Author Archives: admin target

ລັດຖະບານ ຈີນ ມອບວັກຊີນ ປ້ອງກັນໂຄວິດ-19 ໃຫ້ລາວ 300.000 ໂດສ

ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.ວັກຊີນຈຳນວນດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 . ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເປັນຈຳນວນຫລວງຫລາຍ. ຂ່າວຈາກ: ຂປລ

Read More »

ໜ່ວຍສະເພາະກິດ ຕ້ານໂຄວິດ-19 ແຂວງວຽງຈັນ ເລັ່ງຄັດກອງ ແລະ ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19

ແຫລ່ງຂ່າວຈາກແຂວງວຽງຈັນ ລາຍງານ: ວັນທີ 26 ເມສາ 2021 ນີ້, ຢູ່່ໂຮງໝໍ ແຂວງວຽງຈັນ, ໜ່ວຍສະເພາະກິດ ຕ້ານໂຄວິດ-19 ໄດ້ ເລັ່ງກວດຄັດກອງຄົນເຈັບ ແລະ ເກັບຕົວຢ່າງ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ມາວິເຄາະຫາເຊື້ອ ພາຍໃຕ້ສະພາບອາກາດຮ້ອນອົບເອົ້າໃນຊຸດປ້ອງກັນ( PPE). ສຳລັບຜູ້ທີ່ໄປກວດຫາເຊື້ອແລ້ວ ຕ້ອງກັກຕົວເອງເພື່ອຕິດຕາມອາການຈັນຄົບ 14 ວັນ ຂໍ້ມູນ: ແຂວງວຽງຈັນອອນລາຍ

Read More »

ຄຳມ່ວນ Lock down ແລ້ວ ແຕ່ວັນທີ 25 ເມສາ ເຖິງ 10 ພຶດສະພາ 2021

ດ່ວນ ໃນວັນທີ 25 ເມສາ 2021 ແຂວງຄຳມ່ວນ ອອກຄຳສັ່ງ ເລກທີ 02/ຈຂ.ຄມ. ວ່າດ້ວຍ ການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19ເຈົ້າແຂວງໆຄຳມ່ວນ ອອກຄໍາສັ່ງ:1). ໃຫ້ປີດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ (Lock down) ນັບແຕ່ວັນທີ 25 ເມສາ ຫາ 10 ພຶດສະພາ 2021, ຍົກເວັ້ນຜູ້ທີ່ມີພູມລໍາເນົາ ແລະ ເຮັດວຽກປະຈຳຢູ່ແຂວງຄຳມ່ວນ ຫຼື ຜູ້ທີ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ.2). ໃຫ້ພະແນກການ, ອົງການທຽບເທົ່າ, ບັນດາເມືອງ, ວິສາຫະກິດ ລັດ ແລະ ເອກະຊົນ ໃນທົ່ວແຂວງຫຼຸດຜ່ອນຈຳນວນພະນັກງານ ແລະ ຈັດຕັ້ງລະບົບຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ຕາມຄວາມເໝາະສົມ; ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ການບໍລິການໄຟຟ້າ, ນ້ຳປະປາ, ຈັດເກັບຂີ້ເຫຍື້ອ, ທະນາຄານ, ການສື່ສານ, ຂົນສົ່ງສິນຄ້າຈຳເປັນ, ພະນັກງານສາທາລະນະສຸກ, ແພດ-ໝໍ ຜູ້ທີ່ໄດ້ຮັບການມອບໝາຍໃຫ້ໄປປະຈຳການ, ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ...

Read More »

ຫົວໜ້າຄະນະສະເພາະກິດ ຊຸກຍູ້ການຕ້ານພະຍາດໂຄວິດ 19 ຢູ່ເມືອງສັງທອງ

ຕອນເຊົ້າວັນທີ 25 ເມສາ 2021, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ, ກວດກາ, ຊຸກຍູ້ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ວຽກງານ ຕ້ານພະຍາດໂຄວິດ-19 ໂດຍມີການນໍາ ຂອງເມືອງສັງທອງ ແລະ ບ້ານ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ທ່ານ ຮອງນາຍົກລັດຖະມົນຕີ, ຊຶ່ງເຫັນວ່າ: ເມືອງສັງທອງ ມີ 35 ບ້ານ ມີພົນລະເມືອງ 33 ພັນກວ່າຄົນ ໄດ້ແບ່ງອອກ ເປັນ ...

