ໂຄງການສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ຄາດຈະມອບ-ຮັບ ໃນຕົ້ນປີ 2021ນີ້…..

ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍາ​ມະ​ການ​ກົມ​ການເມືອງສູນກາງ​ພັກ ຮອງ​ນາຍົກ​ລັດ​ຖະ ມົນຕີ ປະທານ​ຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ລາວ – ຫວຽດນາມ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ກວດກາ ຄວາມ​ຄືບ​ໜ້າ​ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ລາວ​ຫຼັງ​ໃໝ່ ເມື່ອບໍ່​ດົນ​ມານີ້ ຊຶ່ງ​ເປັນ​ຂອງຂວັນ​ຈາກພັກ, ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ມອບ​ໃຫ້ພັກ, ລັດຖະບານ ແລະ ປະຊາຊົນ​ລາວ ໃນ​ໂອກາດທີ່ ທ່ານ ຫງວຽນ​ຝູ​ຈ້ອງ ເລຂາ ທິການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດນາມ ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການໃນ​ລະຫວ່າງ​ວັນ​ທີ 24-26 ພະຈິກ 2016.

ໂຄງການ​ກໍ່ສ້າງ ​ຫໍ​ສະພາ​ແຫ່ງ​ຊາດ​ລາວຫຼັງໃໝ່ ໂດຍ​ແມ່ນ ແມ່ທັບ​ນ້ອຍ 11 ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ. ໂອກາດນີ້, ທ່ານ ພັນ​ເອກ ຫ​ງວຽນ​ຈຽນ ຮອງ​ຜູ້​ບັນຊາ​ການ​ແມ່ທັບ​ນ້ອຍ 11 ໄດ້​ລາຍ​ງານ​ສະພາບ​ການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ລາວ​ຫຼັງໃໝ່, ພ້ອມ​ທັງ​ຢັ້ງຢືນ​ ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ແມ່ທັບ​ນ້ອຍ 11 ໃນການ​ ຜັນ​ຂະຫຍາຍ​ວຽກ​ງານ​ກໍ່ສ້າງ ດັ່ງກ່າວ ດ້ວຍ​ຄວາມ​ຮັບຜິດ ຊອບ​ສູງ ຊຶ່ງ​ສະແດງໃຫ້​ເຫັນ ​ເຖິງ​ນໍ້າ​ໃຈ​ສັດຊື່​ບໍລິສຸດ ຫວຽດນາມ – ລາວ ອ້າຍ​ນ້ອງ.

ທ່ານ ພັນ​ເອກ ຫ​ງວຽນ​ຈຽນ ໃຫ້​ຮູ້​ຕື່ມ​ວ່າ: ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ລາວ​ຫຼັງ​ໃໝ່​ນີ້, ໄດ້​ເລີ່ມ​ລົງມື​ແຕ່​ເດືອນ ກໍລະກົດ ປີ 2018 ດ້ວຍ​ຄວາມ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ຕັ້ງໜ້າ​ອອກແຮງ​ປະຕິບັດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ໂດຍ​ປະຕິບັດ​ມະຕິ​ເລກ​ທີ 06/ນຍ ຂອງ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາ​ຂໍ້​ກໍາ​ນົດ ວ່າ​ດ້ວຍ​ການ​ສະກັດ​ກັ້ນ ຄວບ​ຄຸມ ແລະ ປ້ອງ​ກັນ​ໂຄ​ວິດ-19, ຮັບປະກັນ​ດ້ານ​ສຸຂະພາບ​ຂອງ​ຜູ້​ອອກແຮງ​ງານ ໃນ​ການ​ປະຕິບັດ​ໜ້າທີ່​ໃຫ້​ມີ​ຄວາມ​ຄືບ​ໜ້າ. ປັດຈຸບັນ, ໂຄງການ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ລາວ​ ຫຼັງ​ໃໝ່ ກໍາ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ຕົບ ແຕ່ງ​ພາຍ​ໃນ. ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ລາວ​ຫຼັງ​ໃໝ່ໄດ້​ສ້າງ​ສຳ ເລັດ​ໂດຍ​ພື້ນຖານ, ບັນດາ​ວິສະວະກອນ, ກຳມະກອນ ຂອງ​ກົມ​ກອງ​ພວມ​ຂຸ້ນຂ້ຽວ​ຕິດ​ຕັ້ງ​ບັນດາ​ອຸປະກອນ​ເຕັກນິກ, ຕົບແຕ່ງ​ພາຍ​ໃນ​ໃຫ້​ສໍາ​ເລັດ​ໂດຍ​ໄວ ເພື່ອ​ທີ່​ຈະ​ມອບ​-​ຮັບ​ໃນ​ໄຕ​ມາດ​ທີ I-2021.

ແຫຼ້່ງຂໍ້ມູນ: ປະຊາຊົນ

Comments