News

ກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ເລີ່ມຂຶ້ນແລ້ວ.

ໃນຕອນເຊົ້າຂອງມື້ນີ້ ວັນທີ 28 ພະຈິກ 2018 ໄດ້ເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດທີ່ໜອງຜາທ້າວ ເມືອງວຽງໄຊປະຈໍາປີ 2018.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີ. ໃນຕອນເຊົ້າຂອງມື້ດຽວກັນນີ້ ກໍໄດ້ເປີດຂະບວນຄາລະວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫຼວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານຫຼາຍກວ່າ 500 ທ່ານ.

Read More »

ການເຝິກຊ້ອມພິທີເປີດງານ ຄົບຮອບ 50 ປີ ສ້າງຕັ້ງເມືອງວຽງໄຊ

ມາຮອດປັດຈຸບັນ ການເຝິກຊ້ອມພິທີເປີດງານແມ່ນໄດ້ສໍາເລັດເກືອບ 100% ແລ້ວ ເຊິ່ງມື້ນີ້ພວກເຮົາມີ ຄຣິບການຊ້ອມໃຫຍ່ມາໃຫ້ຊົມກັນ ວ່າເພິ່ນຈັດຍິ່ງໃຫຍ່ຂະໜາດໃດ ງານນີ້ບອກເລີຍວ່າ ຍິ່ງໃຫຍ່ ອີ່ຫຼີ Posted by Phonevanh Sommany on Monday, November 26, 2018 Posted by Phonevanh Sommany on Monday, November 26, 2018 Posted by Inthira Sisane on Wednesday, November 28, 2018   ຂອບໃຈແຫຼ່ງຂໍ້ມູນ

Read More »

ທ່ານ ທອງລຸນ ສີສຸລິດ ຂຶ້ນຊີ້ແຈງວຽກງານລັດຖະບານ

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນພາກເຊົ້າຂອງວັນທີ 28 ພະຈິກ 2018 ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງກ່ຽວກັບວຍກງານຂອງລັດຖະບານ ຄຣິບຖ່າຍທອດສົດ live ກອງປະຊຸມສະພາ [ 28-11-2018] live ທ່ານ ນາຍົກລັດຖະມົນຕີ ປະກອບຄຳເຫັນ ແລະ ຊີ້ແຈງສັງລວມຕໍ່ວຽກງານຂອງລັດຖະບານ, ກອງປະຊຸມສະໄໝສາມັນເທື່ອທີ່6 ຂອງສະພາແຫ່ງຊາດຊຸດທີ່VIII[ 28-11-2018] Posted by LAO STAR TV on Tuesday, November 27, 2018

Read More »

ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ

ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ ອີກແຫ່ງໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ຫ່າງຈາກເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫຼ່ງທ່ອງທ່ຽວທໍາມະຊາດສີຂຽວ, ສະອາດ, ສວຍງາມ ເຊິ່ງພັດທະນາຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ສໍາປະທານພັດທະນານໍ້າຕົກຕາດເຍືອງ ໃຫ້ສໍາພາດໃນກາງເດືອນພະຈິກ 2018 ນີ້ວ່າ: ນໍ້າຕົກຕາດເຍືອງ ແຕ່ກ່ອນແມ່ນຊຸມຊົນເປັນຜູ້ພັດທະນາ ແຕ່ຍ້ອນທຶນຮອນບໍ່ພຽງພໍ, ປີ 2011-2012 ອໍານາດການປົກຄອງແຂວງຈິ່ງໄດ້ປຸກລະດົມຂົນຂວາຍໃຫ້ຂ້າພະເຈົ້າເຂົ້າມາມີສ່ວນຮ່ວມໃນການພັດທະນາ ໂດຍເສຍຄ່າຊົດເຊີຍໃຫ້ຜູ້ພັດທະນາມາກ່ອນ, ຕອນຂ້າພະເຈົ້າເຂົ້າມາສໍາປະທານ, ຢູ່ສະຖານທີ່ແຫ່ງນີ້ ມີແຕ່ສວນກາເຟ ບໍ່ມີສິ່ງປຸກສ້າງໃດໆ ຕໍ່ມາຂ້າພະເຈົ້າກໍໄດ້ເອົາໃຈໃສ່ປັບປຸງສ້ອມແປງທາງເຂົ້າໃຫ້ມີຄວາມສະດວກສະບາຍ, ເອົາໄຟຟ້າເຂົ້າ, ຈາກນັ້ນ ກໍ່ສ້າງຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ເພື່ອບໍລິການແຂກຄົນທີ່ມາທ່ຽວຊົມ ເຊິ່ງປັດຈຸບັນນີ້ ເຄື່ອງທີ່ລະນຶກຕ່າງໆ ທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະລິດຕະພັນຂອງຄົນລາວເຮົາຜະລິດເອງ. ສໍາລັບການພັດທະນາ ແມ່ນເນັ້ນໜັກໃສ່ການອຸນະຮັກ ແລະ ປົກປັກຮັກສາສິ່ງແວດລ້ອມ, ໃຫ້ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດ ທີ່ມີທໍາມະຊາດສີຂຽວ, ສະອາດ, ບໍລິການດີ, ອາຫານປອດສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ...

