃຫ້ຮູ້ກ່ຽວ ກັບການການປະເມີນຄວາມສ່ຽງໃນໄລຍະນີ້ ໃນການ ປະຕິບັດງານແຕ່ລະຂະແໜງການໄດ້ປະເມີນຜົນການຈັດປະຕິບັດຄໍາສັ່ງເລກທີ 15/ນຍ ວ່າ: ແມ່ນຄໍາ ສັ່ງເພີ່ມທະວີ ຫຼື ວ່າການຍົກລະດັບມາດຕະການໂຕ້ຕອບກັບພະຍາດໂຄວິດ-19 ນີ້ ຊຶ່ງໄດ້ກໍານົດອອກໃນ ວັນທີ 22 ເມສາ 2021 ເຖິງວັນທີ 5 ພຶດສະພາ 2021 ສະນັ້ນກອງເລຂາຄະນະສະເພາະກິດໄດ້ກະ ກຽມ ສະຫຼຸບທອດຖອນບົດ ຮຽນ ເພື່ອປະເມີນຄືນເຖິງສະພາບການລະບາດ ແລະ ວາງມາດຕະການໃນ ຕໍ່ໜ້າ. ເພື່ອໃຫ້ສະດວກເຂົ້າໃຈງ່າຍໃນການປະຕິບັດ ກອງເລຂາກໍໄດ້ນໍາມາຜັນຂະ ຫຍາຍອອກ ແມ່ນໄດ້ ກໍານົດເປັນ 3 ...

Read More »

ແຜນຊ່ວຍຟື້ນທຸລະກິດທ່ອງທ່ຽວຈາກໂຄວິດ-19 ຂອງພາກລັດຈະອອກມາໄວໆນີ້

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າທິດທາງແຜນ ການຈໍານວນໜຶ່ງ ເພື່ອຊ່ວຍຟື້ນຟູບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ປະເທດເຮົາໃນຕໍ່ໜ້າແລ້ວ ແລະ ແຜນການດັ່ງກ່າວກຳລັງຢູ່ໃນໄລຍະ ລໍຖ້າລັດຖະບານພິຈາລະນາຮັບຮອງຕາມຄວາມເໝາະສົມໃນໄວໆນີ້. ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 9 ພຶດສະ ພາ 2021 ແລະ ທ່ານຍັງໃຫ້ຮູ້ອີກວ່າ: ການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງທ່ອງທ່ຽວ ແລະ ກະຊວງກ່ຽວຂ້ອງໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫລືອ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງດັ່ງກ່າວ ໂດຍໄດ້ເກັບກຳຂໍ້ມູນຜົນກະທົບ ກໍຄື ຂໍ້ສະເໜີຂອງຜູ້ປະກອບການ ແລະ ນຳສະເໜີຕໍ່ຄະນະສະເພາະກິດ ແກ້ໄຂຜົນກະທົບທາງດ້ານເສດຖະ ກິດ ພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ເນື່ອງຈາກວ່າທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫລາຍຂະແໜງການ. ສະນັ້ນຈຶ່ງຕ້ອງມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ແລະ ໃຊ້ເວລາພໍສົມຄວນ. ສ່ວນການຊ່ວຍເຫລືອແກ້ໄຂຜົນກະທົບໃນບາງດ້ານນັ້ນ, ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ ຫລຸດຄ່ານໍ້າ, ຄ່າໄຟ, ຫລຸດດອກເບຍ ຫລື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫລະໜີ້ສິນ ແລະ ...

Read More »

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງ ໄປຊ່ວຍແຂວງພາກເໜືອແກ້ໄຂການລະບາດພະຍາດໂຄວິດ-19

ວັນທີ 9 ພຶດສະພາ 2021 ນີ້, ທີ່ສະໜາມບິນສາກົນຫລວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງຫລວງພະບາງ, ພ້ອມດ້ວຍຄະນະສະເພາະກິດແຂວງຫລວງພະບາງ ແລະ ແຂວງອຸດົມໄຊ. ໂອກາດນີ້, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ກໍໄດ້ປະຊຸມຮ່ວມກັບຄະ ນະສະເພາະກິດແຂວງຫລວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ຈາກຫົວໜ້າຄະນະສະເພາະກິດຂັ້ນແຂວງ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫລວງພະບາງ. ພາຍຫລັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫລວງພະບາງແລ້ວ, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະເດີນທາງໄປເຮັດວຽກຮ່ວມກັບຄະນະສະເພາະກິດ ແລະ ທີມແພດ ທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ -19 ຢູ່ບັນດາແຂວງພາກເໜືອ ຕື່ມອີກ.

