News

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ ທ່ານທູດ ໃນໂອກາດເຂົ້າຢ້ຽມອໍາລາ….

ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດ ໃນເດືອນພະຈິກ 2020 ນີ້. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຊິນຊອງຊຸນ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 2 ປີ 8 ເດືອນ ໂດຍສະເພາະແມ່ນການປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃນໄລຍະຜ່ານມາ. ...

Read More »

ສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດຊາ…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ໃຫ້ແກ່ສະມາຄົມສົ່ງເສີມຊາກໍແມນ ຂອງເມືອງຜົ້ງສາລີ ໃນວັນທີ 2 ພະຈິກ 2020 ຢູ່ແຂວງຜົ້ງສາລີ, ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ, ເຊິ່ງຕາງໜ້າຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ແລະ ໃບອະນຸຍາດນຳໃຊ້ກາໝາຍຖິ່ນກຳເນີດແຫ່ງຊາດ ທ່ານ ຄຳພັນ ຈັງຕິງຢົງ ປະທານສະມາຄົມສົ່ງເສີມຊາກໍແມນ. ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ແລະ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ່າງກໍໄດ້ມີຄຳເຫັນວ່າ: ການຈົດທະບຽນຢັ້ງຢືນຖິ່ນກຳເນີດຊາກໍແມນ ແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບ ທີ່ມີເອກະລັກສະເພາະຂອງຊາກໍແມນ ທີ່ມີປະຫວັດຄວາມເປັນມາອັນຍາວນານ ຕິດພັນກັບວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ ເມືອງຜົ້ງສາລີ ມາໄດ້ຫລາຍສະຕະວັດແລ້ວ ແລະ ສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ...

Read More »

ຫັດຖະກຳແຜ່ນແຜ ຍ້ອມສີເປືອກດູ່ ລາຍດອກນໍ້າໄຫຼ ໄດ້ຖືກຮັບຮອງເປັນສິນຄ້າ ODOP….

ຫັດຖະກຳແຜ່ນແພຜ້າຝ້າຍທຳມະຊາດ ຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດ ມີລວດລາຍດັ່ງເດີ່ມ ແລະ ລວດລາຍປະຍຸກໃໝ່ ທີ່ເປັນເອກະລັກຄື: ລາຍດອກນໍ້າໄຫຼ ເປັນອີກໜຶ່ງຜະລິດຕະພັນຂອງ ແຂວງໄຊຍະບູລີ ທີ່ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ຢ່າງເປັນທາງການ ໃນວັນທີ 31 ຕຸລາ 2020 ນີ້ ໂດຍການເຂົ້າເປັນປະທານຂອງທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍບັນດາອຳນາດການປົກຄອງເມືອງ, ແຂກຖືກເຊີນ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ຕະຫຼອດຮອດມວນຊົນພາຍໃນເມືອງເຂົ້າຮ່ວມ. ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ກ່າວໃນພິທີວ່າ: ການຊຸກຍູ້ສົ່ງເສີມ ແລະ ປະເມີນຫົວໜ່ວຍດັ່ງກ່າວ ເຫັນວ່າຄົບຕາມມາດຖານ ແລະ ເງື່ອນໄຂຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ຈາກນັ້ນ ຈຶ່ງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງພິຈາລະນາອອກໃບອະນຸຍາດໃຫ້ ກຸ່ມຫັດຖະກຳຕໍ່າແຜ່ນແພຜ້າຝ້າຍທຳມະຊາດຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ. ຈຸດເດັ່ນຂອງຜະລິດຕະພັນ ...

Read More »

ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ. ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ. Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,” ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ. ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: ...

Read More »

ຍອດໜີ້ສິນຂອງ ບຣາຊິວ ເພີ່ມສູງຂຶ້ນ ໃນປະຫວັດສາດ….