Read More »

ວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ

ພິທີວາງສິລາເລິກໂຄງການສ້າງຕາໜ່າງ ສະຖານີຕິດຕາມແຜ່ນດິນໄຫວ ແລະ ສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຈັດຂຶ້ນໃນວັນທີ 27 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ.   ເປັນອີກໜຶ່ງໂຄງການ ທີ່ລັດຖະບານ ສປ ຈີນ ຊ່ວຍເຫຼືອ ລັດຖະບານ ສປປ ລາວ ເຊິ່ງສ່ອງແສງໃຫ້ເຫັນເຖິງການຮ່ວມມືທີ່ສະໜິດແໜ້ນ ກໍຄືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດຈີນ-ລາວ; ໂຄງການດັ່ງກ່າວຈະໄດ້ຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ການຕິດຕັ້ງກໍ່ສ້າງ ແລະ ເຝິກອົບຮົມ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມ ແລະ ປ້ອງກັນໄພແຜ່ນດິນໄຫວ. ສ້າງລະບົບຕິດຕາມ ແລະ ລາຍງານຂໍ້ມູນການເກີດແຜ່ນດິນໄຫວລະດັບ 03 ຣິກເຕີຂຶ້ນໄປ, ຈັບຈຸດທີ່ເກີດແຜ່ນດິນໄຫວໄດ້ຢ່າງຖືກຕ້ອງຊັດເຈນ ແລະ ລາຍງານຢ່າງທັນການ ພ້ອມແຈ້ງເຕືອນໃນກໍລະນີເກີດແຜ່ນດິນໄຫວທີ່ຮຸນແຮງ ແລະ ຫຼັງສັ່ນສະເທືອນທີ່ຕາມມາ ເຊິ່ງມີຄວາມໝາຍສຳຄັນຍິ່ງ ຕໍ່ການປ້ອງກັນ ແລະ ຫຼຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນກໍຄືໃນ ສປປລາວ; ນອກຈາກນີ້, ຍັງໄດ້ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າວິທະຍາສາດທາງດ້ານທໍລະນີສາດຟິຊິກ ແລະ ອື່ນໆ, ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ການພັດທະນາອຸດສາຫະກຳ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດອີກດ້ວຍ; ພ້ອມນີ້ຍັງຈະໄດ້ສ້າງສູນຂໍ້ມູນແຜ່ນດິນໄຫວແຫ່ງຊາດ ຢູ່ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ສ້າງສະຖານີຕິດຕາມແຜ່ນດິນໄຫວ 15 ແຫ່ງໃນທົ່ວປະເທດ, ຄາດວ່າໂຄງການດັ່ງກ່າວຈະສ້າງໃຫ້ສຳເລັດໃນປີ ...

Read More »

ສີສັນໃໝ່ກໍາລັງຈະມາ! Facebook ກໍາລັງທົດສອບ Colour Comments…

Colour Comments on Facebook ໄລຍະນີ້ Facebook ດຸໝັ່ນໃນການສ້າງຟີເຈີ່ໃໝ່ໆອອກມາຕະຫຼອດຕະຫຼອດ! ຫຼ້າສຸດ The Nest Web ເວັບໄຊ້ຂ່າວສານດ້ານເທັກໂນໂລຍີໄດ້ເປີດເຜີຍວ່າ Facebook ກໍາລັງທົດສອບຟີເຈີຊື່ Colour Comments ເປັນຟີເຈີ່ທີ່ຜູ້ໃຊ້ສາມາດໃສ່ສີພື້ນຫຼັງໃນຄອມເມັ້ນໄດ້ ໂດຍມີພື້ນຫຼັງໃຫ້ເລືອກ 2 ແບບຄື ພື້ນຫຼັງສີພື້ນ ແລະ ພື້ນຫຼັງບໍ່ມີສີ ຟີເຈີນີ້ຄ້າຍກັບຟີເຈີ Colour Post (ໃສ່ສີພື້ນຫຼັງໃນສະເຕຕັສ) ທີ່ເປີດໃຫ້ໃຊ້ມາແຕ່ເດືອນທັນວາປີກາຍ… ເຊິ່ງ Facebook ໄດ້ກຽມປ່ອຍຕົວຟີເຈີ Colour Comments ໃຫ້ຜູ້ໃຊ້ກຸ່ມນ້ອຍໆທີ່ໃຊ້ Android ແລະ iOS ທົດລອງໃຊ້ ເຊິ່ງຖ້າໃຊ້ໄດ້ປົກກະຕິບໍ່ມີບັນຫາ ໄວໆນີ້ຜູ້ໃຊ້ທົ່ວໂລກອາດຈະໄດ້ໃຊ້ຟີເຈີນີ້ແນ່ນອນ.   ທີ່ມາ: SME-Startup