Read More »

ທ່ານ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ຊີ້ນຳວຽກງານຕ້ານໂຄວິດ-19

ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ໃຫ້ກຳລັງໃຈ ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງ ກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດໂຄວິດ-19, ໂດຍມີການນຳຂອງ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະ ຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້້ອໂຄວິດ-19 ທີ່ກຳ ລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ...

Read More »

ລາວ-ຈີນ​ຈັດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ຄົບ​ຮອບ 60 ປີ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

ລາວ-ຈີນ​ຈັດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນຄົບ​ຮອບ 60 ປີ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວັນ​ທີ 21 ເມ​ສາ​ນີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ປະ​ຊາ​ຊົນ​ຈີນ​ກັບ​ນາ​ນາ​ຊາດ ແລະ ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ, ທັງ​ໄດ້​ປະ​ກອບ​ຄຳ​ເຫັນ. ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ​ຕະຫຼອດ​ໄລ​ຍະ 60 ປີ​ທີ່​ຜ່ານ​ມາ, ຈີນ ແລະ ລາວ​ໄດ້​​ຄຽງ​ບ່າ​ຄຽງ​​ໄຫຼ່​ໃນ​ການ​ຕໍ່​ສູ້​ຕ້ານກັບ​ລັດ​ທິ​ລ່າ​ເມືອງ​ຂຶ້ນ ແລະ ລັດ​ທິ​ຈັກ​ກະ​ພັດ, ​ສອງ​ຝ່າຍ​ໄດ້ເກາະ​ແຂນ​ຊ່ວຍ​ເຫຼືອ​ເຊິ່ງ ກັນ​ແລະ​ກັນ​ໃນ​ພາ​ລະ​ກິດ​ປະ​ຕິ​ຮູບ ພັດ​ທະ​ນາ ແລະ ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ​ສອງ​ຝ່າຍ​ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ກັນ​ຢ່າງ​ເດັດ​ດ່ຽວ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ແກນ​ກາງ ແລະ ບັນ​ຫາ​​ທີ່​ແຕ່​ລະ​ຝ່າຍ​ໃຫ້​ຄວາມ​ສຳ​ຄັນ. ຈີນ ແລະ​ລາວ​ໄດ້​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ, ຍຶດ​ໝັ້ນ​ການ​ຊອກ​​ຫາ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ຍຶດ​ໝັ້ນ​ການ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ທີ່​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ໄດ້​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ສອງ​ຝ່າຍ​ກ່ອນ​ໝູ່, ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຮ່ວມ​ກັນເປັນ​ຊຸດ​ທຳ​ອິດ, ຊຸກ​ຍູ້​ການ​ສ້າງ​​ແລວ​ເສດ​ຖະ​ກິດ​ຈີນ-ລາວ​ຢ່າງ​ໜັກ​ແໜ້ນ. ເມື່ອຢືນ​ຢູ່​ຕໍ່​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ​ຕ່າງ​ໆ, ເຊັ່ນ: ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ​ສອງ​ຝ່າຍ​ໄດ້​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ຮ່ວມ​ກັນ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ຂອງ​ສາ​ກົນ, ຊຸກ​ຍູ້​ການ​ພົວ​ພັນຈີນ-ອາ​ຊຽນ​​ໃຫ້ພັດ​ທະ​ນາ​ຢ່າງ​ປອດ​ໃສ, ​ເລີ່ມເປີດ​ການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ຮ່ວມ​ຊາ​ຕາ​ກຳນຳ​ກັນ. ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ເມື່ອ​ຜະ​ເຊີນ​ກັບ​ຍຸກ​ໃໝ່ ໂອ​ກາດ​ໃໝ່ ແລະ ການ​ປ່ຽນ​ແປງ​ອັນ​ໃໝ່, ສອງ​ຝ່າຍ​ຄວນ​ຖື​​ເອົາຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ ສອງ​ລັດ​ເປັນ​​ທິດ​ຊີ້​ນຳ, ...

