ກອງທັບປະຊາຊົນຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມ ເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງໂຄຣລາມິນບີ(cloamin b) 500 ກິໂລ, ຜ້າອັດປາກ N95 ຈໍານວນ 5.000 ອັນ, ຜ້າອັດປາກແພ 100.000 ອັນ,ເຄື່ອງນຸ່ງປ້ອງກັນ PCD ລະດັບ4 ຈໍານວນ 5.000 ຊຸດ, ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ ມາຊ່ວຍເຫລືອກອງທັບປະຊາຊົນລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19.

ພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2021 ນີ້ຢູ່ດ່ານສາກົນ ນໍ້າພາວ-ເກົາແຈ່ວ, ເຊິ່ງຕາງໜ້າມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ການມອບເຄື່ອງມືທາງການແພດໃນຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງສາຍພົວພັນຮ່ວມມືພິເສດ, ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ.ໂອກາດນີ້, ສະຫາຍພົນຕີ ຄໍາເພັດ ສີຊານົນ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະ ຊາຊົນລາວບັນດາເຜົ່າ ສະແດງຄວາມຂອບອົກຂອບໃຈ ມາຍັງ ລັດຖະບານ ກໍຄື ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອເຄື່ອງມືທາງການແພດ ແລະ ຄະນະຊ່ຽວຊານທາງການແພດ ເພື່ອຊ່ວຍປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.


ແຫຼ່ງຂ່າວ: ຂປລ.