ດ່ວນ!!! ເຈົ້າໜ້າທີ່ ໄປຮັບ ນາງ ພາວະດີ ວິພາກອນ (ເອື້ອຍຮັກກໍລະນີຜູ້ຕິດເຊື້ອ59) ກັບລາວ ເພື່ອມາດຳເນີນຄະດີຕາມກົດໝາຍ

ໃນຕອນແລງຂອງວັນທີ 30 ເມສາ 2021 ນີ້, ເຈົ້າໜ້າທີ່ທາງການລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ຕຸກຕິກ) ທີ່ດ່ານສາກົນໜອງຄາຍ ຣາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫລັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາເຂົ້າສູ່ຂະບວນການຍຸຕິທຳຕາມກົດໝາຍ ຂອງ ສປປ ລາວ ເຊິ່ງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລຄຸ້ມຄອງ ຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ກໍຄືລະບຽບການອື່ນໆທີ່ກ່ຽວຂ້ອງ. ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫລວດກວດຄົນເຂົ້າ-ອອກເມືອງ ໄດ້ໃຫ້ສຳພາດວ່າ: ທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ, ເຊິ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ;

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ສາເຫດທີ່ຕ້ອງນຳຜູ້ກ່ຽວກັບຄືນມາ ສປປ ລາວ ແມ່ນຜູ້ກ່ຽວເອງ ແມ່ນປະຊາຊົນລາວ ເຊິ່ງພວກເຮົາຕ້ອງໄດ້ເອົາຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການເຂົ້າ-ອອກ ສປປ ລາວ ນີ້; ທັງນີ້ ເມື່ອນຳມາແລ້ວ ພວກເຮົາກໍຈະໄດ້ດຳເນີນການສືບສວນ-ສອບສວນ ເຊິ່ງຖ້າຜິດ ຫລື ຂັດກັບກົດໝາຍວ່າດ້ວຍສາທາລະນະສຸກ ພວກເຮົາກໍຈະໄດ້ດຳເນີນໄປຕາມກົດໝາຍນັ້ນ; ສຳລັບກົດໝາຍອື່ນໆ ທີ່ຜູ້ກ່ຽວເປັນສາເຫດ ຫລື ຕົ້ນຕໍເອົາເຊື້ອພະຍາດມາແຜ່ລະບາດ ຢູ່ ສປປ ລາວ ກໍຕ້ອງໄດ້ດຳເນີນຕາມກົດໝາຍເຊັ່ນດຽວກັນ. ທ່ານ ພັນເອກ ສາຍສະໝິງ ສີວິໄລ ຍັງໃຫ້ຮູ້ອີກວ່າ: ທາງຕຳຫລວດກວດຄົນເຂົ້າເມືອງຝ່າຍລາວ ກໍໄດ້ຕິດຕາມ, ກວດກາ, ປະສານສົມທົບກັບພວກສ່ວນກ່ຽວຂ້ອງ ໂດຍສະເພາະກໍແມ່ນທາງນະຄອນຫລວງ, ປກສ ສະຫວັນນະເຂດ ຈຶ່ງໄດ້ຮູ້ວ່າຜູ້ກ່ຽວໄດ້ນຳພາຄົນໄທ 2 ຄົນ ເຂົ້າເມືອງມາແບບຜິດກົດໝາຍ ເຊິ່ງໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນທາງອອກ ຈາກ ສປປ ລາວ ຢູ່ ເຂດບໍລິເວນ ບ້ານໝາກນາວ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ໄປບ້ານເດືອ, ອໍາເພີ ທ່າບໍ່, ຈັງຫວັດ ໜອງຄາຍ ຣາຊະອານາຈັກໄທ; ຮອດວັນທີ 16 ເມສາ 2021 ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປ ກວດສຸຂະພາບ ຢູ່ໂຮງໝໍໜອງຄາຍ ຜົນກວດພົບວ່າ ຜູ້ກ່ຽວຕິດເຊື້ອພະຍາດ ໂຄວິດ-19 ແລະ ໄດ້ຮັບການປິ່ນປົວ ທີ່ໂຮງໝໍດັ່ງກ່າວ.

อาจเป็นรูปภาพของ 2 คน และผู้คนกำลังยืน

ພາຍຫລັງທີ່ທາງເຈົ້າໜ້າທີ່ຝ່າຍລາວຮັບຊາບຄືແນວນັ້ນ ກໍໄດ້ມີການຕິດຕໍ່ປະສານສົບທົບກັນ ໂດຍໄດ້ປະຕິບັດຕາມກົນໄກຂອງສັນຍາສອງຝ່າຍ ທີ່ໄດ້ບັນທຶກການຮ່ວມມື ລະຫວ່າງ ຕຳຫລວດກວດຄົນເຂົ້າ-ອອກເມືອງ ລາວ-ໄທ ທີ່ໄດ້ບັນທຶກຮ່ວມກັນ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການແກ້ໄຂບັນຫາການລັກລອບເຂົ້າ-ອອກເມືອງ ເຊິ່ງໄດ້ມີການປະສານສົມທົບກັນເປັນປົກກະຕິ. ມາຮອດປັດຈຸບັນໄດ້ມີການ ມອບ-ຮັບເອົານາງ ພາວະດີ ວິພາກອນ ກັບມາ ສປປ ລາວ ຫລັງຈາກທີ່ປິ່ນປົວຢູ່ປະເທດໄທຫາຍດີແລ້ວ ເພື່ອມາດໍາເນີນການສືບສວນ-ສອບສວນຜູ້ກ່ຽວ ຕາມກົດໝາຍລະບຽບການ ກໍຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ, ເຊິ່ງການກະທໍາຂອງຜູ້ກ່ຽວ ລະເມີດກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົມໝາຍອາຍາ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ລະບຽບການອື່ນໆທີ່ກ່ຽວຂ້ອງ ເຊິ່ງພາກສ່ວນທີ່ໄດ້ຮັບ ມອບໝາຍ ຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງໃຫ້ສັງຄົມຮັບຊາບ ຕາມເວລາອັນຄວນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, ชุดเครื่องแบบทหาร และกลางแจ้ง
อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ແຫຼ່ງຂ່າວ: ຂປລ

Comments