Read More »

ວັກຊີນ Sinopharm ຖືກຮັບຮອງຈາກອົງການອະນາໄມໂລກຢ່າງເປັນທາງການແລ້ວ!!!

ວັນທີ 07 ພຶດສະພາ 2021, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫລງການຮັບຮອງການນຳໃຊ້ວັກຊີນກັນພະຍາດໂຄວິດ-19 Sinopharm ຈາກບໍລິສັດສັນຊາດຈີນ ຢ່າງເປັນທາງການ Morgantown, WV – 16 December 2020: Small bottle of coronavirus vaccine with syringe with background of the Chinese company Sinopharm logo Sinopharm ເປັນວັກຊີນທີ່ເຮັດຈາກເຊື້ອຕາຍ (Inactivated Vaccine) ຕົວທຳອິດທີ່ຖືກຜະລິດໃນເອເຊຍ ແລະ ກ່ອນໜ້າຈະມີການຮັບຮອງຈາກ WHO, ແມ່ນໄດ້ມີການນຳໃຊ້ໃນຫລາຍໆປະເທດທົ່ວໂລກ ເຊັ່ນ: ປະເທດແຖວທະວີບແອຟຣິກາ, ລາຕິນອາເມຣິກາ ແລະ ຫລາຍປະເທດໃນເອເຊຍ ລວມທັງ ສປປ ລາວ ເຮົາ ການຢືນຢັນການນຳໃຊ້ວັກຊີນກັນພະຍາດ COVID-19 ຂອງ WHO ມີຄວາມຫມາຍຄວາມສຳຄັນຢູ່ບ່ອນວ່າ ວັກຊີນກັນພະຍາດຕົວນັ້ນໆ ຫລັງຈາກໄດ້ຜ່ານການກວດສອບແລ້ວ ພົບວ່າ ມີປະສິດທິພາບ ແລະ ຄວາມປອດໄພ. ...

Read More »

ຄະນະຊ່ຽວຊານແພດຈີນສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດ-19 ຢູ ສປປ ລາວ

