ລັດຖະບານປະກາດຕັດງົບປະມານ ໂຄງການທີ່ລັດຖະບານລົງທຶນ ເພື່ອຮັກສາສະພາບຄ່ອງດ້ານການເງິນ ໂດຍລັດຖະບານ ຈະພິຈາລະນາພຽງແຕ່ໂຄງການທີ່ສຳຄັນ ແລະ ຈຳເປັນ ໃນການລົງທຶນເທົ່ານັ້ນ ເພື່ອຫຼີກລ້ຽງໜີ້ສິນທີ່ບໍ່ສາມາດຄຸ້ມຄອງໄດ້. ໂຄງການໃໝ່ທີ່ລັດຈະພິຈາລະນາມີ: ການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ, ການພັດທະນາສີມືແຮງງານ, ການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ແລະ ການພັດທະນາຜະລິດຕະພັນກະສິກຳ ເພື່ອການສົ່ງອອກ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ກ່ຽວກັບບັນຫາທີ່ວ່າເປັນຫຍັງລັດຖະບານຈຶ່ງໃຫ້ບຸລິມະສິດແກ່ບັນດາໂຄງການພັດທະນາ ໃນວາລະກອງປະຊຸມຂອງສະພາແຫ່ງຊາດ. ຊຶ່ງທ່ານໄດ້ກ່າວວ່າ: ບັນດາໂຄງການຖືກຈຳກັດຫຼາຍຍ້ອນວ່າ “ພວກເຮົາຕ້ອງຈຳກັດຈຳນວນໂຄງການໃໝ່ທີ່ບໍ່ຈຳເປັນ ເພື່ອປ້ອງກັນການສ້າງໜີ້ສິນຊຳເຮື້ອ, ແລະ ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງທາງການເງິນທີ່ລັດຖະບານມີຢູ່” ໃນ5 ປີຕໍ່ໜ້າ. ສຳລັບງົບປະມານທີ່ໄດ້ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບທຶນຈາກລັດ ຈະເພີ່ມຂຶ້ນພຽງແຕ່ 10-15% ເທົ່ານັ້ນ.

ໃນປີນີ້, ລັດຖະບານໄດ້ແບ່ງປັນງົບປະມານ 3,9 ພັນຕື້ກີບໃ ຫ້ແກ່ໂຄງການຕ່າງໆທີ່ສະໜັບສະໜູນລັດ, ໃນນັ້ນມີ 2 ພັນຕື້ກີບ ແມ່ນມາຈາກການລົງທຶນພາກປົກກະຕິ. ແຕ່ໃນປີໜ້າ, ມີພຽງແຕ່ 1,3 ພັນຕື້ກີບເທົ່ານັ້ນ ທີ່ຈະໄດ້ຮັບການແບ່ງປັນງົບປະມານພາກປົກກະຕິ ໃນການລົງທືນຂອງລັດຈະມີພຽງແຕ່ 700 ຕື້ກີບ ທີ່ໄດ້ປະຕິບັດໃນປີ 2020 ໃຫ້ໄດ້ຮັບການເບີກຈ່າຍໃນປີ 2021.
ໂຄງການທີ່ບໍ່ຈຳເປັນ ບາງໂຄງການຈະຖືກໂຈະ ດ້ວຍຄວາມພະຍາຍາມຂອງລັດຖະບານໃນການຄວບຄຸມລາຍຈ່າຍ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ເກີດຄວາມກັງວົນໃຈພາຍໃນສະພາແຫ່ງຊາດກ່ຽວກັບເປົ້າໝາຍຕ່າງໆ ທີ່ລັດຖະບານປະຕິບັດສຳເລັດໃນໄລຍະ 5 ປີຕໍ່ໜ້າ, ຍ້ອນວ່າງົບປະມານທີ່ຫຼຸດລົງ ໃນບັນດາໂຄງການທີ່ໄດ້ຮັບທຶນຈາກລັດໃນທົ່ວປະເທດ.

