ນອກຈາກສົ່ງຜູ້ຊ່ຽວຊານແພດຈີນມາຊ່ວຍ ສປປ ລາວ ແລ້ວ ອຸປະກອນຕ້ານໂຄວິດ 19 ຈະມາເຖິງລາວ ໃນວັນທີ 10 ພຶດສະພານີ້

ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນປະຈໍາລາວ ໃຫ້ສໍາພາດຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມພິທີຕ້ອນຮັບຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນ ທີ່ມາຊ່ວຍເຫລືອລາວ ຕ້ານການລະບາດຂອງພະຍາດໂຄວິດ19 ເມື່ອວັນທີ 5 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ບາງຕອນທ່ານກ່າວວ່າ: ພວກຂ້າພະເຈົ້າຮັບຮູ້ວ່າ: ຊັບພະຍາກອນທີ່ປະກອບສ່ວນເຂົ້າໃນການປ້ອງກັນ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ລວມທັງລະບົບສາທາລະນະສຸກຂອງລາວ ຍັງມີຂໍ້ຈໍາກັດ ບວກກັບປະສົບກັບສິ່ງທ້າທາຍທີ່ໜັກໜ່ວງ ເຊິ່ງເຫັນໄດ້ຈາກການຖະແຫລງຂ່າວຂອງຄະນະສະເພາະກິດ, ປະຈຸບັນ ບັນດາໂຮງໝໍ, ສະຖານທີ່ກວດຫາເຊື້ອ, ສະຖານທີ່ສັກຢາ ພະນັກງານແພດໝໍໄດ້ເຮັດວຽກຢ່າງໜັກໜ່ວງ, ທາງພັກ ແລະລັດຖະບານລາວກໍໄດ້ປະກາດວ່າ ຈະຍົກສູງການປ້ອງກັນ, ຄວບຄຸມການລະບາດຂອງພະຍາດໂຄວິດ19 ເຊິ່ງໜ້າທີ່ຍຸດທະສາດທີ່ສຸກເສີນ ແລະສໍາຄັນພ້ອມທັງຮຽກຮ້ອງວ່າ ຕ້ອງເຂົ້າສູ່ໄລຍະຕໍ່ຕ້ານສົງຄາມປ້ອງກັນພະຍາດໂຄວິດ19 ທົ່ວປະເທດໄດ້ປິດການສັນຈອນເຂົ້າ-ອອກ ສະນັ້ນ ສປ ຈີນ ຈຶ່ງໄດ້ສົ່ງທິມແພດຜູ້ມີຄວມຮູ້ຄວາມສາມາດ ມີປະສົບການມາຊ່ວຍເຫລືອ ສປປ ລາວ ຂ້າພະເຈົ້າເຫັນວ່າເປັນເລື່ອງຈໍາເປັນ ແລະຮີບດ່ວນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ປະຈຸບັນ ເຖິງວ່າລັດຖະບານລາວໄດ້ນໍາໃຊ້ມາດຕະການປ້ອງກັນໂຄວິດ19 ທີ່ເຂັ້ມງວດ ແລະມີຄວາມເດັດດ່ຽວ ມີຄວາມສາມາດຮັບມືກັບການລະບາດຮອບໃໝ່, ບັນດາແພດໝໍທີ່ເດີນທາງມາຊ່ວຍເຫລືອລາວຄັ້ງນີ້ ກໍຄືກັນກັບຄະນະແພດໝໍທີ່ເຄີຍມາຊ່ວຍເຫລືອລາວໃນປີຜ່ານມາ ໂດຍອີງໃສ່ສະຖານະການ ການແຜ່ລະບາດຮອບໃໝ່ນີ້ ຝ່າຍຈີນໄດ້ຄັດເລືອກແພດໝໍ ຜູ້ຊ່ຽວຊານຈໍານວນ 25ທ່ານ ທີ່ມາຈາກຂົງເຂດຕ່າງໆ ເຊັ່ນ: ວິທະຍາສາດ, ພະຍາດລະບາດ, ວິທະຍາສາດການຂ້າເຊື້ອ, ການແພດກໍລະນີຮຸນແຮງ ຫລືສາຫັດ ແລະອື່ນໆ ເຊິ່ງຊ່ຽວຊານແພດຂອງຈີນທີ່ເດີນທາງມາຊ່ວຍເຫລືອລາວຄັ້ງນີ້ຈະລົງໄປທ້ອງຖິ່ນ ແລະອີງຕາມຄວາມຄວາມຮຽກຮ້ອງຕ້ອງ ການຕົວຈິງຂອງຝ່າຍລາວ ໂດຍອີງໃສ່ປະສົບການບົດຮຽນຕົວຈິງຂອງຝ່າຍຈີນ ແລະແຜນການປິ່ນປົວຂອງຝ່າຍລາວ ເພື່ອຊ່ວຍເຫລືອປິ່ນປົວລາວ 3ດ້ານຄື: ວາງແຜນການຄຸ້ມຄອງ ແລະການປິ່ນປົວໃນໄລຍະໃໝ່, ຊ່ວຍຍົກລະດັບຄວາມຮູ້ຂອງບຸກຄະລະກອນ ໃຫ້ສາມາດຮັບມືກັບພະຍາດໂຄວິດ19 ແລະຄົ້ນຄວ້າ ກະກຽມລ່ວງໜ້າຕໍ່ທ່າອ່ຽງພັດທະການ ຫລືການກາຍພັນຂອງພະຍາດໂຄວິດ19 .

ນັບແຕ່ການລະບາດຂອງພະຍາດໂຄວິດ19 ຢູ່ລາວເປັນຕົ້ນມາ ສປ ຈີນ ໄດ້ແຕ່ງຕັ້ງຄະນະແພດໝໍ 2 ຄະນະມາຊ່ວຍ ໄດ້ສະໜອງເຄື່ອງອຸປະກອນຫລາຍຢ່າງແກ່ ສປປ ລາວ , ໄດ້ສ້າງຫ້ອງທົດລອງກວດຫາເຊື້ອ, ຊ່ວຍວັກຊິນກັນພະຍາດໂຄວິດ19, ໂດຍອີງໃສ່ຄວາມຕ້ອງການຮີບດ່ວນຂອງຝ່າຍລາວ ນອກຈາກນີ້ອົງການຄວາມຮ່ວມມືສາກົນຂອງຈີນ ພວມກະກຽມອຸປະກອນອີກຢ່າງຫລວງຫລາຍ ຄື: ຜ້າອັດປາກ, ຊຸດປ້ອງກັນ, ນໍ້າຢາກວດເຊື້ອ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງກວດຫາເຊື້ອ ເພື່ອຮັບປະກັນຄວາມຕ້ອງການຂອງຝ່າຍລາວ ແລະອີງໃສ່ຄວາມສາມາດຂອງຝ່າຍຈີນ ໃນຄັ້ງນີ້ແພດໝໍໄດ້ເອົາສ່ວນໜື່ງມາກ່ອນແລ້ວ ສ່ວນທີ່ເຫລືອຄາດວ່າຈະໃຊ້ຍົນເໝົາລໍາມາຮອດລາວ ໃນວັນທີ 10 ພຶດສະພານີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈຫລາຍທີ່ຄົນລາວໄດ້ມີຄວາມກະຕືລືລົ້ນ ໃນການໄປສັກວັກຊິນປ້ອງກັນໂຄວິດ19 ເຊິ່ງເຫັນໄດ້ວ່າແຕ່ລະບ່ອນໄດ້ມີປະຊາຊົນລາວຕໍ່ຄິວຍາວຢຽດ ພ້ອມເວັ້ນໄລຍະຫ່າງ ເພື່ອລໍຖ້າສັກວັກຊິນ, ໂດຍສະເພາະແມ່ນບັນດາການນໍາຂອງລາວ ຄືທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຂອງລາວ ລາຍງານໃຫ້ຮູ້ວ່າ ຕົນເອັງໄດ້ສັກວັກຊິນຂອງຈີນແລ້ວ ຖືວ່າເປັນວັກຊິນທີ່ປອດໄພ ມີຄຸນນະພາບສູງ ເຊິ່ງປະຊາຊົນລາວຈໍານວນບໍ່ນ້ອຍກໍມີຄວາມຕ້ອງການສັກວັກຊິນ ໂດຍຝ່າຍຈີນກໍຍິນດີນໍາໄປຄົ້ນຄວ້າ ເຖິງຄວາມຕ້ອງການຂອງປະຊາຊົນລາວ, ດັ່ງທີ່ເລຂາທິການໃຫ່ຍ ສີ ຈິ້ນຜິງ ໄດ້ເວົ້າວ່າ: ສປ ຈີນ ຖືວັກຊິນປ້ອງກັນໂຄວິດ19 ເປັນຂອງປະຊາຊົນ ແລະຊ່ວຍໃຫ້ບັນດາປະເທດກໍາລັງພັດທະນາສາມາດເຂົ້າເຖິງໄດ້ , ພ້ອມກັນນັ້ນຂ້າພະເຈົ້າກໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຝ່າຍລາວ ທີ່ໄດ້ຈັດໃຫ້ປະຊາຊົນຈີນທີ່ດໍາລົງຊີວິດຢູ່ ສປປ ລາວ ໄດ້ຮັບວັກຊີນໂດຍບໍ່ເສຍຄ່າ ແລະຂອບໃຈຕໍ່ການເບິ່ງແຍງ ດູແລ ປິ່ນປົວຂອງແພດລາວ ກໍຄືກະຊວງສາທາລະນະສຸກ ທີ່ມີຕໍ່ປະຊາຊົນຈີນ , ເວົ້າລວມແລ້ວຝ່າຍຈີນມີຄວາມຍິນດີຮ່ວມກັບຝ່າຍລາວ ເພື່ອຕໍ່ສູ້ພ້ອມກັນ ແລະປ້ອງກັນຄວາມປອດໄພ ແລະສຸຂະພາບຂອງປະຊາຊົນຄົນລາວ ແລະຊ່ວຍລາວເພື່ອຟື້ນຟູພັດທະນາປະເທດໃຫ້ກັບມາເປັນປົກກະຕິໂດຍໄວ.

ທ່ານທູດກ່າວຕື່ມວ່າ ປີນີ້ແມ່ນຄົບຮອບ 60ປີ ຂອງການສ້າງສາຍພົວພັນການທູດລະຫວ່າງຈີນ-ລາວ ທັງເປັນປີມິດຕະພາບຈີນ-ລາວ, ສະນັ້ນຂ້າພະເຈົ້າກໍຢາກເຮັດໃຫ້ການຮ່ວມມືປ້ອງກັນພະຍາດໂຄວິດ19 ປະກອບສ່ວນສໍາຄັນເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາລະຫວ່າງຈີນ-ລາວ ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ການຮ່ວມມື ແລະຄວາມພະຍາມຍາມຂອງທັງສອງຝ່າຍ ວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ຈະຜ່ານພົ້ນໄປໄດ້.

Comments