ທ່ານ ບຸນຈັນ ສິນທະວົງ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງ ໃນໄລຍະຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນຕອນບ່າຍຂອງວັນທີ 26 ພະຈິກ 2018 ຜ່ານມາວ່າ:

ໄລຍະຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ໃນການເກັບຄ່າທຳນຽມທາງຫັນເປັນທັນສະໄໝ ຜ່ານລະບົບທະນາຄານໂດຍສົມທົບກັບກະຊວງການເງິນ ຜ່ານການປະຕິບັດຕົວຈິງເຫັນວ່າ ບໍ່ທັນໄດ້ຮັບການຄຸ້ມຄອງດີປານໃດ ແລະ ໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແກ້ໄຂໃຫ້ທັນກັບສະພາບການພັດທະນາໃນປັດຈຸບັນ ພ້ອມນັ້ນຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາເຂດຊາຍແດນຕິດຈອດລະຫວ່າງປະເທດ ການກໍ່ສ້າງຕາຝັງເຈື່ອນຕາມແມ່ນ້ຳຕ່າງໆ ຊຸກຍູ້ການກໍ່ສ້າງໂຄງການຕາຝັງເຈື່ອນລຽບຕາມຊາຍແດນລະຫວ່າງປະເທດໃຫ້ທັນກັບສະພາບການ, ກວດກາຄືນ ແລະ ຢຸດຕິການຂຸດຄົ້ນ ແຮ່-ຊາຍຢ່າງຖາວອນ,

ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າພາຫະນະທີ່ຫຼີກການເສຍພາສີອາກອນ ການເກັບອາກອນຜູ້ນຳໃຊ້ປ້າຍລົດ,ການກໍ່ສ້າງທາງລົດໄຟລາວຈີນ ພ້ອມທັງແກ້ໄຂບັນຫາການບັນທຸກເກີນນ້ຳໜັກ ແລະ ອື່ນໆ.
ພາຍຫຼັງສະມາຊິກສະພາແຫ່ງແຕ່ລະເຂດເລືອກຕັ້ງໄດ້ຟັງການຊີ້ແຈງ ກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາແລ້ວ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນໃສ່ວຽກງານນີ້ຕື່ມອີກເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ.

ທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປືມີຄຳຊັກຖາມ ຕໍ່ການຊີ້ແຈງຂອງລັດຖະມົນຕີ ຍທຂ ວ່າ: ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນເຂົ້າໃນການສ້ອມແປງເສັ້ນທາງຢູ່ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດແນວໃດ ເພາະເຫັນວ່າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈັດຕັ້ງປະຕິບັດເອງ ແລະ ການຄຸ້ມຄອງລົດໂດຍສານລະຫວ່າງແຂວງກັບແຂວງບໍ່ມີຄວາມສອດຄ່ອງປານໃດ.
ທ່ານ ບຸນລອດ ອ່ອນພະຈັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 4 ແຂວງອຸດົມໄຊ ມີຄໍາຊັກຖາມເພີ້ມຕື່ມຕໍ່ການຊີ້ແຈງຂອງລັດຖະມົນຕີ ຍທຂ ວ່າ: ການມອບເງິນບູລະນະກໍ່ສ້າງເສັ້ນທາງຢູ່ທ້ອງຖິ່ນໃນສາມເດືອນຂ້າມຜ່ານ ກະຊວງ ມີການຈັັດຕັ້ງປະຕິບັດແນວໃດບາງທ້ອງຖິ່ນຍັງບໍ່ທັນຈະຕັດງົບປະມານຈຳນວນອອກຈາກແຜນການເລີຍບໍ່ ຫຼື ຈະແກ້ໄຂແນວໃດເພື່ອໃຫ້ວຽກງານນີ້ມີຄວາມຄືບໜ້າ.

ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຕາລີເຊຍ

Comments