ທາບທາມບຸກຄະລາກອນ ຮອບທີ I ຂອງກະຊວງ ຖວທ……

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບ ທາມບຸກຄະລາກອນຂຶ້ນ ໃນວັນທີ 5 ພະຈິກ 2020, ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຮອບທີ I, ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ຖວທ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນຜ່ານມາດຕະຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ແມ່ນເຫດການການເມືອງທີ່ສຳຄັນຂອງພັກ ເຊິ່ງເປັນການຍົກສູງບົດບາດຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເປັນໜຶ່ງໃນບັນດາການເລັ່ງທວງອັນຮີບດ່ວນ ທັງເປັນໜ້າທີ່ແຖວໜ້າ ແລະ ເປັນໜ້າທີ່ໃຈກາງຂອງວຽກງານການປັບປຸງການຈັດຕັ້ງພັກ, ກົງຈັກການຈັດຕັ້ງລັດ ແລະ ບຸກຄະລາກອນ.

ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X, ຄຳສັ່ງ ແລະ ບົດແນະນຳຂອງສູນກາງພັກ ກ່ຽວກັບການດຳເນີນກອງປະຊຸມສາມຂັ້ນ ຂອງບັນດາຮາກຖານພັກ ໃນຂອບເຂດທົ່ວປະເທດນັ້ນ, ໄດ້ມີການດຳເນີນຢ່າງເປັນຂະບວນຟົດຟື້ນ ເຊິ່ງອົງຄະນະພັກກະຊວງ ຖວທ ພວກເຮົາ ກໍໄດ້ມີການກະກຽມດຳເນີນເນື້ອໃນ, ບຸກຄະບາກອນ ແລະ ດ້ານອື່ນໆ;

ສຳລັບການເປີດການທາບທາມເອົາບຸກຄະລາກອນມື້ນີ້ ກໍເພື່ອລົງສະໝັກຮັບເລືອກຕັ້ງ ເປັນຄະນະບໍລິຫານງານພັກກະຊວງຊຸດໃໝ່ ຮອບທີ 1 ເຊິ່ງສະມາຊິກພັກ ໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນຂອງຕົນ ເພື່ອຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນຕາມການກຳນົດໄວ້ ຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ວ່າດ້ວຍມາດຖານພະນັກງານນຳພາຄຸ້ມຄອງ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 04/ຄລສພ

ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງພັກ ເລກທີ 784/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດການະກຽມດຳເນີນ ກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫລວງ, ອົງຄະນະພັກເມືອງ-ນະຄອນ ແລະ ບັນດາຮາກຖານພັກ ໃນຂອບເຂດທົ່ວປະເທດ.

ແຫຼ່ງຂໍ້ມູນ: ວສລ

Comments