ວັນທີ 7 ພຶດສະພາເປັນມືທີ່ 4 ທີ່ຄະນະຊ່ຽວຊານການແພດຈີນໄດ້ມາຊ່ວຍ ສປປ ລາວ. ໃນຕອນເຊົ້າຈຸຄຸ້ມຄອງການລະບາດໄດ້ແບ່ງເປັນສອງກຸ່ມ ເພື່ອຕີດຕາມເກັບກໍາຂໍ້ມູນ ແລະເຮັດວຽກຢູ່ສະຖານທີ່ເກັບຕົວຢ່າງຕ່າງໆ ພ້ອມທັງແນະຂັ້ນຕອນຕ່າງໆໃນການເກັບຕົວຢ່າງໃຫ້ກັບແພດໝໍລາວ ລວມທັງມາດຕະຖານໃນການກໍານົດຜູ້ສໍາຜັດໃກ້ຊິດ, ການຂ້າເຊື້ອຢູ່ສະຖານທີ່ເກັບຕົວຢ່າງ ແລະອື່ນໆ. ທ່ານ ຫວາງຈ້ຽນຄຸນ ຫົວໜ້າຄະນະຊ່ຽວຊານການແພດຈີນໄດ້ນໍາພາຈຸໜຶ່ງໄປສໍາຫຼວດຢູ່ເຂດຕະຫຼາດຊັ່ງຈ່ຽງ ເຊິ່ງເປັນເຂດທີ່ຄົນຈີນດໍາລົງຊີວິດ ແລະດໍາເນີນທຸລະກິດເປັນຈໍານວນຫຼວງຫຼາຍ. ປັດຈຸບັນຍັງໄດ້ເປັນໜຶ່ງໃນສະຖານທີ່ສັກຢາວັກຊີນ ເຊິ່ງຈຸຊ່ຽວຊານວະເພາະດ້ານໄດ້ຊີ້ນໍາ ແລະອົບຮົມໃຫ້ແພດໝໍທີ່ປະຈໍາກ່ຽວກັບມາດຕະຖານການສັກຢາ ແລະການຮັບມືກັບກໍລະນີສຸກເສີນນໍາອີກ ທັງໄດ້ແນະນໍາປັບປຸງມາດຕະການປ້ອງກັນການຕິດເຊື້ອຕື່ມອີກ. ຢູ່ກະຊວງສາທາລະນະສຸກ, ຊ່ຽວຊານອີກຈຸໜຶ່ງໄດ້ອົບຮົມ ແລະແລກປ່ຽນຄໍາຄິດຄໍາເຫັນກັບບັນດາພະນັກງານຫຼັກແຫຼ່ງຂອງກະຊວງ ພາຍໃຕ້ຫົວຂໍ້ເຕັກນິກການປ້ອງກັນ ແລະຄວບຄຸມການລະບາດພາຍໃນໂຮງໝໍ ແລະຄວາມຮູ້ກ່ຽວກັບວັກຊິນ ເຊິ່ງການຝຶກອົບຮົມໄດ້ດໍາເນີນໄປຢ່າງກົງໄປກົງມາ. ນອກນີ້, ຍັງມີຄະນະຊ່ຽວຊານບາງຈຸໄດ້ໄປອົບຮົມກ່ຽວກັບການປ້ອງກັນໂຄວິດ-19 ຢູ່ບາງບໍລິສັດລາວ ແລະຈີນ. ພິເສດໃນຕອນຄ່ໍາຂອງມື້ດຽວກັນ ມີຄົນຈີນ 1 ຄົນທີ່ເປັນຜູ້ຕິດເຊື້ອໂຄວິດ-19 ທີ່ພວມຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ຄົນເຈັບຜູ້ນັ້ນໄດ້ກ່າວວ່າ: ມີອາການປວດໂຕ, ເບື່ອອາຫານ 2 ມື້, ໄຂ້ສູງ ແລະຕາມົວ ເຊິ່ງຄະນະຊ່ຽວຊານແພດຈີນກໍໄດ້ໄປຊ່ວຍປິ່ນປົວຄົນເຈັບນີ້ຢ່າງຮີບດ່ວນ. ພາຍໃຕ້ຄວາມຮ່ວມໄມ້ຮ່ວມມື ແລະພະຍາຍາມຢ່າງສຸດຂີດຂອງຊ່ຽວຊານຈີນ ແລະແພດໝໍລາວ ເປັນເວລາຫຼາຍຊົ່ວໂມງຢ່າງຕໍ່ເນື່ອງ, ໃນທີ່ສຸດ ຄົນເຈັບດັ່ງກ່າວໄດ້ຮັບການປິ່ນປົວ ແລະໄດ້ກໍາລັງໃຈ ເຮັດສະພາບຮ່າງກາຍຟື້ນຟູໂດຍໄວ ແລະສືບຕໍ່ປິ່ນປົວຈົນກວ່າຈະຫາຍຂາດ. ຫຼັງຈາກຖອດຊຸດປ້ອງກັນ ເຫັນໄດ້ວ່າຄະນະຊ່ຽວຊານຈີນມີເຫື່ອອອກໝົດໂຕ ແຕ່ສາຍຕາທີ່ໜັກແໜ້ນໄດ້ສົ່ງສານຍານວ່າ: ...