Read More »

9 ເດືອນຈຳປາສັກສົ່ງອອກສິນຄ້າມູນຄ່າ 11 ລ້ານກ່ວາໂດລາ

ໃນ 9 ເດືອນ ແຂວງຈຳປາສັກ ມີສະຖິຕິການສົ່ງອອກສິນຄ້າ ໄດ້ຈໍານວນ 110.803 ໂຕນ, ມູນຄ່າ 11.438.328 ໂດລາສະຫະລັດ, ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະຕິບັດໄດ້ 116 ສະບັບ, ຈໍານວນສິນຄ້າ 134.986 ໂຕນ, ມູນຄ່າ 15,5 ລ້ານໂດລາສະຫະລັດ ສ່ວນໃຫຍ່ແມ່ນຢາງພາລາ, ໄມ້ສໍາເລັດຮູບ, ແປ້ງມັນສໍາເລັດຮູບ, ກາເຟສໍາເລັດຮູບ ແລະ ກາເຟເມັດ. ຕົວເລກການສົ່ງອອກດັ່ງກ່າວ ໂດຍໄດ້ຮັບການລາຍງານຕໍ່ກອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຂວງຈໍາປາສັກ ໃນການສະຫຼຸບການເຄື່ອນໄຫວວຽກງານ 9 ເດືອນ ປີ 2018. ຈັດຂຶ້ນຢູ່ໂຮງແຮມເອລາວັນ ຣີເວີຊາຍ ບ້ານໂພນສະຫວັນ ນະຄອນປາກເຊ ເມື່ອວັນທີ 19 ພະຈິກ 2018 ໂດຍການເປັນປະທານຂອງ ທ່ານ ອຸດອນ ສິງສຸວົງ ຮອງປະທານ ສຄອ ແຂວງ. ມີທ່ານ ດຣ.ຈິນດາ ວົງສຸລິ ທີ່ປຶກສາ ສຄອ ແຂວງ ພ້ອມດ້ວຍຄະນະປະຈໍາ, ...

Read More »

Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital…

 Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital… ຍຸກນີ້ເປັນຜູ້ປະກອບການຢ່າງດຽວບໍ່ພໍ ຕ້ອງກ້າວໄປເປັນ Digital Entrepreneurship ໃຫ້ໄດ້!!! ແມ່ນຫຍັງກໍເກີດຂຶ້ນໄດ້ໃນຍຸກ Digital Disruption ແມ່ນແຕ່ທຸລະກິດໃຫຍ່ໆກໍລົ້ມລະລາຍໄດ້ຖ້າບໍ່ມີການປັບປ່ຽນ; ການປັບຕົວໄປສູ່ຜູ້ປະກອບການຍຸກ Digital ຫຼື Digital Entrepreneurship ຈຶ່ງຈໍາເປັນຫຼາຍສໍາລັບ SME! ໃນໂລກທຸລະກິດທີ່ປາໄວ ພ້ອມທີ່ຈະສວບກິນທັງປານ້ອຍ ແລະ ປາໃຫຍ່… ມື້ນີ້ຜູ້ຂຽນເລີຍຢາກຈະມາເວົ້າເຖິງ 5 ຄຸນລັກສະນະສໍາຄັນ ທີ່ຈະເຮັດໃຫ້ຜູ້ປະກອບການສາມາດປ່ຽນຕົວເອງມາສູ່ Digital Entrepreneurship ໄດ້ ນັ້ນກໍຄື: ມີຄວາມເປັນນັກເລົ່າເລື່ອງ ຫຼື Storyteller: ເພາະການເປັນຜູ້ປະກອບການຕ້ອງໃຊ້ຊັບພະຍາກອນ, ໃຊ້ເງິນທຶນຈາກພາຍນອກ, ຄວາມສາມາດໃນການສື່ສານເລົ່າເລື່ອງຈຶ່ງສໍາຄັນຫຼາຍ ຄົນທີ່ເຮັດທຸລະກິດຈຶ່ງຕ້ອງວາງ Idea ໃຫ້ເປັນ, ເລົ່າເລື່ອງໃຫ້ຄົນເຂົ້າໃຈ, ສໍາສະເໜີໃຫ້ເຫັນເຖິງບັນຫາ ແລະ Solutions ທີ່ເຂົ້າມາປ່ຽນແປງໃຫ້ຊີວິດຂອງລູກຄ້າດີຂຶ້ນ. ມີທັກສະພື້ນຖານດ້ານ Digital: ບໍ່ຈໍາເປັນຕ້ອງເກັ່ງທຸກ Technology ການເຮັດ SEO (Search Engine Optimization)ຫຼືການເພີ່ມປະສິດທິພາບໃນການຄົ້ນຫາ ທີ່ສໍາຄັນຄື ຕ້ອງມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ...

