ສະພາ ສະເໜີ ໄອຍະການ-ສານປະຊາຊົນສູງສຸດ ເອົາໃຈໃສ່ແກ້ໄຂບັນຫາທີ່ປະຕິບັດບໍ່ທັນໄດ້….

ວາລະດຳເນີນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພະຈິກ 2020; ທ່ານນາງ ບົວຄຳ ທິບພະວົງ ປະທານກຳມະທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການຈຸດສຸມ ປີ 2021 ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງສຸດ.

ໂດຍລວມແລ້ວຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ຜົນສຳເລັດການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໃນໄລຍະຜ່ານມາ ແຕ່ຍັງມີບາງບັນຫາທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊັກຊ້າ ແລະ ບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການຖະແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 2020, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ໃນທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະເໜີຄັດຄ້ານ.

ການຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ຕາມຕົວຈິງ ແລະ ສອດຄ່ອງຕາມກົດໝາຍ, ບາງກໍລະນີ ການກະທໍາ ຂອງຜູ້ຖືກຫາ ຄົບອົງປະກອບຂອງການກະທໍາຜິດທາງອາຍາ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງ ກົດໝາຍອາຍາ ແຕ່ຖືກຊັດມ້ຽນຄະດີ, ກົງກັນຂ້າມບາງກໍລະນີ ຂາດອົງປະກອບຂອງການກະທໍາຜິດທາງອາຍາ ແຕ່ພັດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕັດສິນ ເປັນຕົ້ນ ຄະດີລະເມີດກົດຈາລະຈອນພາໃຫ້ເກີດອຸປະຕິເຫດ ແລະ ການສໍ້ໂກງຊັບ. ການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ໃນການນໍາໃຊ້ບັນດາມາດຕະການສະກັດກັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ປີ 2017 ຍັງເຫັນວ່າມີການລະເມີດກົດໝາຍ ຈໍານວນໜຶ່ງ ແຕ່ບໍ່ທັນໄດ້ມີວິທີການແກ້ໄຂ ຢ່າງເຂັ້ມງວດ; ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາຊົນ ຈໍານວນໜຶ່ງຍັງບໍ່ທັນສູງ ຍັງມີການລະເມີດກົດໝາຍ ແລະ ຖືກປະຕິບັດວິໄນ; ກົນໄກການປະສານສົມທົບ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຮັດໃຫ້ການແກ້ໄຂຄະດີ ຈໍານວນໜຶ່ງ ຍັງບໍ່ທັນມີຄວາມເປັນເອກະພາບ ແລະ ມີການກ້າວກ່າຍສິດ, ໜ້າທີ່ ເຊິ່ງກັນ ແລະ ກັນ.

ສຳລັບສານປະຊາຊົນສູງສຸດ ຄະນະປະຈຳສະພາແຫ່ງຊາດສະເໜີບາງຄຳເຫັນວ່າ: ການຄຸ້ມຄອງບໍລິຫານສານ ແລະ ການຄົ້ນຄວ້າແກ້ໄຂຄະດີທີ່ເຂົ້າມາສານ ແຕ່ລະຂັ້ນຍັງຊັກຊ້າ, ຄໍາຕັດສິນແລະ ຄໍາພິພາກສາ ຍັງມີຂໍ້ບົກຜ່ອງຈໍານວນໜຶ່ງ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ຂອງສານປະຊາຊົນ ແລະ ສານທະຫານ ປະຕິບັດໄດ້ພຽງແຕ່ 58,71%, ທຽບໃສ່ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແມ່ນບໍ່ບັນລຸໄດ້ຕາມຄາດໝາຍ ທີ່ໄດ້ກໍານົດໄວ້ 85%. ສ່ວນການຕີລາຄາປະເມີນຜົນ ຜູ້ພິພາກສາດີ-ເກັ່ງ ບໍ່ທັນແທດເຖິງ, ບໍ່ທັນໄດ້ລົງເລິກຕີລາຄາການປະຕິບັດ ສິດ ແລະ ໜ້າທີ່ ຂອງຜູ້ພິພາກສາ ຕາມກົດໝາຍກໍານົດໄວ້, ຍັງມີຜູ້ພິພາກສາ ຈໍານວນໜຶ່ງ ຖືເບົາຕໍ່ຄວາມຮັບຜິດຊອບການເມືອງ, ຈັນຍາບັນ, ຈັນຍາທໍາ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ບໍ່ຮອບດ້ານ, ພາວະວິໄສ, ຫລົບໄປ, ຫລົບມາຫລາຍຄັ້ງ, ມີການຮ້ອງຂໍຄວາມເປັນທໍາຫາຫລາຍພາກສ່ວນ; ໃນຂະນະທີ່ ການສ້າງ, ປັບປຸງ ກົດຫມາຍ ແລະ ນິຕິກໍາໃຕ້ກົດໝາຍ ຍັງບໍ່ທັນບັນລຸຕາມຄາດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ບໍ່ທັນສໍາເລັດຕາມແຜນການທີ່ວາງໄວ້.

ແຫຼ່ງຂໍ້ມູນ: ຂປລ

Comments