Read More »

ຊົມເຊີຍ ທີມງານແພດໝໍ ແຂວງຄໍາມ່ວນ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ຈົນຫາຍດີ ແລະ ຄົບກໍາໜົດ ອອກໂຮງໝໍໄດ້ແລ້ວ

ຊົມເຊີຍ ທີມງານແພດໝໍ ແຂວງຄໍາມ່ວນ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 2 ແມ່ລູກ ຈົນຫາຍດີ ແລະ ຄົບກໍາໜົດ ອອກໂຮງໝໍໄດ້ແລ້ວ

Read More »

ເຢຍລະມັນ ກຽມຜ່ອນຜັນຂໍ້ຈຳກັດການນໍາໃຊ້ວັກຊິນ Astrazeneca

ລັດຖະບານເຢຍລະມັນ ອະນຸຍາດໃຫ້ປະຊາຊົນອາຍຸຕໍ່າກວ່າ 60 ປີ ສາມາດສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ/ອັອກຟອດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນສຸກ ທີ 7 ພຶດສະພາ​ ວ່າ ທ່ານເຢນສ໌ ສະພານ (Jens Spahn) ລັດຖະມົນຕີກະຊວງສາທາລະນະສຸກເຢຍລະມັນ ກ່າວເມື່ອວັນພະຫັດ ຜ່ານມາ ກ່ຽວກັບຜົນການປະຊຸມກັບກັບໜ່ວຍງານດ້ານສາທາລະນະສຸກ 16 ລັດ ກ່ຽວກັບໂຄງການສັກວັກແຊັງປ້ອງກັນໂຄວິດ-19 ໃນປະເທດ ແລະ ມີມະຕິຕົກລົງຮ່ວມກັນໃຫ້ຍົກເລີກຂໍ້ຈຳກັດການສັກວັກແຊັງແອສຕຣາເຊເນກາ (AstraZeneca / Oxford) ໝາຍຄວາມວ່າ ປະຊາຊົນທີ່ມີອາຍຸຕໍ່າ ກວ່າ 60 ປີ ສາມາດເລືອກສັກວັກແຊັງຍີ່ຫໍ້ດັ່ງກ່າວເປັນຕົ້ນໄປ. ຂະນະດຽວກັນ, ການສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ ບໍ່ຈຳເປັນຕ້ອງເວັ້ນໄລຍະຫ່າງດົນເຖິງ 12 ອາທິດລະຫວ່າງຄັ້ງທຳອິດ ແລະ ຄັ້ງທີສອງ ໂດຍຜູ້ທີ່ສັກຄັ້ງທຳອິດ ສາມາດໄດ້ສັກຄັ້ງທີ 2 ພາຍໃນໄລຍະ 4 ອາທິດ. ຢ່າງໃດກໍ່ຕາມ, ແນວທາງດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດອີກຄັ້ງ ແຕ່ການຜ່ານມະຕິໃນຄັ້ງນີ້ ເກີດຂຶ້ນໂດຍມີສຽງວິພາກວິຈານຈາກຫຼາຍຝ່າຍສຳລັບໂຄການສັກວັກແຊັງໃນເຢຍລະມັນວ່າ “ມີຄວາມຫຼ້າຊ້າ” ແຕ່ລັດຖະບານເຢຍລະມັນກຽມຜ່ອນຄາຍມາດຕະການຄວບຄຸມທາງສັງຄົມສຳລັບປະຊາຊົນທີ່ໄດ້ວັກແຊັງຄົບ 2 ເຂັມແລ້ວ.

Read More »

