ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍ ສປປ ລາວໄດ້ເລີ່ມເຄື່ອນໄຫວເຮັດວຽກຢ່າງຕັ້ງໜ້າ

ວັນທີ 5 ພຶດສະພາ 2021, ຄະນະຊ່ຽວຊ່ານການແພດຈີນໄດ້ເລີ່ມເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍລາວເປັນມື້ທໍາອິດ ຫຼັງຈາກທີ່ໄດ້ເດີນທາງມາຮອດໃນຕອນແລງຂອງວັນທີ 4 ເຊິ່ງຄະນະຊ່ຽວຊ່ານໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງໂຄວິດ-19 ໂດຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການແຜ່ລະບາດຂອງພະຍາດຮອບໃໝ່ ກໍຄືບັນຫາຕ່າງໆທີ່ສໍາຄັນກັບຂະແໜງສາທາລະນະສຸກກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລາວ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ຈາກນັ້ນ, ຄະນະຊ່ຽວຊ່ານແພດຈີນໄດ້ໄປເຮັດວຽກພາກສະໜາມ ແລະເກັບຂໍ້ມູນຢູ່ສູນວິເຄາະ ແລະລະບາດວິທະຍາ ແລະບັນດາໂຮງໝໍປົວພະຍາດໂຄວິດ-19 ໂດຍໄດ້ໃຫ້ຄໍາເຫັນຊີ້ນໍາກ່ຽວກັບບັນຫາທີ່ຄົ້ນພົບໃນການປິ່ນປົວ, ທັງໄດ້ເກັບຂໍ້ມູນ ແລະໃຫ້ຄໍາຕອບທີ່ກ່ຽວຂ້ອງກັບຜູ້ຕິດເຊື້ອ. ຂໍ້ມູນໃຫ້ຮູ້ຕື່ມວ່າ: ຄະນະຊ່ຽວຊ່ານການແພດຊຸດນີ້ເປັນຊຸດທີ 2 ທີ່ລັດຖະບານຈີນສົ່ງມາຊ່ວຍເຫຼືອຕ້ານໂຄວິດ-19 ກັບຝ່າຍລາວ ໃນເດືອນມີນາ-ເມສາ ປີ 2020 ຜ່ານມາ ເຊິ່ງໄດ້ຮັບຄວາມຊົມເຊີຍ ແລະຖືກຕີລາຄາສູງຈາກຝ່າຍລາວຕໍ່ຜົນສໍາເລັດ.

อาจเป็นรูปภาพของ กำลังยืน

ສ່ວນຄະນະຊ່ຽວຊ່ານຊຸດນີ້ມີສ່ວນໜຶ່ງແມ່ນມາຈາກຊຸດກ່ອນ ເຊິ່ງມີບົດຮຽນປະສົບການໃນການຮ່ວມມືກັບຝ່າຍລາວ ແລະເປັນປັດໄຈໜຶ່ງທີ່ອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນ ເຊິ່ງເຮັດໃຫ້ເຊື່ອໝັ້ນວ່າ ແພດໝໍສອງຝ່າຍຈະສາມາດຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດຮອບໃໝ່ຢ່າງປະສົບຜົນສໍາເລັດຢ່າງແນ່ນອນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน
อาจเป็นรูปภาพของ กำลังยืน
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ຂໍ້ມູນ: ຈົງຮວາ ສືປ້າວ

Comments