Read More »

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຫາລື 7 ເອກະສານສຳຄັນ

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ,ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 22 ແລະ 23 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021; 2. ຮ່າງເອກະສານ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດິຈຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດ ຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ ...

Read More »

ເປີດທາມລາຍຄົນຕິດເຊື້ອໂຄວິດໃໝ່ກໍລະນີທີ 89-94

ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ❖ ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ ປະທຸມທານີ, ປະເທດໄທ ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ- ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວ• ວັນທີ 19​ ເມສາ 2021​- ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.• ວັນທີ 20 ເມສາ 2021- ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ- ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ...

Read More »

ມາເບິ່ງ!!! ຄ່າບໍລິການກວດ ແລະ ປິ່ນປົວພະຍາດໂຄວິດ-19

ຕາມຂໍ້ຕົກລົງ ເລກທີ 3295/ສພກ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ-19 ຕົກລົງ : ມາດຕາ 1 : ເຫັນດີ ໃຫ້ສະຖານບໍລິການກວດ ແລະ ປິ່ນປົວສຸຂະພາບຂອງລັດ ທັງສູນກາງ ແລະ ທ້ອງຖິ່ນ ເກັບຄ່າບໍລິ ການວິຊາການຈາກ ການກວດວິເຄາະ ແລະ ປິ່ນປົວພະຍາດ ໂຄວິດ-19 ມາດຕາ 2 : ການກໍານົດລາຄາຄ່າບໍລິການ 1. ຄ່າກວດວິເຄາະ ພະຍາດ ໂ ຄ ວ ິ ດ-19 ຊຶ່ງມີເປົ້າຫມາຍດັ່ງນີ້ : 1) ກຸ່ມຄົນ ທີ່ຕ້ອງໄດ້ເກັບ ມູນຄ່າກວດ 650.000 ກີບ/ຄັ້ງ (ທັງຄົນລາວ ແລະ ຕ່າງປະເທດ) ມີ :ບຸກຄົນ ທີ່ເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດ : ນັກການທູດຕ່າງ ປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ ...

Read More »

ຄະນະສະເພາະກິດ ນະຄອນ ໄກສອນ ພົມວິຫານລົງກວດກາເຮືອຢູ່ຕາມລຳແມ່ນ້ຳຂອງ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 20 ເມສາ 2021ນີ້, ທາງຄະນະສະເພາະກິດຂັ້ນນະຄອນ ໄກສອນ ພົມວິຫານ ນຳໂດຍທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະສະເພາະກິດຂັ້ນນະຄອນ ໄດ້ລົງກວດກາເບິ່ງເຮືອຢູ່ຕາມລຳແມ່ນ້ຳຂອງ ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເພື່ອຊີ້ນໍາພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະ ເຈົ້າຂອງເຮືອທຸກປະ ເພດເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອ ຊົ່ວຄາວຕາມລຳແມ່ນ້ຳຂອງນັບແຕ່ວັນທີ 19-30 ເມສາ 2021 ເພື່ອຫລີກລ່ຽງການລັກລອບຂົນສົ່ງຄົນຂ້າມມາຝັ່ງລາວ ແລະ ອື່ນໆ. ພ້ອມທັງ ຫ້າມບໍ່ໃຫ້ບຸກໃດເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃໜ 5 ລ້ານກີບ ພ້ອມເຮັດບົດທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໜາຍ, ຖ້າກໍລະນີຫາກຮັບເອົາແຮງງານເຂົ້າມາແລະ ເປັນສາເຫດຂອງການແຜ່ລະບາດເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດ ຊອບຕໍ່ການເສຍທຸກຢ່າງທີ່ເກີດຂຶ້ນ ພ້ອມທັງຈັດຕັ້ງກຳລັງ ປກສ ກອງຫລອນບ້ານ ປ້ອງກັນເວນຍາມ ເພື່ອກວດກາລາດຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນ ບັນດາປະ ເທດໃນໂລກ ຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ...

Read More »