ຄຳຊັກຖາມຂອງບັນດາສະມາຊິກສະພາ ຕໍ່ທ່ານ ສອນໄຊ ສີພັນດອນ ກ່ຽວກັບການຄຸ້ມຄອງໂຄງການໃໝ່ ຂອງລັດຖະບານໃນການລົງທືນຂອງລັດ ແລະ ແຫຼ່ງທຶນເພື່ອທົດແທນໜີ້ສິນ
ທ່ານໄດ້ຊີ້ແຈງຕໍ່ສະພາວ່າ: ທຸກອົງການຈັດຕັ້ງຂອງລັດຖະບານໄດ້ປະຕິບັດຕາມກົດໝາຍ ແລະທຸກໆໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກລັດແມ່ນຕ້ອງໄດ້ຜ່ານຂັ້ນຕອນການປະມູນກ່ອນ ແລະ ລັດຖະບານ ກຳລັງພະຍາຍາມສະກັດກັ້ນໂຄງການທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຈຳ ເປັນ ຊຶ່ງບໍ່ໄດ້ຮັບປະກັນຜົນຕອບແທນທາງເສດຖະກິດ.

ເນື່ອງຈາກປະເທດລາວໄດ້ປະສົບກັບການຂາດດຸນງົບປະມານມາເປັນເວລາຫລາຍປີ, ພາໃຫ້ເກີດພາລະໜີ້ສິນເພີ່ມຂື້ນ. ຄວາມເຄັ່ງຕຶງດ້ານງົບປະມານໄດ້ບັງຄັບໃຫ້ລັດຖະບານຄວບຄຸມການໃຊ້ຈ່າຍ ແລະ ປ້ອງກັນບໍ່ໃຫ້ປະເທດຖືກດຶງເຂົ້າໄປໃນໜີ້ສິນຊໍາເຮື້ອ. ໃນໄລຍະທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຄຳສັ່ງຫ້າມຊື້ພາຫະນະໃໝ່ ເພື່ອນຳໃຊ້ເຂົ້າໃນການບໍລິຫານລັດ, ຊຶ່ງເປັນສ່ວນໜຶ່ງຂອງນະໂຍບາຍແຫ່ງຊາດ. ໃນຄະນະດຽວກັນ ເສດຖະກິດກໍປະສົບກັບໂລກລະບາດ ໂຄວິດ-19 ເຮັດໃຫ້ການເກັບລາຍໄດ້ຊ້າລົງ, ສົ່ງຜົນກະທົບຕໍ່ຄວາມສາມາດດ້ານການບໍລິຫານໜີ້ສິນຂອງລາວ ແລະ ຂະແໜງ ເສດຖະກິດທີ່ສຳຄັນ. ລັດຖະບານຄາດຄະເນວ່າເສດຖະກິດຂອງລາວຈະຂະຫຍາຍຕົວພຽງແຕ່ 3.3% ໃນປີນີ້ ເນື່ອງຈາກການສັ່ງປິດໃນການເດີນທາງເປັນເວລາດົນ ເພື່ອປ້ອງກັນການແຜ່ລະບາດຂອງ Covid-19. ແລະ ລັດຖະບານຈະບໍ່ກູ້ຢືມເງິນຈາກຕ່າງປະເທດອີກຕໍ່ໄປ ເພື່ອແກ້ໄຂບັນຫາການຂາດດຸນງົບປະມານ. ເງິນກູ້ຈະຖືກຈ່າຍອອກໄປ ເພື່ອທົດແທນຕົ້ນທຶນກ່ຽວກັບເງິນກູ້ທີ່ມີຢູ່ແລ້ວ ເມື່ອຮອດເວລາທີ່ຕ້ອງໃຊ້ໜີ້.
ແຫຼ່ງຂໍ້ມູນ: ວຽງຈັນທາຍ