ກິດຈະການຮ້ານກິນດື່ມ – ບັນເທີງ ຍັງມີຫຼາຍບັນຫາທີ່ແກ້ບໍ່ຕົກ…….

ໄລຍະຜ່ານມາເກີດມີສຽງວິພາກວິຈານບໍ່ໜ້ອຍ ຕໍ່ຫຼາຍບັນຫາທີ່ເກີດຂຶ້ນໃນຮ້ານກິນດື່ມ, ຮ້ານບັນເທີງ ທີ່ຕ້ອງການການແກ້ໄຂຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະການເຮັດຜິດກົດລະບຽບ ອັນກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສົ່ງຜົນກະທົບທາງລົບ.

ທ່ານ ສົມພູ ດວງສະຫວັນ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 2 ພະຈິກ 2020 ວ່າ: ອີງຕາມສະຖິຕິການທ່ອງທ່ຽວປີ 2019, ຂະແໜງການທີ່ກ່ຽວຂ້ອງ ໄດ້ອະນຸຍາດໃຫ້ຜູ້ປະກອບການດໍາເນີນທຸລະກິດປະເພດຮ້ານກິນດື່ມ, ຮ້ານບັນເທີງ ມີທັງໝົດ 2.925 ຮ້ານ, ໃນນັ້ນ ຮ້ານກິນດື່ມ 2.679 ຮ້ານ, ຮ້ານບັນເທີງ 246 ຮ້ານ; ມາຮອດປັດຈຸບັນ ຈໍານວນຮ້ານກິນດື່ມມີທັງໝົດ 3.885 ຮ້ານ, ຮ້ານບັນເທີງ ມີ 244 ຮ້ານ; ຮ້ານສ່ວນຫຼວງຫຼາຍແມ່ນຕັ້ງຢູ່ຕາມຕົວເມືອງໃຫຍ່ຂອງບັນດາແຂວງ, ນະຄອນຫຼວງ ແລະ ຕິດພັນກັບແຫຼ່ງທ່ອງທ່ຽວ ເຊິ່ງເຫັນວ່າຮ້ານກິນດື່ມຫຼາຍກວ່າໝູ່ແມ່ນຢູ່ແຂວງຫຼວງພະບາງ ມີ 311 ຮ້ານ, ໜ້ອຍກວ່າໝູ່ແມ່ນເຊກອງ ມີ 2ຮ້ານ; ສ່ວນຮ້ານບັນເທີງ ຫຼາຍກວ່າໝູ່ແມ່ນຢູ່ ສາລະວັນ ມີ 66 ຮ້ານ, ໜ້ອຍກວ່າໝູ່ແມ່ນ ຫົວພັນ ແລະ ອັດຕະປື ມີແຂວງລະ 1 ຮ້ານ.

ບັນດາທຸລະກິດດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຕິດພັນກັບການສົ່ງເສີມການທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິການສັງຄົມ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ປະຊາຊົນໂດຍກົງ ແລະ ທາງອ້ອມ, ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາຢູ່ຕົວເມືອງ ແລະ ແຂວງ, ນະຄອນຫຼວງ.

ສິ່ງດັ່ງກ່າວນັ້ນ ເປັນການຢັ້ງຢືນໃຫ້ເຫັນວ່າ ບັນດາຂະແໜງການທີ່ກ່ຽວຂ້ອງ ອໍານາດການປົກຄອງທ້ອງຖິ່ນ ໄດ້ມີຄວາມພະຍາຍາມໂຄສະນາເຜີຍແຜ່ນິຕິກໍາໃຕ້ກົດໝາຍ ໃຫ້ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ, ຜູ້ປະກອບການ ແລະ ສັງຄົມໃຫ້ມີຄວາມເຂົ້າໃຈ ມີສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ.

ທ່ານ ສົມພູ ດວງສະຫວັນ ກ່າວຕື່ມວ່າ: ແນວໃດກໍຕາມ ຄຽງຄູ່ກັບຂໍ້ດີທີ່ກ່າວມາຂ້າງເທິງ ກໍຍັງມີຂໍ້ຄົງຄ້າງ ໂດຍສະເພາະບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ປະກາດໃຊ້ໃນໄລຍະຜ່ານມາ ມີບາງສະບັບ ນໍາໃຊ້ມາເປັນເວລາດົນນານ ບາງເນື້ອໃນບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ບໍ່ກວມເອົາທຸກປະເພດການບໍລິການໃນຮ້ານກິນດື່ມ ແລະ ຮ້ານບັນເທີງ ເປັນຊ່ອງຫວ່າງພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມທີ່ສົ່ງຜົນກະທົບທາງລົບ ແລະ ກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດສັງຄົມ ເປັນຕົ້ນ ການຕັ້ງຮ້ານແບບຊະຊາຍ, ການນໍາໃຊ້ປ້າຍທີ່ບໍ່ຖືກຕ້ອງຕາມລະບຽບດ ການໃຊ້ສື່ໂຄສະນາຫຼິ້ນກິນຟຸມເຟືອຍ, ລັກລອບຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ຄ້າປະເວນີ, ຄ້າມະນຸດ, ຫຼິ້ນການພະນັນ, ມີການກໍ່ກວນອາລະວາດຕີກັນ, ປຸ່ນຈີ້, ຊິງຊັບ, ຈອດລົດຊະຊາຍ ສ້າງບັນຫາກີດຂວາງການຈະລາຈອນ ແລະ ອຸບັດເຫດຕາມທ້ອງຖະໜົນເພີ່ມຂຶ້ນ.

ພ້ອມດຽວກັນນັ້ນກໍຍັງເປັນການສ້າງສຽງລົບກວນບຸກຄົນອື່ນທີ່ຢູ່ໃກ້ຄຽງ, ມີການນໍາໃຊ້ແຮງງານເດັກ, ການແຕ່ງກາຍລັກສະນະໂປ້ເປືອຍ, ຢົ້ວຢວນ, ບາງກໍລະນີສົ່ງຜົນກະທົບຕໍ່ສາຍພົວພັນຄອບຄົວ, ມີການຜິດຖຽງ ແລະ ຢ່າຮ້າງກັນຈໍານວນໜຶ່ງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments