ຫົວໜ້າກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ເຄື່ອນໄຫວຊີ້ນໍາວຽກງານຢູ່ຕາມເຂດຊາຍແດນ ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ

ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວກວດກາຕິດຕາມ, ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ແລະ 242, ກອງບັນຊາການທະຫານ ເມືອງສີໂຄດຕະບອງ ແລະ ກອງຮ້ອຍ 02 ທີ່ຂຶ້ນກັບກອງພັນ 511 ທະຫານນະຄອນຫຼວງວຽງຈັນໃນວັນທີ 4 ພຶດສະພາ 2021.


ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຮັບຟັງການລາຍງານຈຸດພິເສດ ແລະ ທີ່ຕັ້ງສະພາບການເຄື່ອນໄຫວຈັດຕັ້ງຕິບັດວຽກງານການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດ ຂອງພະຍາດໂຄວິດ-19 ຈາກຄະນະບັນຊາແຕ່ລະກົມກອງ, ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ຄະນະບັນຊາແຕ່ລະກົມກອງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງເລກ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບຕ້ານກັບພະຍາດໂຄວິດ- 19 ໃຫ້ເຂັ້ມງວດ, ສືບຕໍ່ເຮັດໜ້າ ທີ່ການເມືອງຂອງກົມກອງໃນການຕິດຕາມກວດກາບໍລິເວນຊາຍແດນຕາມຂອບເຂດຮັບຜິດຊອບຂອງຕົນຢ່າງໃກ້ຊິດ ໂດຍຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວປ້ອງກັນເວນຍາມທາງນໍ້າ ແລະ ທາງບົກ ຕະຫຼອດ 24 ຊົ່ວໂມງ ຢ່າງເຄັ່ງຄັດ.

ປະສານສົມທົບກໍາແໜ້ນກັບກຳລັງທຸກພາກສ່ວນອ້ອມຂ້າງທີ່ກ່ຽວຂ້ອງ ໃນຂອບເຂດທີ່ຕົນຮັບຜິດຊອບ ເຮັດໜ້າທີ່ເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນລັກລອບຂ້າມຕາມບໍລິເວນ ຊາຍແດນໂດຍບໍ່ໄດ້ຮັບ ອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຢ່າງເດັດຂາດ ຈົ່ງພ້ອມກັນຕັ້ງໜ້າເຮັດ ສໍາເລັດໜ້າທີ່-ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອຮັບປະກັນການສະກັດກັ້ນ ແລະ ຕ້ານການແຜ່ລະລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.SlideSlideSlide


ຂ່າວ-ພາບ: ແສງດາລາ ໄຊຍະລາດ ນັກຂ່າວທະຫານນະຄອນຫຼວງວຽງຈັນ

Comments