ປະເທດ ບຣາຊິວ ຄາດວ່າຈະເຂົ້າສູ່ປີໜ້າໂດຍມີໜີ້ເປັນປະຫວັດສາດ ໂດຍຈະມີຍອດໜີ້ສິນ 95% ທຽບໃສ່​ GDP​ ແລະ​ ຍອດຂາດດຸນໃນປີ 2020​ ນີ້ແມ່ນ 12% ຂອງ GDP ເນື່ອງຈາກມີຄ່າໃຊ້ຈ່າຍສຸກເສີນຈຳນວນຫຼາຍໃນປີນີ້ ເພື່ອແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19./ ລັດຖະບານກ່າວໃນດຳລັດໃໝ່ວ່າ “ເສດຖະກິດມະຫາພາກມີສະຖຽນລະພາບ, ການດຳເນີນການຕາມວາລະການດັບປັບງົບປະມານໄລຍະຍາວ ແລະ ການດຸ່ນດ່ຽງນະໂຍບາຍການເງິນ ແມ່ນເງື່ອນໄຂທີ່ຈຳເປັນສຳລັບການກັບຄືນສູ່ການເຕີບໂຕແບບຍືນຍົງ”ອີງຕາມແຜນຍຸດທະສາດ ຊຶ່ງລົງນາມໂດຍປະທານາທິບໍດີ Jair Bolsonaro ແລະ ລັດຖະມົນຕີກະຊວງເສດຖະກິດ Paulo Guedes, ຫຼັງເກີດຄວາມເສຍຫາຍທາງການເງິນ ຈາກການລະບາດຂອງພະຍາດ COVID-19 “ຖ້າການປະຕິຮູບທີ່ຈຳເປັນບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໂອກາດທີ່ຈະເກີດວິກິດການເງິນ ແລະ ວິກິດການເຕີບໂຕທາງເສດຖະກິດໃນຊຸມປີຕໍ່ໜ້າຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.ສະຖານະການຈຳລອງໃນການວິເຄາະຮູບແບບທີ່ສາມ ແລະ ອ່ອນທີ່ສຸດຂອງການບໍ່ມີການປັບຄ່າງົບປະມານ ຫຼືການປະຕິຮູບທີ່ເປັນມິດກັບຕະຫຼາດ ຈະເຮັດໃຫ້ເສດຖະກິດ ແລະ ການເງິນຂອງປະຊາຊົນເສຍຫາຍຢ່າງຮ້າຍແຮງ.​

Read More »

​ຊີ້ແຈງປະເດັນ ການປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດຖະບານເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ…

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ​ແຜນການ ແລະ ການ​ລົງທຶນ ຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໃນ​ຫຼາຍ​ປະເດັນ ໂດຍ​ສະເພາະ​ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດ ຖະບານ, ການ​ສ້າງ​ສິ່ງແວດລ້ອມ ເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ. ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ວ່າ: ເພື່ອ​ສືບຕໍ່​ປະຕິບັດ​ນະໂຍບາຍ 3 ເປີດ ຄື ເປີດ​ໃຈ, ເປີດ​ປະຕູ ແລະ ເປີດ​ສິ່ງ​ກີດຂວາງ ໃຫ້​ເປັນ​ຮູບ​ປະ​ທຳ ແລະ ໝາກຜົນ​ຕົວ​ຈິງ​ນັ້ນ, ລັດຖະບານ​ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ, ຄາດໝາຍ, ມາດ​ຕະການ ແລະ ວຽກ​ງານ​ຈຸດ​ສຸມ​ຕ່າງໆ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຫຼາຍ​ຂຶ້ນ, ພ້ອມ​ເລັ່ງ​ໃສ່​ແກ້​ໄຂບັນດາ​ຂໍ້ຄົງຄ້າງ ແລະ ສິ່ງ​ກີດຂວາງ​ຕ່າງໆ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ທີ່​ເອື້ອ​ອຳນວຍ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະເທດ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແນໃສ່​ສ້າງ​ຜົນ​ປະໂຫຍດໃຫ້​ກັບ​ປະເທດ​ຊາດ ກໍ​ຄືປະກອບສ່ວນ ເຂົ້າ​ໃນ​ການ​ແກ້​ໄຂ​ຫຼຸດຜ່ອນຄວາມທຸກ​ຍາກ​ຂອງ ປະຊາຊົນ​ບັນດາ​ເຜົ່າ. ສຳລັບ​ຄາດໝາຍໃນ​ການ​ລົງທຶນ ແມ່ນ​ຈະ​ເລັງ​ໃສ່​ຂະແໜງທີ່​ເປັນ​​ບຸລິ​ມະ​ສິດ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ສົ່ງເສີມ​ການ​ລົງທຶນ (ປີ ...

Read More »

ນັກລົງທຶນຕ່າງປະເທດ ສຳປະທານເນື້ອທີ່ດິນລັດ ແຕ່ບໍ່ປະຕິບັດຕາມສັນຍາ…..

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້ລັດຖະບານກວດຄືນກ່ຽວກັບການສຳປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງ ຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພືດປອດສານພິດ ແຕ່ຫັນໄປປູກພຶດອື່ນແທນ. ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ທ່ານ ພອນເພັດ ຄິວລາວົງ ທັງເປັນປະທານສະພາປະຊາຊົນແຂວງເຊກອງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ແຂວງເຊກອງ ກໍເໝືອນກັບແຂວງອື່ນໆໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ສະພາບໂດຍລວມທົ່ວໄປພາຍໃນແຂວງພົບຄວາມຫຍຸ້ງຍາກ. ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອຳນາດການປົກຄອງແຂວງແກ້ໄຂຫຼາຍກວ່າໝູ່ແມ່ນການສຳປະທານທີ່ດິນລັດຂອງນັກລົງທຶນຕ່າງປະເທດທີ່ຍັງບໍ່ປະຕິບັດຕາມສັນຍາ ຊຶ່ງປະຊາຊົນຮຽກຮ້ອງໃຫ້ລັດຖະບານປະເມີນຄືນກ່ຽວກັບການສຳປະທານທີ່ດິນ ທີ່ນັກລົງທຶນໄດ້ສະເໜີປູກພືດປອດສານພິດ ແຕ່ສຸດທ້າຍພັດປູກໝາກນ໋ອດ, ໝາກອຶ, ໝາກເຜັດ, ປູກກ້ວຍ, ໝາກມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນລັດ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

