ຍັງມີບາງກິດຈະການ ບໍ່ທັນໃຫ້ຄວາມຮ່ວມມືໃນການປະຕິບັດຕາມຄຳສັ່ງ ແລະ ແຈ້ງການ

ທ່ານ ນາຍົກ ລັດຖະມົນຕີ ໄດ້ມີຄຳສັ່ງປິດຮ້ານບໍລິການທີ່ເປັນອິນເຕີເນັດຄາເຟ່, ຮ້ານເກມ, ຮ້ານອາຫານ ແລະ ອື່ນໆ ຕ້ອງປິດ ແຕ່ໃນຄວາມເປັນຈິງ ຍັງມີບາງກິດຈະການຍັງຝືນເປີດ.

อาจเป็นรูปภาพของ 1 คน, กำลังยืน, ชุดเครื่องแบบทหาร และข้อความ

ທ່ານ ພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນ ໄດ້ເຜີຍໃຫ້ຮູ້ວ່າ: ສະພາບປະຈໍາວັນທີ 4 ພຶດສະພາ 2021, ກອງພັນປ້ອງກັນເຄື່ອນທີ່ ໄດ້ອອກເຄື່ອນໄຫວລາດຕະເວນ ເລີ່ມແຕ່ເວລາ 20:00 ໂມງ- 5:00 ໂມງ ໄດ້ພົບເຫັນບາງກິດຈະການ ຍັງບໍ່ທັນປະຕິບັດເຂັ້ມງວດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີການສະ ກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19. ໃນນີ້, ໄດ້ມີຕູ້ເກມ ST ກຣຸບ (ຄາຊີໂນ 24 ຊົ່ວໂມງ) ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ຍັງເປີດໃຫ້ບໍລິ ການໃຫ້ລູກຄ້າເຂົ້າມາຫລີ້ນເກມ.

ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມໃຫ້ຢຸດເຊົາ ແລະ ເວລາ 22:00 ໂມງ ພົບເຫັນຮ້ານອິນເຕີເນັດຄາເຟ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ເປີດໃຫ້ບໍລິການ; ເວລາ 21:00 ໂມງ ໄດ້ກັກຕົວໄວໜຸ່ມທ່ຽວເດິກ ຈໍານວນ 3 ຄົນ ຢູ່ເຂດເມືອງສີໂຄດຕະບອງ ນວ ແລະ ໄດ້ກວດລົດຈັກທີ່ພວກຜູ້ກ່ຽວຂີ່ມາ ພົບເຫັນໝາກກາໂພກ (ຊະນິດໝາກບານ) ຈໍານວນ 18 ໜ່ວຍ. ດັ່ງນັ້ນ, ຈຶ່ງໄດ້ນໍາຕົວພວກຜູ້ກ່ຽວເຂົ້າມາກອງພັນປ້ອງກັນເຄື່ອນທີ່ ເພື່ອສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງ. ຕໍ່ມາເວລາ 3:00 ໂມງ ໄດ້ເຮັດບົດບັນທຶກສຶກສາອົບຮົມ ຮ້ານອິນເຕີເນັດຄາເຟ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະ ບອງ ນວ ທີ່ເປີດໃຫ້ບໍລິການ.ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ. ສະເໜີ ມາຍັງຊາວນະຄອນຫລວງວຽງຈັນ ຈົ່ງເປັນຫູເປັນຕາຊ່ວຍກັນ, ຖ້າພົບເຫັນສະຖານທີ່ທຸລະກິດໃດຍັງລະເມີດ ໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ.

ຂໍ້ມູນຈາກ ປກສ

Comments