ກອງປະຊຸມປະເມີນຕີລາຄາ ຂອງຄະນະກຳມະການສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ໃນການກະກຽມຄວາມພ້ອມ ເພື່ອວາງມາດຕະການຕ່າງໆ ໃນການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູແຂວງຈຳປາສັກ ໃຫ້ມີຄວາມຮັດກຸມ ແລະ ຮອບດ້ານ, ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 4 ພຶດສະພາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ, ທ່ານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ບັນດາ ຄະນະນໍາ, ຫົວໜ້າກົມ-ຮອງກົມ ຈາກກະຊວງສາທາລະນະສຸກ, ຄະນະກຳມະການ ສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ນະຄອນ ແລະ ເມືອງ ເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ- 19 (COVID-19) ຢູ່ ຂັ້ນແຂວງ, ນະຄອນປາກເຊ, ບັນດາເມືອງ ແລະ ໄດ້ມີການປະກອບຄຳຄິດຄຳເຫັນ ໃນການເຄື່ອນໄຫວວຽກງານຮອບດ້ານ ເຊັ່ນ: ການຜັນຂະຫຍາຍມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການຕ່າງໆ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ. ວຽກງານຊອກຄົ້ນ ແລະ ຄຸ້ມຄອງກໍລະນີ ວຽກງານຕິດຕາມ, ກວດກາການລະເມີດກົດໝາຍ, ລະບຽບການ, ຄໍາສັ່ງ ແລະ ນິຕິກໍາທີ່ກ່ຽວ ຂ້ອງກັບການຕ້ານພະຍາດໂຄວິດ-19 ຕີລາຄາປັດໄຈຄວາມສ່ຽງຢູ່ແຂວງຈໍາປາສັກ.

ພ້ອມນັ້ນ, ໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຫຍຸ້ງຍາກ ອື່ນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ກອງປະຊຸມຍັງໄດ້ຮັບຟັງ ຄຳແນະນຳຂອງຄະນະຊ່ຽວຊານ ຈາກສູນວິເຄາະ ແລະ ລະບາດວິທະຍາ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ.ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ມີຄຳເຫັນ ນັ້ນໃຫ້ຄະນະສະເພາະກິດ ຂັ້ນແຂວງ, ນະຄອນ ແລະ ເມືອງ ທຸກພາກສ່ວນ ໃນການຄວບຄຸມການລະບາດ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີ ມາດຕະການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຢ່າງເຂັ້ມງວດ ເພີ້ມທະວີການໃຫ້ສຸຂະສຶກສາແກ່ປະຊາຊົນ ຕ້ອງໄດ້ເຜີຍແຜ່ຄູ່ມື ແນະນຳຫລັກການອະນາໄມ ແລະ ຂ້າເຊື້ອ ເພື່ອປ້ອງກັນການລະບາດພະຍາດໂຄວິດ-19 ຕ້ອງໃຫ້ປະ ຊາຊົນມີຄວາມຮູ້ພື້ນຖານກ່ຽວກັບວຽກງານອະນາໄມ ແລະ ຂ້າເຊື້ອ, ສືບຕໍ່ສັກວັກແຊງປ້ອງກັນພະຍາດCOVID-19 ໃຫ້ສໍາເລັດ. ພ້ອມນັ້ນ, ຄະນະສະເພາະກິດທຸກຂັ້ນ ຕ້ອງໄດ້ຈັດກອງປະຊຸມປຶກສາຫາລື ແບ່ງຄວາມຮັບຜິດຊອບ ແລະ ປະສານງານ ຊີ້ນໍາພະນັກງານກົມກອງຂັ້ນແຂວງ, ຂັ້ນເມືອງ ແລະ ນະ ຄອນເພີ່ມທະວີເອົາໃຈໃສ່ມາດຕະການປ້ອງກັນ ແລະ ຄວບຄຸມທີ່ວາງໄວ້ຢ່າງເຂັ້ມງວດ.ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໄດ້ມີຄຳເຫັນຊີ້ນຳ ໃນການຈັດຕັ້ງ ປະຕິບັດມາດຕະການໃນຕໍ່ໜ້າ ຈະຕ້ອງໄດ້ສືບຕໍ່ປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ, ຄໍາສັ່ງຂອງ ເຈົ້າແຂວງຈໍາປາສັກ, ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ເພື່ອຕ້ານພະຍາດ COVID-19 ຢ່າງເຂັ້ມງວດ ພ້ອມນັ້ນກໍ່ຈະຕ້ອງໄດ້ມີການປັບປຸງບາງມາດຕະການ ທີ່ມີຄວາມຈໍາເປັນ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ ໃນການຄວບຄຸມການລະບາດ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ.ໃນໂອກາດມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ຂອງ ທ່ານ ດຣ.ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມຄະນະໃນເທື່ອນີ້ ໄດ້ຕາງໜ້າໃຫ້ ກະຊວງສາທາລະນະສຸກ ກໍ່ຄື ລັດຖະບານ ມອບລົດ Ambulance ຈຳນວນ 1 ຄັນ ເພື່ອສະໜອງເຂົ້າໃນວຽກງານສາທາລະນະສຸກ ຢູ່ແຂວງນຳອີກ.

ແຫຼ່ງຂ່າວ: ຂປລ.