ອົງຄະນະພັກກະຊວງການຕ່າງປະເທດ ໄຂກອງປະຊຸມໃຫຍ່ ຄັ້ງທີ IV….

ກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ພະຈິກ 2020, ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຜ່ານບົດລາຍງານການເມືອງ ເພື່ອສະຫລຸບຕີລາຄາຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງ ປະເທດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ ຄະນະພັກ-ຄະນະນໍາກະຊວງການຕ່າງ ປະເທດ ໄດ້ເດັດດ່ຽວເສີມຂະຫຍາຍ ມູນເຊື້ອປະຕິວັດ ແລະ ເຊີດຊູຄວາມຮັບຜິດຊອບ ໃນການນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ ແລະ ການຊີ້ນໍາ ຂອງກົມການເມືອງສູນກາງພັກ ມາຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງສືບຕໍ່ເຄື່ອນໄຫວວຽກງານຢູ່ໃນທ່າບຸກໂດຍຍຶດໝັ້ນຕາມແນວທາງນະໂຍບາຍການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນ ສະເໝີປາຍ; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບ ຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕຂອງກັນ ແລະ ກັນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກ ຮັກສາ ແລະ ພັດທະນາປະເທດຊາດ”.
ຄະນະພັກ-ຄະນະນໍາກະຊວງການຕ່າງ ປະເທດ ຍັງປະຕິບັດຕາມທິດນໍາເພີ່ມມິດ ຫລຸດຜ່ອນສັດຕູ, ທັງຕໍ່ສູ້ທັງຍາດແຍ່ງ ເຮັດໃຫ້ການພົວພັນຮ່ວມມືສາກົນສືບຕໍ່ໄດ້ຮັບການເປີດກວ້າງ, ເພື່ອນມິດຂອງ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ສາມາດປະກອບສ່ວນເຂົ້າ ໃນການສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນຄວາມໝັ້ນຄົງຂອງລະບອບ, ຮັກສາໄດ້ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສາມາດຂົນຂວາຍຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫລືອຈາກສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຊຶ່ງເຮັດໃຫ້ບົດບາດ ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດທັງໝົດ 143 ປະເທດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 5 ປະເທດ, ມີສາຍພົວພັນກັບ 139 ພັກການເມືອງ ຈາກ 85 ປະເທດໃນໂລກ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ 40 ແຫ່ງ, ແຈກຢາຍຢູ່ 27 ປະເທດ ໃນໂລກ; ໃນນັ້ນ ປະກອບມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ ແລະ ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ 17 ປະເທດ.
ໃນ 5 ປີຜ່ານມາ ໄດ້ສ້າງຕັ້ງສະຖານກົງສຸນໃຫຍ່ເພີ່ມ 2 ແຫ່ງ ຄື: ຢູ່ ນະຄອນຊາງຊາ, ສປ ຈີນ ແລະ ແຂວງຊຽງແຕງ ຣາຊະອານາຈັກ ກໍາປູເຈຍ. ມາຮອດປັດຈຸບັນ ມີສະຖານທູດຂອງຕ່າງປະເທດ ປະຈຳຢູ່ ສປປ ລາວ 28 ແຫ່ງ, ສະຖານກົງສຸນໃຫຍ່ 6 ແຫ່ງ, ອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະ ບານ 18 ອົງການ ແລະ ມີກົງສຸນກິດຕິມະສັກ 18 ປະເທດ ປະຈໍາຢູ່ ສປປ ລາວ. ອົງຄະນະພັກກະຊວງການຕ່າງປະເທດ ປະກອບດ້ວຍ 1 ຄະນະພັກຮາກຖານ ແລະ ມີ 57 ໜ່ວຍພັກເອກະລາດຂຶ້ນກັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ມີສະມາຊິກພັກພະນັກງານກະຊວງການຕ່າງປະເທດທັງໝົດ 785 ສະຫາຍ (ຍິງ 208 ສະຫາຍ) ກວມເອົາ 79% ຂອງຈໍານວນລັດຖະກອນຂອງກະຊວງທັງໝົດ. ນອກນີ້, ອົງຄະນະພັກກະຊວງການຕ່າງປະເທດ ຍັງໄດ້ຮັບຜິດຊອບຄຸ້ມຄອງສະມາຊິກພັກ ຈາກຂະແໜງການອື່ນທີ່ປະຕິບັດໜ້າທີ່ ຢູ່ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 109 ສະຫາຍ, ຍິງ 11 ສະຫາຍ ແລະ ຄຸ້ມຄອງສະມາຊິກພັກ-ນັກສຶກສາລາວ ຢູ່ຕ່າງປະເທດ 1.685 ສະຫາຍ, ຍິງ 314 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຮອງເອົາແຜນການເຄື່ອນໄຫວຊີ້ນຳໆພາໃນໄລຍະ 5 ປີ ຕໍ່ໜ້າ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານພັກກະຊວງການຕ່າງປະ ເທດຊຸດໃໝ່ ນຳດ້ວຍ.

ແຫຼ່ງຂໍ້ມູນ: ຂປລ

Comments