ໂຄງການກໍ່ສ້າງອາຄານຮ່ວມມື ຄົ້ນຄວ້າ ຜະລິດກະສິກຳ ລາວ-ຈີນ

ໂຄງການກໍ່ສ້າງອາຄານຮ່ວມມືການຄົ້ນຄວ້າ ແລະ ຜະລິດກະສິກຳ ລາວ-ຈີນ ຕັ້ງຢູ່ບ້ານໂພນງາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ, ເປັນໜຶ່ງໃນໂຄງການ ທີ່ສອງຊາດ ລາວ-ຈີນ ໄດ້ຊຸກຍູ້ສົ່ງເສີມ ເປັນໂຄງການເລີມຕົ້ນຂອງໂຄງການເຂດອຸດສາຫະກຳ-ກະສິກຳທັນສະໄໝ ພາຍໃຕ້ນະໂຍບາຍ “ໜຶ່ງແລວໜຶ່ງເສັ້ນທາງ”.

ໂຄງການນີ້, ຈະຊ່ວຍເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການສົ່ງເສີມການພັດທະນາກະສິກໍາສະ ໄໝໃໝ່ຂອງລາວ ແລະ ມີຄວາມສຳຄັນຫຼາຍໃນການເຊື່ອມໂຍງສາຍພົວພັນລາວ-ຈີນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.

ພິທີວາງສິລາເລິກໂຄງການກໍ່ສ້າງອາຄານຮ່ວມມືຄົ້ນຄວ້າ ແລະ ຜະລິດກະສິກຳລາວ-ຈີນ ຈັດຂຶ້ນໃນວັນທີ 25 ພະຈິກ 2018, ໂດຍມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຕູ້ ເຈຍຫາວ (Du Jiahao) ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫູໜານ ສປ ຈີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂໍ້ມູນຈາກ: ຂປລ.

Comments