ນວ ສືບຕໍ່ລົງກວດກາ ການສວຍໂອກາດຂຶ້ນລາຄາສິນຄ້າ

ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມ ວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ, ປກສ ນວ ຈຶ່ງໄດ້ຮີບຮ້ອນມອບໝາຍໃຫ້ພະແນກຕຳ ຫລວດປ້ອງກັນເສດຖະກິດ ຫ້ອງຕຳຫລວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫລາດ ນັບແຕ່ເວລາ 8:00 ໂມງ ຫາ 17:00 ໂມງ ຂອງວັນທີ 25 ເມສາ 2021 ໄດ້ທັງໝົດ 7 ແຫ່ງ ຄື: ຕະຫລາດສວນມອນ, ຕະຫລາດທົ່ງພານທອງ, ຕະຫລາດໜອງຈັນ, ຕະຫລາດສີຂຽວ, ຕະຫລາດອົດຊີ, ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ຜ່ານການກວດກາເຫັນວ່າບໍ່ມີຄວາມຈິງ ຕະຫລາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິ. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ທີ່ລະບຸໄວ້ໃນຂໍ້ທີ 6 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆ ຢ່າງເຂັ້ມງວດ.

อาจเป็นรูปภาพของ 2 คน และผู้คนกำลังยืน

ເຊື່ອວ່າຄົນລາວ ຄົນມີນ້ຳໃຈຕ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ຊີວິດການເປັນຢູ່ຂອງຊາວ ນວ ໃນໄລຍະການປິດຕົວເມືອງ ໃຫ້ຢູ່ລອດປອດໄພ ຜ່ານວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ໄປນໍາກັນ; ແຕ່ຫາກມີບຸກຄົນ ຫລື ກຸ່ມຄົນໃດລະເມີດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ຈະໄດ້ນຳໃຊ້ມາດຕະການທາງດ້ານບໍລິຫານ ແລະ ກົດໝາຍ ຢ່າງບໍ່ມີຂໍ້ຍົກເວັ້ນ.ເມື່ອພົບເຫັນແຈ້ງ ທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ.

อาจเป็นรูปภาพของ 1 คน และกำลังยืน

ຂໍ້ມູນຈາກ ປກສ ຮູບ: 413: 414

Comments