ທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 90% ຄາດວ່າເປີດໃຫ້ບໍລິການ ໃນເດືອນທັນວາ 2021….

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ໜ້າວຽກໂດຍລວມ ແມ່ນສຳເລັດແລ້ວກວ່າ 90%; ໃນນັ້ນ, ສະເພາະການປູລາງລົດໄຟ ແມ່ນສຳເລັດແລ້ວ 166,6 ກິໂລແມັດ, ເທົ່າກັບ 40%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ໂດຍແມ່ນກຸ່ມບໍລິສັດວິສະວະກຳທາງລົດໄຟ ເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງ ແລະ ຕິດຕັ້ງປູລາງລົດໄຟ.

China Railways CRH5 at Qinhuangdao Railway Station « Inhabitat – Green  Design, Innovation, Architecture, Green Building

ສ່ວນໜ້າວຽກການຜະລິດໝອນຮອງລາງລົດໄຟ ໂດຍແມ່ນກຸ່ມບໍລິສັດ ທາງລົດໄຟເລກທີ 15 ເປັນຜູ້ຮັບເໝົາຜະລິດ, ມາຮອດປັດຈຸບັນ ການຜະລິດສຳເລັດແລ້ວ 60% ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນທ້າຍເດືອນເມສາ 2021 ແລະ ຄາດວ່າ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດຈະສຳເລັດ ແລະ ເປີດໃຫ້ບໍລິການຈະລາຈອນ ໃນເດືອນທັນວາ 2021.

ທ່ານ ຫລີ ລົງເຊິງ (Li Long Cheng) ຫົວໜ້າວິສະວະກອນ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ລາຍງານໃຫ້ຮູ້ ໃນໂອກາດທີ່ສື່ມວນຊົນລາວ ລົງເຄື່ອນໄຫວຢ້ຽມຢາມ ໃນວັນທີ 4 ພະຈິກ 2020 ນີ້ວ່າ: ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງລົດໄຟ ທັງໝົດ 411 ກິໂລແມັດ, ແຕ່ບໍ່ເຕ່ນ-ນະຄອນຫລວງວຽງຈັນ, ເຊື່ອມຈອດລາງເຫລັກ ຈາກ 25 ແມັດ ເປັນລາງຍາວ 500 ແມັດ ແລະ ຂົນສົ່ງວັດສະດຸລາງລົດໄຟ, ໝອນຮອງລາງ, ຈັດແຈງ ລາງລົດໄຟ ແລະ ຕິດຕັ້ງປູລາງລົດໄຟ ເຊິ່ງມື້ໜຶ່ງສາມາດປູລາງໄດ້ 1,5 ກິໂລແມັດ, ສາມາດສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວໄດ້ 800 ກວ່າຄົນ.

ພ້ອມດຽວກັນນັ້ນ, ທ່ານ ຈາວ ຢູ ທິງ (Zhao Yu Ting) ຜູ້ອຳນວຍການກຸ່ມບໍລິສັດ ທາງລົດໄຟເລກທີ 15 ລາຍງານໃຫ້ຮູ້ວ່າ: ກຸ່ມບໍລິສັດ ທາງລົດໄຟເລກທີ 15 ແມ່ນວິສາຫະກິດທຳອິດ ທີ່ຜະ ລິດໝອນຮອງລາງລົດໄຟ ທີ່ຖືກມາດຕະຖານ ໃນ ສປປ ລາວ, ເລີ່ມຕົ້ນດຳເນີນການຜະລິດ ມາແຕ່ຕົ້ນເດືອນມັງກອນ 2020, ຮັບເໝົາຜະລິດໝອນຮອງລາງທັງໝົດ 8 ແສນທ່ອນ ແລະ ໝອນສັບລາງ 259 ຊຸດ ເພື່ອສົ່ງຕໍ່ໃຫ້ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ນຳໃຊ້ເຂົ້າໃນເສັ້ນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ນະຄອນຫລວງວຽງຈັນ), ມາຮອດປັດຈຸບັນ ສາມາດຜະລິດໄດ້ 6 ແສນກວ່າທ່ອນ ເຊິ່ງມື້ໜຶ່ງ ສາມາດຜະລິດໄດ້ 2-3 ພັນທ່ອນ, ສາມາດສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວ 180 ກວ່າຄົນ.

Comments