ຄະນະສະເພາະກິດດ້ານເສດຖະກິດ ປຶກສາຫາລືເພື່ອແກ້ໄຂຜົນກະທົບຈາກການລະບາດໂຄວິດ-19

ຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2.

ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທາງໄກ (ວີດີໂອຄອນຟາເລັນ) ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2021 ທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ, ເຊິ່ງມີບັນດາທ່ານ ໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະນໍາຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และผู้คนกำลังนั่ง

ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ, ພ້ອມທັງປຶກສາເພື່ອແກ້ໄຂຜົນກະ ທົບສຳລັບການລະບາດໃນຮອບທີ 2 ນີ້, ເຊິ່ງມີທັງໝົດ 5 ບັນຫາສຳຄັນ ຄື: ວຽກງານນະໂຍບາຍດ້ານການເງິນ, ດ້ານນະໂຍບາຍສິນເຊື່ອ, ດ້ານນະໂຍບາຍດ້ານແຮງງານ, ດ້ານການຄຸ້ມຄອງການຜະລິດ, ລາຄາສິນຄ້າ, ຈໍລະຈອນ ແລະ ຂົນສົ່ງສິນຄ້າ, ແລະ ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ. ວຽກງານນະໂຍບາຍດ້ານການເງິນ ຈະໄດ້ລົງເລິກຄົ້ນຄວ້າຕື່ມ ກ່ຽວກັບນະໂຍບາຍຜ່ອນຜັນດ້ານພາສີ-ອາກອນ ແລະ ເລື່ອນໄລຍະການຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ອື່ນໆ ເພື່ອຫລຸດຜ່ອນພາລະດ້ານການໃຊ້ຈ່າຍທຸລະກິດ ແລະ ຄົວເຮືອນ.ດ້ານນະໂຍບາຍສິນເຊື່ອ ຈະໄດ້ມີການກວດກາຕື່ມບັນດາຫົວໜ່ວຍທຸລະກິດ ທີ່ສືບຕໍ່ໄດ້ຮັບຜົນກະ ທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ຊອກຫາວິທີທາງຊ່ວຍດ້ານສິນເຊື່ອເພີ່ມຕື່ມໃນຫລາຍຮູບແບບ, ພ້ອມທັງປຶກສາຫາລືວຽກງານສະໜອງສິນເຊື່ອໃນໂຄງການຟື້ນຟູເສດຖະກິດ ແລະ ໂຄງການສົ່ງເສີມວິສາຫະກິດຂະໜາດກາງ ແລະ ນ້ອຍ.

อาจเป็นรูปภาพของ 1 คน, กำลังนั่ง และสถานที่ในร่ม

ດ້ານນະໂຍບາຍດ້ານແຮງງານ ຈະໄດ້ປະເມີນຄືນ ຄວາມອາດສາມາດຂອງກອງທຶນປະກັນສັງຄົມ ແລະ ຄົ້ນຄວ້າວິທີການຊ່ວຍອຸດໜູນ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຢູ່ໃນລະບົບປະກັນສັງຄົມ, ລວມທັງຈະໄດ້ເກັບກຳຂໍ້ມູນດ້ານແຮງງານ ທີ່ໄດ້ຮັບຜົນກະທົບທີ່ຢູ່ນອກລະບົບໃນທົ່ວປະເທດ, ສ້າງແຜນຊ່ວຍເຫລືອແບບປະຊາສົງເຄາະຕາມເງື່ອນໄຂຕົວຈິງ.

ນອກນັ້ນ ກໍຈະໄດ້ຄົ້ນຄວ້າວິທີການຈັດສັນແຮງງານທີ່ຫວ່າງງານເຂົ້າສູ່ລະບົບການຈ້າງງານ.ດ້ານການຄຸ້ມຄອງການຜະລິດ, ລາຄາສິນຄ້າ, ຈໍລະຈອນ ແລະ ຂົນສົ່ງສິນຄ້າ ໄດ້ປຶກສາຫາລືກ່ຽວກັບສະພາບການຕິດຕາມ-ກວດກາການສະໜອງສິນຄ້າ ແລະ ລາຄາສິນຄ້າໃນທົ່ວປະເທດ, ພ້ອມທັງປຶກສາຫາລື ວຽກງານການອຳນວຍຄວາມສະດວກແກ້ໄຂອຸປະສັກຂອງການຈໍລະຈອນ ແລະ ຂົນສົ່ງສິນ ຄ້າບໍ່ໃຫ້ອັ່ງອໍ ລະຫວ່າງແຂວງຫາແຂວງ, ພາຍໃນແຂວງຫາດ່ານສາກົນ ແລະ ແກ້ໄຂບັນຫາຄ່າບໍລິການຂົນສົ່ງທີ່ສູງຂຶ້ນ.ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ ໄດ້ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຕື່ມວ່າມີນະໂຍບາຍຊ່ວຍສັງຄົມ ແລະ ປະຊາຊົນ ຕໍ່ກັບລາຄາໄຟຟ້າ, ນ້ຳປະປາ, ຄ່າໂທລະສັບ, ອິນເຕີເນັດ, ບໍລິການຂີ້ເຫຍື້ອ ແລະ ອື່ນໆ ຄືແນວໃດ.ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງ ລົງເລິກຄົ້ນຄວ້າລະອຽດນະໂຍບາຍ ແລະ ມາດຕະການແກ້ໄຂໃນຫລາຍດ້ານ ແລະ ເປັນເຈົ້າການຊຸກຍູ້ການຜັນຂະ ຫຍາຍໃຫ້ເປັນຮູບປະທຳ ແລະ ເປັນການເພີ່ມການຫລຸດຜ່ອນຜົນກະທົບ ຂອງການແຜ່ລະບາດພະຍາດໂຄວິດ-19 ທີ່ເກີດຂຶ້ນຕໍ່ກັບເສດຖະກິດ.

ຂ່າວ-ພາບ: ຂປລ.

Comments