IHC ແລະ AMAZINGLAO ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ກະຊວງ ຖວທ….

ບໍລິສັດທີ່ປືກສາດ້ານການລົງທຶນເຂື່ອນໄຟຟ້າຈຳກັດຜູ້ດຽວ (IHC) ແລະ ບໍລິສັດອາເມຊິງລາວຈຳກັດຜູ້ດຽວ (AMAZINGLAO) ມອບເງິນສົດຈໍານວນ 300 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ກ່າວມອບໂດຍ ທ່ານ ປິຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ IHC ແລະ AMAZINGLAO ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ ພິທີມອບຮັບຈັດຂຶ້ນໃນຕອນບ່າຍມື້ນີ້ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແຈ້ງສະພາບການກະກຽມກອງປະຊຸມໃຫຍ່ຄັ້ງທີ່ 5 ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ປະທານບໍລິສັດ IHC ແລະ AMAZINGLAO ໄດ້ຮັບຊາບ ຊຶ່ງປະຈຸບັນໄດ້ກະກຽມດ້ານເນື້ອໃນລວມທັງບຸກຄະລາກອນ ແລະ ວຽກງານອື່ນແລ້ວ. ຈາກນັ້ນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ...

Read More »

ອົງການກວດກາລັດຖະບານ ໄດ້ດໍາເນີນ 2 ວິທີແກ້ໄຂຕໍ່ ການຈັດຕັ້ງ ແລະ ຜູ້ກະທໍາຜິດ…

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້, ພາຍຫລັງທີ່ມີສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ສົນໃຈບັນຫາການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຮູບປະທໍາໄດ້ມີມາດຕະການແນວໃດ, ຫລັງຈາກເຫັນວ່າ ຂອດແກ້ໄຂໄລຍະຜ່ານມາຍັງບໍ່ທັນເດັດຂາດເຂັ້ມງວດ, ເຊິ່ງສ່ວນຫລາຍມີແຕ່ການເກັບກູ້ຜົນເສຍຫາຍເກັບຄືນໃຫ້ລັດ ແຕ່ການແກ້ໄຂຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ລະເມີດບໍ່ໄດ້ຮັບການແກ້ໄຂຕາມກົດໝາຍ. ທ່ານ ບຸນທອງ ຈິດມະນີ ກ່າວວ່າ: ການກວດກາຕາມຜົນຂອງການກວດສອບນັ້ນ ເປັນວຽກງານທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາໃນການສືບສວນ ຫລື ຊອກຫາຂໍ້ມູນຫລັກຖານ, ເຊິ່ງໃນໄລຍະຜ່ານມາ, ອົງການກວດກາລັດຖະບານ ໄດ້ເອົາໃຈໃສ່ກວດກາເປົ້າໝາຍຕາມຜົນກວດສອບຢ່າງເຂັ້ມງວດ, ສ່ວນການປະຕິບັດນັ້ນ ແມ່ນໄດ້ດໍາເນີນໄປໃນ 2 ວິທີ ຄື: ໄດ້ຮ່ວມກັບອົງການກ່ຽວຂ້ອງລົງເກັບກູ້ຄືນໂດຍກົງໃນພູດທີ່ພົບເຫັນ, ສ່ວນໜີ້ສີນຕ່າງໆ ແລະ ມູນຄ່າໂຄງການ ທີ່ອົງການຈັດຕັ້ງ ຫລື ບໍລິສັດທີ່ລະເມີດ ຫລື ສ້າງຄວາມເສຍຫາຍນັ້ນ ແມ່ນໄດ້ມອບໃຫ້ກະຊວງແຜນການ ແລະ ກະຊວງການເງິນຫັກລົບ ຫລື ລົບລ້າງອອກຈາກບັນຊີໂຄງການ ແລະ ວິທີສອງ ...

Read More »

ຜູ້ຕິດເຊື້ອກໍລະນີທີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່…

ໃນວັນທີ 2 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ, ພ້ອມທັງປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່, ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ກໍລະນີທີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ໃນວັນທີ 01 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອກໍລະນີ 23 ມາກວດຄືນ 01 ຕົວຢ່າງ ...

Read More »