ຜູ້ຕິດເຊື້ອໂຄວິດ-19 ກໍລະນີທຳອິດ ແຂວງ ບໍລິຄຳໄຊ ປົວຫາຍດີແລ້ວ

ເປັນເລື່ອງທີ່ໜ້າຍິນດີແລະຊົມເຊີຍຫຼາຍ ທີ່ບັນດາແພດໝໍ, ພະຍາບານແຂວງບໍລິຄຳໄຊ ສຳເລັດໜຶ່ງພາລະກິດປົວຜູ້ປ່ວຍໂຄວິດ-19 ລາຍທຳອິດຂອງແຂວງ ສົ່ງກັບຄອບຄົວເປັນທີ່ຮຽບຮ້ອຍ ຍັງແຕ່ຕ້ອງກັກໂຕເອງອີກ 14 ວັນຖ້າບໍ່ມີຫຍັງກໍອອກໃຊ້ຊີວິດປົກກະຕິໄດ້ແລ້ວ.

ໃນວັນທີ 5 ພຶດສະພານີ້ ຢູ່ສູນປິ່ນປົວພະຍາດ Covid-19 ຫຼັກ 6 ເມືອງປາກຊັນ ໄດ້ມີພິທີຊົມເຊີຍຜົນສໍາເລັດໃນການຮັກສາປິ່ນປົວຜູ້ທີຕິດເຊື້ອພະຍາດ Covid-19 ຫາຍດີເປັນຄົນທໍາອິດຂອງແຂວງບໍລິຄຳໄຊ ນັ້ນກໍຄືຜູ້ຕິດເຊື້ອກໍລະນີຄົນທີ 1 ຂອງແຂວງ, ທີ 58 ຂອງທົ່ວປະເທດ, ຢູ່ບ້ານໂພນມຸງຄຸນ ເມືອງບໍລິຄັນ.

SlideSlideSlide

ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ, ມີຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ ແລະ ທີມງານວິຊາການ. ໃນໂອກາດດຽວກັນນີ້ ທ່ານ ເຈົ້າແຂວງ ກໍໄດ້ສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍມາຍັງທີມງານແພດໝໍ, ພະຍາບານ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ Covid-19 ຈົນຫາຍດີສາມາດກັບບ້ານໄດ້, ເມືອຈໍາກັດບໍລິເວນຢູ່ເຮືອນ ເພື່ອຕິດຕາມອາການຕື່ມອີກ 14 ວັນ.

Comments