ຄະນະຊ່ຽວຊານແພດຈີນສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ

ວັນທີ 6 ພຶດສະພາເປັນມືທີ່ 3 ຂອງຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍ ສປປ ລາວ ໄດ້ສືບຕໍ່ເຮັດວຽກຢ່າງຕັ້ງໃຈ ເຊິງເຂົາເຈົ້າໄດ້ແບ່ງເປັນຫຼາຍຈຸເພື່ອປະຕິບັດໜ້າທີ່ຂອງໃຜຂອງລາວ. ສໍາລັບຈຸຄຸ້ມຄອງການຕິດເຊື້ອໄດ້ໄປສໍາຫຼວດຢູ່ຫ້ອງວິເຄາະແຫ່ງໜຶ່ງ ໂດຍໄດ້ກວດເບິ່ງຕົວຢ່າງທີ່ເກັບມາ ພ້ອມແລກປ່ຽນຄໍາຄິດເຫັນກ່ຽວກັບການຂ້າເຊື້ອກັບຜູ້ຊ່ຽວຊານຝ່າຍລາວ. ຈາກນັ້ນ,ຈຸດັ່ງກ່າວໄດ້ອົບຮົມດ້ານການຂ້າເຊື້ອ ແລະປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານຂອງໂຮງແຮມແລນມາກ ເຊິ່ງເປັນໜຶ່ງໃນສະຖານທີ່ຈໍາກັດບໍລິເວນທີ່ກໍານົດໄວ້. ສໍາລັບຈຸການຄຸ້ມຄອງການລະບາດໄດ້ໄປສໍາຫຼວດຢູ່ບັນດາໂຮງໝໍພາກສະໜາມຄື: ໂຮງໝໍຫຼັກ 27, ໂຮງໝໍລ້ານຊ້າງ ແລະໂຮງໝໍຫ້ວຍຫົງ ເພື່ອກໍາສະພາບ ແລະຈັດລຽງຂັ້ນຕອນວຽກງານຕ່າງໆ ກໍຄືເກັບກໍາຂໍ້ມູນຂອງຜູ້ຕິດເຊື້ອທີ່ກຳລັງປິ່ນປົວ ທັງໄດ້ໃຫ້ຄໍາເຫັນດ້ານວິຊາການເພື່ອປັບປຸງບັນຫາຕ່າງໆອີກດ້ວຍ. ເຖິງແມ່ນວ່າອາກາດຢູ່ລາວຄ່ອນຂ້າງຮ້ອນບວກກັບຄະນະຊ່ຽວຊານລ້ວນແຕ່ໄດ້ໃສ່ຊຸດປ້ອງກັນທາງການແພດທີ່ໜາ ແລະອົບເອົ້າ ເນື່ອງຈາກວ່າເຂົາເຈົ້າຍັງຕັ້ງໃຈສອບຖາມສະພາບຂອງຜູ້ຕິດເຊື້ອດ້ວຍຕົນເອງ, ສະນັ້ນ, ຫຼັງຈາກແລ້ວວຽກຢູ່ໂຮງໝໍໃດໜຶ່ງ ມັກຈະເຫັນຊ່ຽວຊານເຫື່ອໄຫຼອອກຈົນປຽກໝົດໂຕເລີຍ. ນອກນັ້ນ, ຄະນະຊ່ຽວຊານຍັງໄດ້ພາກັນຂຽນຄໍາວ່າ “ລາວສູ້ໆ” “ລາວຊະນະແນ່ນອນ” ຢູ່ເທິງຊຸດປ້ອງກັນ ເພື່ອໃຫ້ກໍາລັງໃຈກັບຜູ້ຕິດເຊື້ອກໍຄືໃຫ້ກໍາລັງໃຈແກ່ແພດໝໍລາວເຊິ່ງກັນແລະກັນ. ຂ່າວໃຫ້ຮູ້ຕື່ມວ່າ: ຍັງມີຊ່ຽວຊານອີກຈຸໜຶ່ງໄດ້ໄປສໍາຫຼວກວຽກງານຕ່າງໆ ລວມທັງຮູ້ສະພາບການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກສິນຄ້າ ກໍຄືມາດຕະການປ້ອງກັນໂຄວິດ-19 ຢູ່ດ່ານເຂົ້າ-ອອກເມືອງຢູ່ຂົວມິດຕະພາບ. ນອກນີ້ ຄະນະຊ່ຽວຊານຍັງໄດ້ສັບຊ້ອນເວລາໄປໃຫ້ຄໍາຊີ້ນໍາທາງດ້ານວິຊາການຢູ່ເຂດພັດທະນາກວມລວມໄຊເສດຖາອີກດ້ວຍ. ຫຼັງຈາກວຽກຂອງຄະນະຊ່ຽວຊານຄ່ອຍໆເຂົ້າທີ່ເຂົ້າທາງ ເຮັດໃຫ້ຜູ້ຕິດເຊື້ອ ບໍ່ວ່າລາວຫຼືຈີນມີຄວາມໄວ້ວາງໃຈຫຼາຍຂຶ້ນ, ຢູ່ໂຮງໝໍສະໜາມຫຼັກ 27 ມີຜູ້ຕິດເຊື້ອເວົ້າກັບຊ່ຽວຊານຈີນວ່າ: ເມື່ອໄດ້ເຫັນພວກທ່ານມາ, ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະວາງໃຈເລີຍ. ແຫຼ່ງຂ່າວ: CRI

Read More »