Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ຂອງ USA ໂດຍມີຄະແນນສູງເປັນຄັ້ງປະຫວັດສາດ…

ຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມລິກາ ປີ 2020 ຍັງບໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ ແລະ ເຫັນໄດ້ຊັດເຈນວ່າ Joe Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ເຖິງບໍ່ທັນມີການປະກາດຢ່າງເປັນທາງການ ແຕ່ການນັບຄະແນນສໍາເລັດແລ້ວ 89%. ໃນວັນທີ 5 ພະຈິກ 2020 ນີ້ ຜົນປະກົດໄດ້ຊັດເຈນວ່າ Joe Biden ຈາກພັກ ເດໂມແຄັດ ອະດີດຮອງປະທານາທິບໍດີ 2 ສະໄໝ ຂອງ Barack Obama ມີແນວໂນ້ມທີ່ຈະຊະນະໄດ້ສູງ ແລະ ເຮັດໃຫ້ Donald Trump ຕົກຈາກຕຳແໜ່ງໃນທຳນຽບຂາວ ເນື່ອງຈາກການນັບຄະແນນສຽງໃນຊ່ວງ 2 ວັນທຳອິດມີເຫດໃຫ້ລຸ້ນຄະແນນນັບເປັນນາທີຕໍ່ນາທີກັບໄປກັບມາໄປຕາມໆກັນ.

Trump aims for an upset over Biden in Minnesota | US & Canada | Al Jazeera

ບາງເວລາ Trump ມີຄະແນນນຳ ແລະ ບາງເວລາ Biden ກັບມາມີຄະແນນແຊງຂຶ້ນໄປ, ຫຼ້າສຸດ Biden ອອກມາສະແດງຄວາມເຊື່ອໝັ້ນວ່າຕົນເອງຈະຊະນະການເລືອກຕັ້ງ ເມື່ອທຽບກັບຄະແນນທີ່ມີຢູ່ ພ້ອມສະແດງຈຸດຢືນທີ່ລົງສະໝັກໃນນາມພັກ ເດໂມແຄັດ ແຕ່ກໍພ້ອມທີ່ຈະບໍລິຫານປະເທດໃນຖານະປະທານາທິບໍດີຂອງຄົນອາເມລິກາທຸກຝ່າຍ. Biden ຍັງສ້າງສະຖິຕິໃໝ່ກາຍເປັນຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຂອງສະຫະລັດທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດຄັ້ງປະຫວັດສາດ ໂດຍນັບຈາກເວລາ 14 ໂມງ ຂອງວັນທີ 5 ຜ່ານມາ ເຂົາໄດ້ຄະແນນສຽງໄປແລ້ວ 72.0125.883 ຄະແນນ ເທົ່າກັບ 50,35% ຂອງຈຳນວນບັດເລືອກຕັ້ງທັງໝົດ ທຳລາຍສະຖິຕິຂອງ Barack Obama ທີ່ເຄີຍໄດ້ຮັບຄະແນນສຽງພຽງ 69.498.516 ຈາກການເລືອກຕັ້ງໃນປີ 2008 ທີ່ຜ່ານມາ ໃນຂະນະທີ Trump ເອງມີຄະແນນສຽງຢູ່ທີ 68.780.928 ເທົ່າກັບ 48,02% .

2020 Election: Celebrities Voting for Trump and Biden | PEOPLE.com

ເຖິງຢ່າງໃດກໍຕາມ ລະບົບການເລືອກຕັ້ງຂອງສະຫະລັດຜູ້ທີ່ໄດ້ຄະແນນນິຍົມສູງສຸດບໍ່ໄດ້ກະລັນຕີວ່າ ຈະໄດ້ນັ່ງຕັ່ງປະທານາທິບໍດີ ເພາະລະບົບການເລືອກຕັ້ງຂອງສະຫະລັດຈະຕັດສິນກັນທີ່ຈຳນວນຜູ້ແທນຄະນະເລືອກຕັ້ງ ທີ່ຈະໄປລົງຄະແນນເລືອກຕັ້ງຜູ້ນຳປະເທດອີກເທື່ອໜຶ່ງ ແລະ ເບິ່ງຈາກຄະແນນໃນຕອນນີ້ຜູ້ແທນຄະນະເລືອກຕັ້ງ Biden ໄດ້ໄປ 264 ຄະແນນ ສ່ວນ Trump ມີຄະແນນຢູ່ທີ່ 214. ໃນ 4 ປີກ່ອນ, ນາງ Hilary Clinton ຈາກພັກ ເດໂມແຄັດ ເຄີຍໄດ້ຮັບຄະແນນຫຼາຍກວ່າ Trump ເຖິງ 2.8 ລ້ານຄະແນນ ແຕ່ກໍຕ້ອງພ່າຍແພ້ໃຫ້ກັບຈຳນວນຜູ້ແທນຄະນະເລືອກຕັ້ງໃນແຕ່ລະລັດ ລວມແລ້ວ Trump ໄດ້ໄປ 304 ຄະແນນ ຕໍ່ Clinton 227 ຄະແນນ.

ໃນຄະນະດຽວກັນ Donald Trump ບໍ່ຍອມຮັບຜົນການນັບຄະແນນສຽງເລືອກຕັ້ງໃນຄັ້ງນີ້ ໂດຍສະເພາະຈາກບັດຄະແນນເລືອກຕັ້ງຜ່ານລະບົບໄປສະນີ ຊຶ່ງເປັນຕົວແປທີ່ສຳຄັນທີ່ເຮັດໃຫ້ Biden ກັບມາມີຄະແນນນຳໃນຫຼາຍລັດ ເພາະຖານຄົນອອກຄະແນນສຽງກຸ່ມນີ້ ເປັນຂອງພັກ ເດໂມແຄັດ ເຮັດໃຫ້ຄະແນນຫ່າງຈາກ Trump ໄປອີກ ໂດຍທ່ານໄດ້ກ່າວໃນທະວິດເຕີວ່າ: “ຈົ່ງຢຸດນັບຄະແນນ!” ຊຶ່ງບັນດາລັດເປັນຕົວປ່ຽນສຳຄັນ ຍັງນັບນັບຄະແນນຈາກບັດເລືອກຕັ້ງທີ່ສົ່ງເຂົ້າມາຍັງບໍ່ທັນໝົດ ຄືລັດ ເພນຊິລເວເນຍ ຊຶ່ງເປັນໜຶ່ງໃນລັດ Swing State ທີ່ທັງ 2 ລັດບໍ່ມີໃຜເປັນເຈົ້າຂອງຄະແນນສຽງຂອງປະຊາຊົນໃນລັດຢ່າງຊັດເຈນ ທັງ Trump และ Biden ຕ່າງໃຊ້ເວລາ 2 ວັນສຸດທ້າຍກ່ອນການເລືອກຕັ້ງຢູ່ທີ່ລັດນີ້ ເພື່ອອອກເດີນທາງຫາຄະແນນສຽງ

Comments