ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ

ຫົວພັນສືບຕໍ່ເຝົ້າລະວັງການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດແຂວງຫົວພັນ ໃຫ້ຮູ້ວ່າ: ປັດຈຸບັນ, ເຖິງວ່າແຂວງຫົວພັນ ຍັງບໍ່ມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ຄະນະນໍາແຂວງ ກໍຄື ຄະນະສະເພາະກິດຂັ້ນແຂວງ ຍັງສືບຕໍ່ໃຫ້ຄວາມສຳຄັນອັນດັບໜຶ່ງ ໃນການເຝົ້າລະວັງເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍໄດ້ສຸມໃສ່ເຮັດທຸກວິທີທາງ ແນໃສ່ເຮັດໃຫ້ແຂວງຫົວພັນ ປາສະຈາກພະຍາດໂຄວິດ-19.ທ່ານ ດຣ ອຳຈະເລີນ ສອນທະວີໄຊ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຫົວພັນ, ຕາງໜ້າຄະນະສະເພາະກິດຂັ້ນແຂວງ ລາຍງານເມື່ອວັນທີ 2 ພຶດສະພາ 2021 ຜ່ານມາວ່າ: ພາຍ ຫລັງທີ່ໄດ້ຮັບຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 123/ຈຂ.ຫພ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19.

อาจเป็นรูปภาพของ 1 คน และกำลังยืน

ຄະນະສະເພາະກິດຂັ້ນແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດປິດການເຂົ້າ-ອອກແຂວງ ໂດຍຕັ້ງຈຸດກັ່ນກອງເພື່ອຄົ້ນຫາກໍລະນີສົງໃສ ແລະ ກໍລະນີສຳພັດຢູ່ຈຸດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໂດຍສະເພາະແມ່ນຈຸດນໍ້າເນີນ ເຊິ່ງເປັນຈຸດເຊື່ອມຕໍ່ກັບແຂວງຊຽງຂວາງ ແລະ ຈຸດຫາດສາ ເປັນເສັ້ນທາງເຊື່ອມຕໍ່ກັບແຂວງຫລວງພະບາງ. ມາຮອດວັນທີ 27 ເມສາ 2021 ຄະນະສະເພາະກິດຂັ້ນແຂວງໄດ້ປະເມີນຄືນ ເຫັນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອຽງເພີ່ມຂຶ້ນ. ດັ່ງນັ້ນ, ຄະນະສະເພາະກິດຂັ້ນແຂວງຈິ່ງຕົກລົງເປັນເອກະພາບອອກແຈ້ງການ ສະບັບເລກທີ 194/ຫວຂ.ຫພ ລົງວັນທີ 27 ເມສາ 2021 ວ່າດ້ວຍການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ໂດຍໃຫ້ປິດການສັນຈອນລະຫວ່າງເມືອງຕໍ່ເມືອງພາຍໃນແຂວງ, ເພີ່ມຈຸດກັ່ນກອງຢູ່ບັນດາຈຸດທີ່ມີຄວາມສ່ຽງພາຍໃນເທສະບານແຂວງ, ຈັດຕັ້ງຜັດປ່ຽນກັນປະຈຳການ ເພື່ອລຸດຜ່ອນຄວາມແອອັດສຳລັບພະນັກງານ-ລັດຖະກອນ, ສົ່ງເສີມໃຫ້ປະຊາຊົນປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ແມ່ນງົດອອກຈາກເຮືອນຖ້າບໍ່ມີກິດຈຳເປັນ, ຖ້າອອກແມ່ນໃຫ້ໃສ່ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງທາສັງຄົມ, ກໍລະນີຈໍາເປັນຖ້າທ່ານໃດຢາກອອກຕ່າງເມືອງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດເທົ່ານັ້ນ.

อาจเป็นรูปภาพของ หนึ่งคนขึ้นไป และกลางแจ้ง

ພ້ອມກັນນີ້, ຍັງໄດ້ປຸກລະດົມ, ໃຫ້ພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນໄປຮັບວັກຊີນກັນພະຍາດໂຄວິດ-19 ໂດຍເປີດໃຫ້ບໍລິການທຸກວັນຢູ່ໂຮງໝໍແຂວງ ແລະ ໂຮງໝໍ 9 ເມືອງ.ໃນຂະນະດຽວກັນ, ທ່ານ ດຣ ນາງ ໄຫວພອນ ຈັນທະວີຄຳ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກ ສາທາລະນະສຸກແຂວງ ກໍໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ເມສາ 2021 ເປັນຕົ້ນມາ, ໄດ້ຈັດແບ່ງທີມງານແພດໝໍສົມທົບກັນກຳລັງເຈົ້າໜ້າທີ່ ປກສ ແຂວງລົງປະຈຳຢູ່ບັນດາຈຸດທີ່ມີຊຸມຊົນແອອັດຈຳນວນ 4 ຈຸດຄື: ຈຸດຕະຫລາດໃຫຍ່, ຈຸດຕະຫລາດຂາຍຊີ້ນ, ຈຸດຕະຫລາດພັນເຊິນ ແລະ ຈຸດຕະຫລາດເມືອງຊຳເໜືອ. ຜ່ານການຈັດຕັ້ງປະຕິບັດສາມາດກວດກາ ແລະ ກັ່ນກອງຄົນເຂົ້າອອກໄດ້ເກືອບ 14 ພັນເທື່ອຄົນ. ທັງນີ້, ເພື່ອເປັນການກັ່ນກອງຫາກໍລະນີຕິດເຊື້ອ ເພື່ອຄວບຄຸມແກ້ໄຂໃຫ້ທັນເວລາ.ພ້ອມກັນນີ້, ທ່ານຜູ້ຕາງໜ້າຄະນະສະເພາະກິດຂັ້ນແຂວງ ກໍໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວແຂວງຫົວພັນ ຈົ່ງພ້ອມກັນໄປສັກວັກຊີນກັນພະຍາດ, ເປັນເຈົ້າການໃນການຕິດຕາມກວດກາການລັກ ລອບເຂົ້າເມືອງໂດຍບໍ່ຜ່ານຈຸດກັ່ນກອງ, ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນ, ຄວບຄູມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ແຂວງຫົວພັນ ປາສະຈາກພະຍາດໂຄວິດ-19.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ຂ່າວ-ພາບ: ໄອແກ້ວ

Comments