ໄລຍະວິກິດ ຫ້າມສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ

ປັດຈຸບັນ, ຢູ່ປະເທດເຮົາມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ກະຈາຍເປັນວົງກວ້າງ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວທະວີຄວາມຮຸນແຮງ ລັດຖະບານກໍຄືຄະນະສະເພາະຈຶ່ງອອກມາດຕະ ການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ດ້ວຍການປິດການເຂົ້າ-ອອກ ບັນດາແຂວງ, ເມືອງ ລວມເຖິງບ້ານໃນ ຂອບເຂດທົ່ວປະເທດ. ປຸກລະດົມໃຫ້ປະຊາຊົນ ຢູ່ເຮືອນ, ຢຸດການອອກນອກເຮືອນ ແລະ ການເຄື່ອນໄຫວກິດ ຈະກຳທາງສັງຄົມຕ່າງໆ ຊຶ່ງທັງໝົດນີ້ອາດສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແຕ່ເພື່ອຮັບ ປະກັນຄວາມປອດໄພຂອງທຸກຄົນ ກໍມີຄວາມຈຳເປັນທີ່ພວກເຮົາຕ້ອງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຄຽງຄູ່ກັບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ ສິ່ງທີ່ໜ້າເປັນຫ່ວງອີກຢ່າງໜຶ່ງແມ່ນລາຄາສິນຄ້າ ອຸປະໂພກ, ບໍລິໂພກ ຢູ່ຕາມທ້ອງຕະຫລາດ ຊຶ່ງອາດສູງຂຶ້ນ ແລະ ບາງລາຍການກໍຂາດ ເນື່ອງຈາກການຂົນສົ່ງ ບໍ່ທົ່ວເຖິງ ຢ່າງໃດກໍຕາມຂໍຮຽກຮ້ອງເຖິງຜູ້ປະກອບການຄ້າຂາຍ ໃຫ້ຄຳນຶງເຖິງຄວາມຖືກຕ້ອງ, ຄວາມຍຸຕິທຳຕໍ່ຜູ້ ບໍລິໂພກ ເນື່ອງຈາກໃນໄລຍະວິກິດຄືແນວນີ້ ພວກເຮົາທຸກຄົນຄວນພ້ອມພຽງກັນຜ່ານຜ່າ ບໍ່ສວຍ ໂອກາດນີ້ຂຶ້ນ ລາຄາເປັນຫລາຍທົບຈາກປົກກະຕິ ຊຶ່ງນອກຈາກສ້າງຄວາມອັບປະໂຫຍດໃຫ້ຜູ້ບໍລິໂພກແລ້ວ ຜູ້ຂາຍເອງກໍມີຄວາມ ຜິດທາງກົດໝາຍອາຍາ ຕາມມາດຕາ 277 ແລະ ມາດຕາ 278 ທີ່ໄດ້ລະບຸໄວ້າວ່າ: ການສວຍໂອກາດຂຶ້ນລາຄາ ສິນຄ້າ ແລະ ຄ່າບໍລິການ ແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫລື ໃນເວລາທີ່ມີສະພາບການ ຫຍຸ້ງຍາກເກີດຂຶ້ນ ຈະຖືກລົງໂທດຕັດອິດສະຫລະພາບແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3 ລ້ານກີບ ຫາ 10 ລ້ານ ກີບ. ສ່ວນການກັກຕຸນສິນຄ້າ ຈະຖືກລົງໂທດຕັດອິດສະຫລະພາບແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່ 10 ລ້ານກີບ ຫາ 50 ລ້ານກີບ. ພ້ອມນີ້ ເພື່ອຄວບຄຸມລາຄາສິນຄ້າ, ການບໍລິການໃຫ້ຢູ່ ໃນເກນ ປົກກະຕິ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກໍໄດ້ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບ ເຫັນຂາຍສິນຄ້າແພງກວ່າ ຄວາມເປັນຈິງ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າ ຈະປະຕິບັດຕາມລະບຽບກົດໝາຍທັນທີ. ສໍາລັບການລະ ເມີດອື່ນໆ ເປັນຕົ້ນ: ການນໍາເຂົ້າສິນຄ້າໂດຍການຫລົບຫລີກພັນທະຕ່າງໆ, ການຄ້າຂາຍສິນຄ້າເກືອດຫ້າມ ຫລື ຫ້າມຊົ່ວຄາວ, ການຄ້າຂາຍ, ຈໍາໜ່າຍ, ແຈກ ຫລື ເອົາສິນຄ້າປອມແປງ, ຮຽນແບບ, ສິນຄ້າເຊື່ອມເສຍຄຸນ, ບໍ່ໄດ້ ຄຸນນະພາບໝົດອາຍຸ ແລະ ອື່ນໆ ທີ່ລະເມີດລະບຽບການຄຸ້ມຄອງການຄ້າ ແມ່ນໃຊ້ມາດ ຕະການທີ່ໄດ້ກໍານົດ ໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ສຳລັບການຜັນຂະຫຍາຍຄຳສັ່ງສະບັບດັ່ງກ່າວ ເຈົ້າໜ້າທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຫລວງວຽງຈັນ ໄດ້ຈັດທີມງານລົງກວດກາສະພາບການຕົວຈິງ ເພື່ອຮັບປະກັນລາຄາສິນຄ້າຢູ່ໃນເກນປົກກະຕິເນື່ອງ ຈາກໄລຍະຜ່ານມາເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມວ່າ ມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫລາດຫ້ວຍ ຫົງ ແລະ ຕະຫລາດໂພນສະຫວ່າງ.

อาจเป็นรูปภาพของ 1 คน และกำลังยืน

ພາຍຫລັງໄດ້ຮັບການສ່ອງແສງດັ່ງກ່າວ ທາງເຈົ້າໜ້າທີ່ບໍ່ໄດ້ນິ້ງເສີຍ ໄດ້ປະ ສານສົມທົບກັນລະຫວ່າງພະແນກຕຳຫລວດປ້ອງກັນເສດຖະກິດ ຫ້ອງຕຳຫລວດ ປສກ ນວ , ພະແນກອຸດສາ ຫະກຳ ແລະ ການຄ້າ ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫລາດ ນັບແຕ່ເວລາ 8:00ໂມງ ຫາ 17:00ໂມງ ຂອງວັນທີ 25 ເມສາ 2021. ໃນນັ້ນໄດ້ກວດກາຕະຫລາດ 7 ແຫ່ງຄື: ຕະຫລາດສວນມອນ, ຕະຫລາດທົ່ງພານ ທອງ, ຕະຫລາດໜອງຈັນ, ຕະຫລາດສີຂຽວ, ຕະຫລາດອົດຊີ, ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ຜ່ານການກວດກາເຫັນວ່າລາຄາສິນຄ້າຍັງຢູ່ໃນເກນປົກກະຕິ.ເຖິງຢ່າງໃດກໍຕາມ ຂໍຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆໃຫ້ປະຕິບັດຕາມ ສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ໂດຍສະເພາະແມ່ນຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆ ເພື່ອພ້ອມກັນຜ່ານຜ່າວິກິດໂຄວິດ-19ໄປພ້ອມໆກັນ. ກໍລະນີທີ່ພໍ່ແມ່ປະຊາຊົນ ພົບເຫັນແມ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ ສາມາດແຈ້ງຫາເຈົ້າໜ້າທີ່ຜ່ານເບີວອດແອັບ 02028899774 ແລະ ຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນໄດ້ຕະຫລອດເວລາ.

ແຫຼ່ງຂ່າວ: ຂປລ

Comments