ກະຊວງ ຍທຂ ແຈ້ງການກ່ຽວກັບການຂົນສົ່ງສິນຄ້າ ແລະ ຢຸດການ ຂົນສົ່ງລະຫວ່າງແຂວງຕໍ່ແຂວງ ບໍ່ອະນຸຍາດໃຫ້ຄົນຂັບລົດມີຜູ້ຊ່ວຍ

ໃນຕອນບ່າຍ ວັນທີ 3 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ລັນ ແສງອາ ພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສະ ບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ກ່ຽວກັບການຂົນສົ່ງໂດຍສານ, ສິນຄ້າຢູ່ ສປປ ລາວ ມີດັ່ງນີ້: I. ຂົງເຂດການຂົນສົ່ງ ທີ່ພວກເຮົາຢຸດຕິຊົ່ວຄາວ ແລະ ຍັງອະນຸຍາດໃຫ້ເປີດບໍລິການລວມທັງມີມາດຕະການຄວບຄຸມຕ່າງໆ ເປັນຕົ້ນ

1). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານ ທາງນ້ຳລະຫວ່າງນະ ຄອນຫລວງວຽງຈັນ ຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ແລະ ແຂວງຫາແຂວງ;

2). ໃຫ້ຢຸດຊົ່ວຄາວການຂົນສົ່ງ ທາງອາກາດ ພາຍໃນປະເທດທຸກເສັ້ນທາງບິນ, ຍົນເວັ້ນຖ້ຽວບິນພິເສດ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໄປຮັບຜູ້ໂດຍສານທີ່ມີພູມລຳເນົາ ເຮັດວຽກປະຈຳຢູ່ນະຄອນຫລວງວຽງຈັນ;

3). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານທາງບົກ ລະຫວ່າງນະຄອນຫລວງວຽງຈັນຫາບັນດາແຂວງ, ແຂວງຫານະຄອນຫລວງວຽງຈັນ ແລະ ແຂວງຫາແຂວງ, ການຂົນສົ່ງໂດຍສານພາຍໃນແຂວງ ແລະ ພາຍໃນນະຄອນຫລວງວຽງຈັນ, ຊຶ່ງລວມມີລົດເມ, ລົດຕູ້, ລົດແທັກຊີ, ລົດສອງແຖວ, ລົດຕຸກໆ, ລົດຈຳໂບ້ ແລະ ລົດຈັກຮັບຈ້າງ;

4). ໃຫ້ຢຸດຕິຊົ່ວຄາວການຂົນສົ່ງໂດຍສານ ທາງລົດໄຟລາວ-ໄທ, ສຳລັບການຂົນສົ່ງສິນຄ້າແມ່ນຍັງອະນຸຍາດ ໃຫ້ສືບຕໍ່ບໍລິການໄດ້ໂດຍໃຫ້ປະຕິບັດມາດຕະການທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກ ແລະ ບັນດາມາດຕະການຂອງທັງສອງຝ່າຍ ຕົກລົງເປັນເອກະພາບກັນຢ່າງເຂັ້ມງວດ. ເວົ້າລວມແລ້ວ, ໃນໄລ ຍະປະຕິບັນຄຳສັ່ງ 15/ນຍ ຖືວ່າການຂົນສົ່ງໂດຍສານແມ່ນໃຫ້ຢຸດຕິຊົ່ວຄາວທັງໝົດ.

II. ຂົງເຂດທີ່ພວກເຮົາອະນຸຍາດໃຫ້ບໍລິການ ພ້ອມມີມາດຕະການການຄວບຄຸມມີ ຄື: ການຂົນສົ່ງສິນຄ້າພາຍໃນປະເທດ ທີ່ເຄື່ອນຍ້າຍຜ່ານບັນດາເມືອງ, ແຂວງ ແລະ ນະຄອນຫລວງວຽງຈັນ ແມ່ນສາ ມາດຂົນສົ່ງສິນຄ້າ, ອາຫານໄປຮອດປາຍທາງ ຫລື ລູກຄ້າໄດ້ຢ່າງເປັນປົກກະຕິ; ການຂົນສົ່ງສິນຄ້າຂາເຂົ້າ, ຂາອອກ, ຜ່ານແດນ ແລະ ນຳເຂົ້າເພື່ອສົ່ງອອກ ປະເພດເຄື່ອງອຸປະໂພກ, ບໍລິໂພກ ແລະ ນຳເຂົ້າທົ່ວໄປ ທີ່ເຂົ້າມາດິນແດນຂອງ ສປປ ລາວ ຕ້ອງນຳສົ່ງສິນຄ້າໄປລົງຈຸດປ່ຽນຖ່າຍ ທີ່ເຈົ້າໜ້າທີ່ກຳນົດຢູ່ດ່ານຊາຍແດນເບື້ອງລາວ, ພາຍຫລັງເອົາສິນຄ້າລົງແລ້ວໃຫ້ຄົນຂັບກັບຄືນທັນທີ; ສ່ວນການຂົນສົ່ງນ້ຳມັນເຊື້ອໄຟ, ສິນຄ້າທາດແຫລວ, ອາຍແກັສ, ຢາງປູທາງ, ສິນຄ້າອັນຕະລາຍວັດຖຸອຸປະກອນ, ເຄື່ອງຈັກຜະລິດເພື່ອມາຮັບໃຊ້ໂຄງການລັດຖະບານ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າ, ເຄື່ອງຊ່ວຍເຫລືອທາງດ້ານອຸປະກອນການແພດ ເພື່ອຮັບມືກັບການລະບາດຂອງພະຍາດ ແລະ ໄພພິບັດ ທີ່ບໍ່ສາມາດປ່ຽນຖ່າຍ ຫລື ມີຄວາມສ່ຽງດ້ານຄວາມປອດໄພໃນການປ່ຽນຖ່າຍ ແມ່ນອະນຸຍາດໃຫ້ລົດຂົນສົ່ງຂອງຕ່າງປະເທດເຂົ້າມາຮອດປາຍທາງໄດ້ ແລະ ພາຍຫລັງເອົາສິນຄ້າລົງແລ້ວໃຫ້ຄົນຂັບລົດກັບຄືນທັນທີ. ການຂົນສົ່ງສິນຄ້າທີ່ກ່າວມານີ້, ຕ້ອງໄດ້ເຮັດໜັງສືຄ້ຳປະກັນທາງດ້ານຄວາມປອດໄພ ຈາກພະຍາດໂຄວິດ-19 ກັບຄະນະສະເພາະກິດປະຈໍາດ່ານສາກົນ, ຊຶ່ງປະກອບ ມີ: (1) ກຳນົດເສັ້ນທາງຂົນສົ່ງ; (2) ກຳນົດຕົ້ນທາງ-ປາຍທາງຂົນສົ່ງສິນຄ້າຢ່າງຊັດເຈນ; (3) ມີໜັງສືຢັ້ງຢືນຂອງສິນຄ້າ ຫລື ຕົວແທນຢູ່ ສປປ ລາວ ຫລື ເຈົ້າຂອງໂຄງການ ທີ່ລະບຸມາດຕະການໃນການກິນ, ຢູ່, ພັກ-ເຊົາ ຂອງຄົນຂັບລົດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

อาจเป็นรูปภาพของ 1 คน, กำลังนั่ง และกำลังยืน

ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ (ຍທຂ) ກ່າວຕື່ມວ່າ: ສ່ວນລົດຂົນສົ່ງສິນຄ້າຜ່ານແດນຂອງ ສປປ ລາວ ເພື່ອຈະໄປປະເທດທີ່ສາມ ຕ້ອງປ່ຽນຖ່າຍສິນຄ້າໃສ່ລົດຂົນສົ່ງຂອງລາວທີ່ເປັນຄູ່ສັນຍາ ຢູ່ຈຸດປ່ຽນຖ່າຍຂາເຂົ້າທີ່ເຈົ້າໜ້າທີ່ກຳນົດ ແລ້ວໃຫ້ລົດຂົນສົ່ງຂອງລາວນັ້ນຂົນສົ່ງຕໍ່ໄປດ່ານຊາຍແດນຂາອອກຕາມສັນຍາ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ແລະ ຕູ້ຄອນແທນເນີເປົ່າຂອງຕ່າງປະເທດທີ່ເປັນຄູ່ສັນຍາ ກັບບໍລິສັດຂົນສົ່ງຂອງ ສປປ ລາວ ສາມາດເຂົ້າມາຮັບເອົາສິນຄ້າ ຢູ່ໃນດິນແດນຂອງ ສປປ ລາວ ເພື່ອສົ່ງອອກໄດ້ ໂດຍຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ. ສຳລັບມາດຕະການຂອງຜູ້ປະກອບການຂົນສົ່ງ ຕ້ອງທຳຄວາມສະອາດສະຖານ ທີ່ຂອງບໍລິສັດ ແລະ ເພີ່ມຄວາມຖີ່ໃນການທຳຄວາມສະອາດເປັນຕົ້ນ: ສີດຢາຂ້າເຊື້ອພະຍາດພາຍໃນຫ້ອງຂັບລົດ ແລະ ຕູ້ບັນຈຸສິນຄ້າ ກ່ອນການບັນຈຸສິນຄ້າໃສ່ລົດແຕ່ລະຄັ້ງ, ພ້ອມທັງກວດວັດອຸນຫະພູມຮ່າງ ກາຍຂອງຄົນຂັບລົດເປັນປະຈຳທຸກມື້ ຖ້າພົບອຸນຫະພູມສູງເກີນ 37,5 ອົງສາ ຕ້ອງປ່ຽນຄົນຂັບລົດ ແລະ ໃຫ້ປະສານຫາພະນັກງານສາທາລະນະສຸກ ເພື່ອນຳສົ່ງໄປສະຖານທີ່ບໍລິການສາທາລະນະສຸກ ທີ່ຢູ່ໃກ້, ພ້ອມທັງແນະນຳໃຫ້ແຍກປ່ຽວໃສ່ຜ້າອັດປາກ-ດັງ, ແຕ່ລະຈຸດຕ້ອງຕິດຕັ້ງບ່ອນລ້າງມືສຳລັບລູກຄ້າ, ຄົນຂັບລົດ ລວມທັງພະນັກງານຈຸດຕ່າງໆ ຂອງສຳນັກງານໃຫ້ມີຄວາມສະດວກ ແລະ ປອດໂປ່ງ, ເອົາໃຈໃສ່ແນະນຳໃຫ້ພະນັກງານທຸກຄົນໄປສັກວັກແຊງປ້ອງກັນໂຄວິດ-19. ນອກຈາກນີ້, ຄົນຂັບລົດຕ້ອງຖືເອກະ ສານຕາມທີ່ກົດໝາຍຂອງ ສປປ ລາວ ໄດ້ກຳນົດໄວ້ຢ່າງຄົບຖ້ວນ ແລະ ການຂົນສົ່ງສິນຄ້າຕ່າງປະເທດ ແມ່ນອະນຸຍາດໃຫ້ມີຄົນຂັບລົດພຽງແຕ່ຄົນດຽວຕໍ່ລົດໜຶ່ງຄັນ ບໍ່ອະນຸຍາດໃຫ້ມີຜູ້ຕິດຕາມ ຫລື ຜູ້ຊ່ວຍໃດໆທັງນັ້ນ ແລະ ຕ້ອງມີໃບຢັ້ງຢືນການກວດຫາເຊື້ອພະຍາດໂຄວິດ-19 ເປັນລົບຢ່າງໜ້ອຍ 72 ຊົ່ວໂມງ ແລະ ສາມາດນຳໃຊ້ໄດ້ 7 ວັນ.

ສະນັ້ນ, ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ກັບການຂົນສົ່ງສິນຄ້າ ຈົ່ງປະຕິບັດຕາມຄຳສັ່ງ 15/ນຍ, ແຈ້ງການ 242/ຍທຂ ຢ່າງເຂັ້ມງວດເປັນເອກະພາບກັນ ຈົນກວ່າຈະມີການແຈ້ງການປ່ຽນ ແປງໃໝ່ ເພື່ອເຮັດໃຫ້ເຈົ້າໜ້າທີ່ສາມາດກວດກາໄດ້ງ່າຍ ແລະ ອຳນວຍຄວາມສະດວກໃຫ້ການຂົນສົ່ງໄປຮອດຈຸດໝາຍປາຍທາງ. ນອກຈາກນີ້, ການສັນຈອນ ໄປ-ມາ ຂອງພົນລະເຮືອນທີ່ອາໃສຢູ່ພາຍໃນບ້ານ, ເມືອງ, ແຂວງ ແລະ ນະຄອນຫລວງ ແມ່ນເຫັນດີ ໃຫ້ປະຕິບັດຕາມມາດຕະການໃນຄຳສັ່ງ 15/ນຍ, ມາດຕະການຄະນະສະເພາະກິດແຂວງ ແລະ ນະຄອນຫລວງ.

Comments