ທີມແພດໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດຂອງແຂວງສາລະວັນ


ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ, ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ຕາມການລາຍງານຂອງ ທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍກໍ່ຄືການຊີ້ນຳ, ຕິດຕາມຂອງການນໍາຂັ້ນເທິງແຕ່ລະຂັ້ນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງແມ່ນບໍ່ພົບເຊື້ອ, ອາການຂອງຜູ້ກ່ຽວກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ, ສວ່ນຜູ້ທີ່ໄກ້ຊິດກັບທ້າວນຽມແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະໄດ້ກັບເມືອກັກໂຕຢູ່ບ້ານຂອງຕົນເອງຕາມລະບຽບການຕື່ມອີກ.

อาจเป็นรูปภาพของ กำลังยืน


ສໍາລັບແພດທີ່ເຂົ້າປິ່ນປົວທ້າວນຽມແມ່ນຈະໃດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ, ຈິ່ງຈະໄດ້ກັບໄປຢູ່ນໍາຄອບຄົວ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໂອກາດນີ້ທ້າວນຽມໃດ້ກ່າວຄວາມຂອບໃຈຢ່າງສູງທີ່ອຳນາດການປົກຄອງແຕ່ລະຂັ້ນ ກໍ່ຄືທິມງານແພດໝໍທີ່ເອົາໃຈໃສ່ສຸມທຸກເຮື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ ແລະໄດ້ກັບອອກໄປດຳລົງຊີວິດຢູ່ນຳຄອບຄົວ ແລະຝາກເຖິງພໍ່ແມ່ຜີ່ນ້ອງທຸກຄົນບໍ່ວ່າຈະຢູ່ພາຍໃນປະເທດກໍ່ຄືຜູ້ທີ່ເຮັດວຽກຢູ່ປະເທດ, ເພື່ອນບ້ານຈົ່ງໃດ້ເພີ່ມທະວີຮ່ວມແຮງຮ່ວມໃຈກັນຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ນີ້ບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ.

ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນຕອນແລງວັນທີ 29 ເມສາ 2021 ທີ່ໂຮງໝໍແຂວງສາລະວັນ, ໂດຍມີິທ່ານດຣ ອາຄົມ ລໍ່າວິຈິດ ກໍາມະການພັກແຂວງ ຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍ: ກິນດາວັນ ອ້ວນນາຄູ

Comments