ພົບແລ້ວ ຊາກເຮືອດຳນ້ຳຂອງອິນໂດເນເຊຍ ທະຫານຢູ່ໃນເຮືອເສຍຊີວິດທັງໝົດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ພົນເອກ ຢູໂດ ມາກາໂນ ຜູ້ບັນຊາການກອງທັບເຮືອ ຂອງອິນໂດເນເຊຍຖະແຫຼງວ່າ: ພາບຖ່າຍຈາກກ້ອງໃນຫຸ່ນຍົນດຳນ້ຳເລິກ ພົບວ່າ ເຮືອດຳນ້ຳ Nanggala 402 ໄດ້ແຕກອອກເປັນ 3 ສ່ວນຂະໜາດໃຫຍ່ ຈົມຢູ່ໃຕ້ທະເລ ໃນລະດັບຄວາມເລິກ 838 ແມັດ ຈາກຜິວນ້ຳ ໂດຍຈຸດເຮືອຈົມ ຢູ່ຫ່າງໄປທາງທິດໃຕ້ປະມານ 1.500 ແມັດ ຈາກຈຸດພິກັດສຸດທ້າຍທີ່ເຮືອລອຍລຳຢູ່ ກ່ອນສູນຫາຍ ຂະນະເຂົ້າຮ່ວມການຝຶກຊ້ອມທາງຍຸດທະວິທີໃນທະເລທາງທິດເໜືອຂອງເກາະບາຫຼີ ເມື່ອວັນທີ 21 ເມສາ 2021.

ທ່ານ ພົນເອກ ຮາດີ ທະຍາຢັນໂຕ ຜູ້ບັນຊາການທະຫານສູງສຸດຂອງອິນໂດເນເຊຍກ່າວວ່າ: ພາບຖ່າຍໃຕ້ນ້ຳທີ່ໄດ້ຮັບຢືນຢັນວ່າ ເຮືອດຳນ້ຳນັງກາລາ 402 ໄດ້ຈົມຢູ່ໃຕ້ທະເລ ແຕ່ບໍ່ແມ່ນສູນຫາຍຕາມທີ່ໃຫ້ຂ່າວໄປກ່ອນໜ້ານີ້ ແລະ ທະຫານທີ່ຢູ່ໃນເຮືອຈຳນວນ 53 ຄົນເສຍຊີວິດທັງໝົດ, ຫຸ່ນຍົນດຳນ້ຳເລິກທີ່ພົບຊາກເຮືອນັງກາລາ 402 ຈາກການບັນທຶກພາບ ເປັນຂອງເຮືອກູ້ໄພທາງທະເລຂອງ MV Swift Rescue ຂອງສິງກະໂປ.

ສ່ວນເຮືອ KRI ຣີເກີ້ລ ຂອງອິນໂດເນເຊຍ ຄົ້ນຫາເຮືອດຳນ້ຳ ນັງກາລາ 402 ດ້ວຍການໃຊ້ເຄື່ອງໂຊນານ້ຳເລິກ ແລະ ວັດແທກຄວາມເຂັ້ມຂຸ້ນສະໜາມແມ່ເຫຼັກ (magnetometer).


ຈົນເຖິງຂະນະນີ້ ທາງການອິນໂດເນເຊຍຍັງບໍ່ຮູ້ສາເຫດທີ່ຊັດເຈນທີ່ເຮັດໃຫ້ເຮືອດຳນ້ຳລຳດັ່ງກ່າວຈົມລົງໃຕ້ທະເລ, ໂດຍກ່ອນໜ້ານີ້ກອງທັບເຮືອອິນໂດເນເຊຍສັນນິຖານວ່າ ອາດເກີດລະບົບໄຟຟ້າຂັດຂ້ອງພາຍໃນເຮືອ ເຮັດໃຫ້ເຮືອບໍ່ສາມາດລອຍລຳສູ່ຜິວນ້ຳໄດ້.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

Comments