Read More »

ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວຽກງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ່ 8 ໃນຕອນເຊົ້າຂອງວັນທີ 26 ພະຈິກ 2018 ຜ່ານມາວ່າ: ໄລຍະການຈັດຕັ້ງປະຕິບັດ ວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນໄປຕາມແນວທາງປ່ຽນແປງໃໝ່ຂອງພັກເປັນຕົ້ນ: ການຫັນເປັນອຸດສາຫະກຳທັນສະໄໝ, ປັດຈຸບັນທົ່ວປະເທດມີແຫຼ່ງພະລິດພະລັງງານໄຟຟ້າເຖີງ 61 ແຫ່ງລວມກຳລັງຕິດຕັ້ງ 7ແສນເມກະວັດ ສາມາດຜະລິດໄຟຟ້າໄດ້ 37ລ້ານກວ່າກິໂລວັດໂມງ ນັບແຕ່ປີ 2003 ຫາ 2017 ຂະແໜງທໍລະນີສາດ – ບໍ່ແຮ່ ເປັນຂະແໜງໜື່ງທີ່ສຳຄັນນອນຢູ່ໃນແຖວໜ້າຂອງລະບົບເສດຖະກິດແຫ່ງຊາດ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ຫຼາຍສົມຄວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຢ່າງຕໍ່ເນື່ອງ, ຄຽງຄູ່ກັນນັ້ນຍັງຕ້ອງໄດ້ສຸມໃສ່ແກ້ໄຂຂໍ້ຄົງຄ້າງຕື່ມອີກ ໂດຍສະເພາະການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຍັງບໍ່ທັນສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ, ການກຳນົດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ລະຫວ່າງສູນກາງຍັງບໍ່ທັນລະອຽດ ລວມເຖິງວຽກງານສຳຄັນອື່ນໆ. ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ປັບປຸງຍຸດທະສາດການພັດທະນາວຽກງານພະລັງງານ ແລະ ...

Read More »

ຂົວຕົງກຽວ ເປີດນໍາໃຊ້ເປັນທາງການແລ້ວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ , ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີໂຍທາທິການ ແລະ ຂົນສົ່ງ , ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ ໃຫ້ກຽດເຂົ້າຮ່ວມ. ຂົວດັ່ງກ່າວກໍ່່ສ້າງດ້ວຍເບຕົງອັດແຮງ ຄວາມຍາວປະມານ 220 ແມັດ ກວ້າງ 11 ແມັດ ລວມທັງທາງຄົນຍ່າງ ແລະ ກໍານົດເວລາການກໍ່ສ້າງ 24 ເດືອນ ມູນຄ່າຂອງການກໍ່ສ້າງ 105 ຕື້ກີບ ຫຼັງຈາກນັ້ນ ບໍລິສັດກໍ່ຮີບຮ້ອນລົງມືສໍາຫຼວດເກັບກໍາຂໍ້ມູນ ແລະ ອອກແບບລະອຽດ ອີງໃສ່ສະພາບພື້ນທີ່ຕົວຈິງ ແມ່ນມີຄວາມຈໍາເປັນຕ້ອງໄດ້ເພີ່ມລາວຍາວຂອງຂົວໄປຕື່ມ ເປັນ 236 ແມັດ ແລະ ກໍ່ສ້າງທາງເບຕົງສົ້ນຂົວເບື້ອງລະ 30 ແມັດ. ຂົວແຫ່ງນີ້ ແມ່ນໄດ້ເລີ່ມກໍ່ສ້າງແຕ່ວັນທີ 25/6/2016 ຕາມສັນຍາການຈັດຕັ້ງປະຕິບັດໂຄງການ ສະບັບເລກທີ 0612/ຈນວ, ລົງວັນທີ 19/6/2016 ເຊີ່ງຫຼາຍທ່ານຄືຈະຈຳເຫດການເສົ້າສະຫຼົດໃຈ ໃນວັນທີ 26 ພຶດສະພາ 2016 ໄດ້ເກີດເຫດເຮືອຫຼົ້ມ ...

Read More »