ຂົວຕົງກຽວ ເປີດນໍາໃຊ້ເປັນທາງການແລ້ວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ , ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີໂຍທາທິການ ແລະ ຂົນສົ່ງ , ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ ໃຫ້ກຽດເຂົ້າຮ່ວມ.

ຂົວດັ່ງກ່າວກໍ່່ສ້າງດ້ວຍເບຕົງອັດແຮງ ຄວາມຍາວປະມານ 220 ແມັດ ກວ້າງ 11 ແມັດ ລວມທັງທາງຄົນຍ່າງ ແລະ ກໍານົດເວລາການກໍ່ສ້າງ 24 ເດືອນ ມູນຄ່າຂອງການກໍ່ສ້າງ 105 ຕື້ກີບ ຫຼັງຈາກນັ້ນ ບໍລິສັດກໍ່ຮີບຮ້ອນລົງມືສໍາຫຼວດເກັບກໍາຂໍ້ມູນ ແລະ ອອກແບບລະອຽດ ອີງໃສ່ສະພາບພື້ນທີ່ຕົວຈິງ ແມ່ນມີຄວາມຈໍາເປັນຕ້ອງໄດ້ເພີ່ມລາວຍາວຂອງຂົວໄປຕື່ມ ເປັນ 236 ແມັດ ແລະ ກໍ່ສ້າງທາງເບຕົງສົ້ນຂົວເບື້ອງລະ 30 ແມັດ.

ຂົວແຫ່ງນີ້ ແມ່ນໄດ້ເລີ່ມກໍ່ສ້າງແຕ່ວັນທີ 25/6/2016 ຕາມສັນຍາການຈັດຕັ້ງປະຕິບັດໂຄງການ ສະບັບເລກທີ 0612/ຈນວ, ລົງວັນທີ 19/6/2016 ເຊີ່ງຫຼາຍທ່ານຄືຈະຈຳເຫດການເສົ້າສະຫຼົດໃຈ ໃນວັນທີ 26 ພຶດສະພາ 2016 ໄດ້ເກີດເຫດເຮືອຫຼົ້ມ ເຊີ່ງໄດ້ເຮັດໃຫ້ ເສຍຊີວິດຈຳນວນ 14 ຄົນ ຈາກເຫດການນັ້ນເອງ ທ່ານ ປີເຕີຈັນ ແລະ ບໍລິສັດລາວເວີລ ຈື່ງຕັດສິນໃຈ ສະເໜີຕໍ່ລັດຖະບານ ແລະ ນະຄອນຫຼວງ ແຈ້ງເຈດຈຳນົງ ເສຍສະຫຼະທຶນຮອນຂອງເພີ່ນເອງ ໃນມູນຄ່າຈຳນວນ 105 ຕື້ກີບ ມາສ້າງຂົວເພື່ອເປັນສັນຍາລັກ ແລະ ທັງເປັນການຕອບແທນຄືນສັງຄົມ ແລະ ສ້າງຄຸນປະໂຫຍດແກ່ສັງຄົມ.

ມາຮອດວັນທີ 27/11/2018 ຂົວແຫ່ງດັ່ງກ່າວແມ່ນສຳເລັດສົມບູນທາງດ້ານໂຄງສ້າງ ແລະ ພື້ນຖານໂຄງລ່າງ ພ້ອມເປີດນຳໃຊ້ ເຊີ່ງ ທ່ານ ສັກໄຊ ວົງມາລາສິດ ໄດ້ສະເໜີຕໍ່ລັດຖະບານ ແລະ ນະຄອນຫຼວງວຽງຈັນ ເຫັນດີໃສ່ຊື່ຂົວແຫ່ງນີ້ວ່າ ຂົວຕົງກຽວ (ເປັນຊື່ຂອງ ພໍ່ ແລະ ແມ່ ຂອງ ທ່ານ ປີເຕີຈັນ) ຕາມແຈ້ງການ ສະບັບເລກທີ 1989/ຫສນຍ.ກລຂ, ລົງວັນທີ 22/11/2018.

ຄຣິບພິທີມອບຮັບເປັນທາງການ

Posted by Chanthawin Leuthavone on Monday, November 26, 2018

ຂອບໃຈພາບຈາກອິນເຕີເນັດ

Comments