20 ພາກສ່ວນ ຮ່ວມວາງສະແດງຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ຕໍ່ການພັດທະນາການທ່ອງທ່ຽວຂອງອາຊຽນ….

ການຖະແຫຼງຂ່າວ ກ່ຽວກັບການກະກຽມງານວາງສະແດງ ແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ); ຜູ້ຕາງໜ້າຈາກອົງການ GIZ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ຖະແຫຼງວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້, ເພື່ອນຳສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໃຫ້ບັນດາທຸລະກິດການທ່ອງທ່ຽວເປັນຕົ້ນແມ່ນ ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈຳໜ່າຍເຄື່ອງຫັດຖະກຳ ແລະ ກະສິກຳ ແລະ ການນຳໃຊ້ພະລັງງານທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ຂອງ ສປປ ລາວ ໂດຍສະເພາະແມ່ນເປົ້າໝາຍທີ 12 ການຜະລິດ ແລະ ການບໍລິໂພກ ທີ່ມີຄວາມຮັບຜິດຊອບ. ຊຶ່ງໄດ້ກຳນົດໃນຕົວຊີ້ບອກຂອງກະຊວງ ຖວທ, ຮອດປີ 2025 ທຸລະກິດທ່ອງທ່ຽວ ສປປ ລາວ ບັນດາສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ ຫຼຸດຜ່ອນການນຳໃຊ້ອຸປະກອນພຣາສຕິກ ແລະ ກ່ອງໂຟມຫຼາຍກວ່າ 50%, ເພື່ອໂຄສະນາອາຊຽນເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ; ເປັນເວທີພົບປະແລກປ່ຽນຢູ່ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ.

ພາຍໃນງານຈະມີວາງສະແດງ ແລະ ງານສຳມະນາທາງໄກໂດຍຜ່ານລະບົບອອນລາຍ; ງານສຳມະນາຫົວຂໍ້ ແລະ ງານແຂ່ງຂັນປຸງແຕ່ງອາຫານລາວ; ຊຶ່ງມີພາກສ່ວນຮ່ວມວາງສະແດງທາງໄກຈຳນວນທັງໝົດ 20 ພາກສ່ວນ. ໃນນີ້ ສປປ ລາວ ມີ 2 ຫ້ອງ, ສສ ຫວຽດນາມ 5 ຫ້ອງ, ອິນໂດເນເຊຍ 3 ຫ້ອງ, ສິງກະໂປ 2 ຫ້ອງ, ມາເລເຊຍ 1 ຫ້ອງ, ໄທ 4 ຫ້ອງ, ອົດສຕາລີ 1 ຫ້ອງ, ຝຣັ່ງ 1 ຫ້ອງ ແລະ ສະເປນ 1 ຫ້ອງ; ໃນເວທີສົນທະນາ ແລະ ງານສຳມະນາ ຈະມີນັກວິທະຍາກອນຕາງໜ້າຈາກກອງເລຂາອາຊຽນ; ຕາງໜ້າຈາກພາກລັດ ແລະ ພາກທຸລະກິດໃນອຸດສະຫະກຳການທ່ອງທ່ຽວຈາກບັນດາປະເທດສະມານຊິກອາຊຽນ ແລະ ຊ່ຽວຊານຈາກພາກພື້ນ.

ສຳລັບຜະລິດຕະພັນທີ່ນຳມາວາງສະແດງແມ່ນຕົວຢ່າງທີ່ພົ້ນເດັ່ນໃນທຸລະກິດການທ່ອງທ່ຽວເຊັ່ນ: ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ໂຄງການຕ່າງໆ; ຜະລິດຕະພັນອິນຊີ ແລະ ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ; ເຕັກໂນໂລຊີການຜະລິດ ແລະ ການນຳໃຊ້ຄືນໃໝ່; ລະບົບນ້ຳ ແລະ ພະລັງງານທີ່ເປັນມິດກັບສິ່ງແວດລ້ອມ ແລະ ຜະລິດຕະພັນສີມືແຮງງານ. ງານຄັ້ງນີ້, ທຸກພາກສ່ວນເຂົ້າຮ່ວມໂດຍຜ່ານການລົງທະບຽນບໍ່ເສຍຄ່າ ແລະ ບໍ່ຈຳກັດຈຳນວນຜູ້ເຂົ້າຮ່ວມ ສຳລັບຜູ້ເຂົ້າຮ່ວມວາງສະແດງແມ່ນບໍ່ເສຍຄ່າ. ຜູ້ເຂົ້າຮ່ວມສາມາດເຂົ້າເຖິງຂໍ້ມູນລາຍລະອຽດຂອງຜະລິດຕະພັນ ສາມາດສອບຖາມຂໍ້ມູນກັບຜູ້ວາງສະແດງໄດ້. ງານວາງສະແດງດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 5 ຫາ 7 ພະຈິກ 2020 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments